ລັດກຳນົດໃຫ້ວັນທີ 11 ເມສາ ເປັນມື້ເຮັດວຽກລັດຖະການ ແລະ 17 ເມສາ ເປັນວັນພັກທົດແທນບຸນປີໃໝ່ລາວ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຈ້ງການຕົກລົງ ແລະ ຊີ້ນໍາ ຂອງກອງປະຊຸມລັດຖະບານ ສະໄຫມສາມັນ ຄັ້ງວັນທີ 18 ມີນາ 2020 ມາຍັງທ່ານຊາບ ດັ່ງນີ້: ເນື່ອງຈາກບຸນປີໃໝ່ປະຈໍາຊາດເຮົາປີນີ້ ແມ່ນກົງກັບ ວັນທີ 13, 14, 15, ແລະ 16 ເມສາ 2020. ສະນັ້ນ, ເພື່ອ ຮັບປະກັນ ຄວາມຕໍ່ເນື່ອງຂອງວຽກງານ ຈຶ່ງເຫັນດີໃຫ້ກໍານົດເອົາວັນທີ 11 ເມສາ 2020 (ກົງກັບວັນເສົາ) ເປັນມື້ເຮັດວຽກ ທາງລັດຖະການ ເພື່ອທົດແທນ ການພັກວຽກໃນວັນທີ 17 ເມສາ 2020 (ກົງກັບວັນສຸກ).
ເຫັນດີໃຫ້ໂຈະການຈັດກິດຈະກໍາຈໍານວນຫນຶ່ງ ໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ເປັນຕົ້ນ: ການຈັດງານປະ ກວດນາງສັງຂານ, ການຈັດງານຕະຫຼາດນັດມວນຊົນ, ການຫົດນໍ້າຕາມຖະຫນົນຫົນທາງ, ການຕົບພະຊາຍ, ການແຫ່ວໍ້ທີ່ ເປັນຂະບວນມວນຊົນ ແລະ ອື່ນໆ ທີ່ມີມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ ເພາະຈະມີຄວາມສ່ຽງ ແລະ ມີຄວາມຫຍຸ້ງຍາກໃນ ການປ້ອງກັນການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸຣະໂລກສາຍພັນໃໝ່ (COVID-19). ການສະເຫຼີມ ສະຫຼອງບຸນປີໃໝ່ລາວປີນີ້ ແມ່ນໃຫ້ຈັດສະເພາະກິດຈະກໍາທີ່ກ່ຽວພັນເຖິງຮີດຄອງປະເພນີອັນດີງາມ ຂອງຊາດເຮົາ ທີ່ມີມາ ແຕ່ດຶກດໍາບັນເທົ່ານັ້ນ ເປັນຕົ້ນ: ການບາສີສູ່ຂວັນພາຍໃນຄອບຄົວ ແລະ ການນໍາເອົາພະລົງເພື່ອຫົດສົງ ແຕ່ການເຂົ້າຫົດສົງ ໃນແຕ່ລະວັດນັ້ນ ຕ້ອງຈໍາກັດຄົນບໍ່ໃຫ້ແອອັດຫຼາຍ ໂດຍໃຫ້ເຂົ້າຫົດສົງ ເປັນຈຸ ແຕ່ລະຈຸບໍ່ໃຫ້ເກີນ 40 ຄົນ ໂດຍມີເຈົ້າຫນ້າ ທີ່ຄວບຄຸມປະຈໍາຢູ່ແຕ່ລະວັດ. ການສະເຫຼີມສະຫຼອງປີໃໝ່ ຕ້ອງບົນຈິດໃຈການຍົກສູງສະຕິປ້ອງກັນພະຍາດລະບາດ ແລະ ປະຢັດມັດທະຍັດທີ່ສຸດ.
ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ຕໍ່ການລະບາດຂອງພະຍາດອັກເສບປອດ ຮຸນແຮງຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ອອກແຈ້ງການແນະນໍາລະອຽດໃຫ້ທຸກພາກສ່ວນກ່ຽວຂ້ອງຮັບ ຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້:
ໃນໄລຍະພັກບຸນປີໃໝ່ລາວປີນີ້, ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ ແລະ ບັນດາ ແຂວງ ໃນຂອບເຂດທົ່ວປະເທດ ແຈ້ງໃຫ້ພະນັກງານ, ທະຫານ-ຕໍາຫຼວດ, ຜູ້ປະກອບການ ແລະ ປະຊາຊົນ ຢຸດການເດິນ ທາງໄປທ່ອງທ່ຽວຢູ່ຕ່າງປະເທດ ໂດຍສະເພາະບັນດາປະເທດ ທີ່ມີການລະບາດ ຂອງ COVID-19, ຖ້າບໍ່ຈໍາເປັນແທ້ໆ ໃນ ໄລຍະນີ້ ແມ່ນບໍ່ໃຫ້ເດິນທາງໄປຕ່າງປະເທດ ຍົກເວັ້ນການໄປວຽກທາງການ ທີ່ສອງຝ່າຍໄດ້ຕົກລົງກັນ ແລະ ບໍ່ສາມາດ ເລື່ອນ ຫຼື ຍົກເລີກໄດ້ ແລະ ການໄປປິ່ນປົວ ຫຼື ໄປກວດສຸຂະພາບ ຕາມການນັດຫມາຍຂອງແພດ ແຕ່ກໍຕ້ອງປະຕິບັດຕາມ ມາດຕະການເຝົ້າລະວັງ ແລະ ປ້ອງກັນການຕິດເຊື້ອ ຕາມການແນະນໍາຂອງປະເທດເຈົ້າພາບ ແລະ ຫນັງສືແນະນໍາຂອງຄະນະສະເພາະກິດ ສະບັບເລກທີ 012/ສພກ, ລົງວັນທີ 16 ມີນາ 2020 ຢ່າງເຂັ້ມງວດ, ໂດຍສະເພາະການປ້ອງກັນຕົນເອງບໍ່ ໃຫ້ຕິດເຊື້ອແລ້ວນໍາມາແຜ່ລະບາດໃນປະເທດຂອງພວກເຮົາ.
ໃນກໍລະນີ ທີ່ມີບຸກຄົນໃດຫາກໄດ້ເດິນທາງກັບຈາກປະເທດ ທີ່ມີການແຜ່ລະບາດ ຂອງ COVID-19 ກໍໃຫ້ປະຕິບັດການແຍກປ່ຽວຕົນເອງຢ່າງຫນ້ອຍ 14 ວັນ ແລະ ຕິດຕາມສຸຂະພາບ ຂອງຕົນ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ, ກໍລະນີມີອາການໄຂ້, ໄອ, ຫາຍໃຈຍາກ ໃຫ້ຕິດຕໍ່ສາຍດ່ວນ 168 ຫຼື 020-54066777 ເພື່ອຂໍຄໍາແນະນໍາສິ່ງທີ່ຄວນປະຕິບັດໃນຂັ້ນຕໍ່ໄປ (ລາຍລະອຽດ ໄດ້ກໍານົດໄວ້ໃນຫນັງສືແຈ້ງການ ຂອງຄະນະສະເພາະກິດ ສະບັບເລກທີ 02/ສພກ, ລົງວັນທີ 16 ມີນາ 202o). - 3.2 ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ແຈ້ງໃຫ້ບັນດາເມືອງ ແລະ ອໍານາດ ການປົກຄອງບ້ານ ເພື່ອແຈ້ງໃຫ້ຜູ້ປົກຄອງ ຂອງແຮງງານລາວ ທີ່ໄປອອກແຮງງານຢູ່ຕ່າງປະເທດ ໂດຍສະເພາະປະເທດໃກ້ ຄຽງ ທີ່ມີການລະບາດຂອງ COVID-19, ຖ້າຜູ້ອອກແຮງງານເຫຼົ່ານັ້ນ ມີຄວາມປະສົງຢາກກັບບ້ານ ມາຢ້ຽມຢາມຄອບຄົວ ໃນໄລຍະພັກບຸນປີໃໝ່ລາວນີ້ ກໍໃຫ້ເຂົາເຈົ້າປະຕິບັດຕາມມາດຕະການເຝົ້າລະວັງ ແລະ ປ້ອງກັນການຕິດເຊື້ອ ຕາມການ ແນະນໍາຂອງຄະນະສະເພາະກິດຄວບຄຸມ ແລະ ຕອບໂຕ້ ການລະບາດຂອງພະຍາດ COVID-19 ຢ່າງເຄັ່ງຄັດ, ພ້ອມກັນ ນັ້ນ ກໍໃຫ້ແຮງງານທີ່ຈະເດີນທາງກັບມານັ້ນ ກະກຽມຜ້າອັດປາກ, ນໍ້າຢາລ້າງມື ແລະ ອຸປະກອນຕ່າງໆທີ່ຈໍາເປັນມານໍ.
ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຊີ້ນໍາ ການຜະລິດສະບຽງອາຫານ, ການສະຫນອງເຄື່ອງອຸປະໂພກ ແລະ ບໍລິໂພກ ໃຫ້ພຽງພໍກັບຄວາມຕ້ອງການ ຂອງສັງຄົມ, ລວມທັງການຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນທ້ອງ ຕະຫຼາດ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ, ກັກຕຸນສິນຄ້າ ແລະ ສະບຽງອາຫານ.
ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ທ້ອງ ຖິ່ນ ເພີ່ມທະວີການໂຄສະນາ ແລະ ເຜີຍແຜ່ຜ່ານສື່ຕ່າງໆ ໃຫ້ພະນັກງານ, ທະຫານ-ຕໍາຫຼວດ, ຜູ້ປະກອບການ ແລະ ປະຊາ ຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ກ່ຽວກັບຈິດໃຈຊີ້ນໍາຂອງລັດຖະບານ ໃນການຈັດຕັ້ງການສະເຫຼີມ ສະຫຼອງບຸນປີໃໝ່ລາວໃນປີນີ້.
ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເອົາໃຈໃສ່ຮັກສາຄວາມປອດ ໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍໃຫ້ມີການແບ່ງຄວາມຮັບຜິດຊອບໃນການຕິດຕາມ, ກວດກາ ເວນຍາມ ແລະ ປະຈໍາການ ເພື່ອປ້ອງກັນສໍານັກງານອົງການ ຕະຫຼອດໄລຍະພັກບຸນປີໃໝ່ລາວ ແລະ ໃຫ້ສາມາດປະສານ ງານໄດ້ເປັນປົກກະຕິ ແລະ ຮັບປະກັນຄວາມປອດໄຟໃນທຸກດ້ານ.
ຂໍຂອບໃຈ
ພາບ : Manan VATSYAYANA / AFP