ບໍ່ຂາຍ ແຕ່ແຈກຟຣີ! ທີມງານ 'ຢາກແຕ້ມ & ຢາກເວົ້າ' ສ້າງປະໂຫຍດໃຫ້ສັງຄົມ ແຈກໜ້າກາກອະນາໄມ 1,000 ຖົງ

ປັດຈຸບັນສະພາບການລະບາດຂອງພະຍາດອັກເສບປອດອັນເນື່ອງມາຈາກເຊື້ອຈຸລະໂລກສາຍພັນໃໝ່ COVID -19 ໃນຫຼາຍປະເທດໄດ້ຂະຫຍາຍເປັນວົງກວ້າງ, ສືບຕໍ່ມີກໍລະນີຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນໃນແຕ່ລະວັນ, ເຖິງແມ່ນວງ່າໃນ ສປປ ລາວ ຈະຍັງບໍ່ທັນພົບຜົູ້ຕິດເຊື້ອດັ່ງກ່າວກໍ່ຕາມ, ແຕ່ປະຊາຊົນກໍມີການຕື່ນຕົວໃນການປ້ອງກັນຕົນເອງ ບໍ່ວ່າຈະເປັນການໃສ່ຜ້າປິດປາກປິດດັງ, ລ້າງມືໃຫ້ສະອາດດ້ວຍສະບູ, ດ້ວຍເຈວລ້າງມື ແລະ ໃຊ້ສະເປຂ້າເຊື້ອຕ່າງໆ ເພື່ອຮັບປະກັນຄວາມປອດໄພຂອງຕົນເອງ ຈົນເຮັດໃຫ້ສິນຄ້າທີ່ກ່າວມາ ໂດຍສະເພາະແມ່ນຜ້າປິດປາກ ຂາດຕະຫຼາດ, ຈຶ່ງມີບາງກຸ່ມຄົນກັກຕຸນສິນຄ້າ ເພື່ອຂາຍໃນລາຄາທີ່ສູງຂຶ້ນເທົ່າໃດທົບ ໂດຍສະເພາະແມ່ນໂພສຂາຍທາງສື່ເຟສບຸກ ເຮັດໃຫ້ຄົນທີ່ມີຕົ້ນທຶນຕໍ່າບໍ່ສາມາດຊຶ້້ມາໃຊ້ໄດ້ ແລະ ສ່ຽງທີ່ຈະຕິດເຊື້ອພະຍາດເຫຼົ່ານີ້ງ່າຍຂຶ້ນ.
ເຖິງວ່າເຫຼົ່າແມ່ຄ້າຈະເພີ່ມລາຄາຜ້າປິດປາກຂຶ້ນສູງ ແຕ່ກໍ່ຍັງມີບາງກຸ່ມທີ່ຢາກເຮັດເພື່ອສັງຄົມ ເພື່ອຄົນທີ່ບໍ່ສາມາດຫາຊື້ໄດ້ ນັ້ນກໍ່ຄື ທີມງານ ຢາກແຕ້ມ & ຢາກເວົ້າ ເຊິ່ງຈະນໍາເອົາ ຜ້າອັດປາກ ພ້ອມດ້ວຍເຈ້ຍຂໍ້ມູນແນະນຳໃນການຮັກສາສຸຂະພາບໃນໄລຍະໂຄວິດ-19 ລະບາດ ໄປແຈກໃຫ້ປະຊາຊົນທັງໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງອື່ນໆໄດ້ໃຊ້ກັນ ໂດຍຈະເລີ່ມແຈກຢາຍໃນວັນເສົາ ທີ 21 ມີນາ 2020 ເວລາ 18:00 ໂມງຢູ່ທີ່ຕະຫຼາດກາງຄືນສວນເຈົ້າອານຸວົງ (ແຄມຂອງ) ນະຄອນຫຼວງວຽງຈັນ ຈໍານວນ 1,000 ຖົງ, ຖົງລະ 2 ແຜ່ນ ໂດຍຈະແຈກໃຫ້ຄົນລະຖົງ.
ນອກຈາກນີ້, ຍັງຈະນໍາໄປແຈກອີກຫຼາຍຈຸດ ແລະ ສົ່ງໄປແຂວງອື່ນໆ ລວມທັງໂຮງໝໍ, ໜ່ວຍກູ້ໄພ ແລະ ພໍ່ແມ່ປະຊາຊົນ.
ຂໍຂອບໃຈ
ຂໍ້ມູນ : Phanida Xayavong