ນາຍົກມາເລເຊຍ ປະກາດປິດປະເທດ ປ້ອງກັນພະຍາດໂຄວິດ-19 ລະບາດ

ວັນທີ 16 ມີນາ 2020 ສື່ຕ່າງປະເທດລາຍງານວ່າ ທ່ານ ມູຢິດດິນ ຢາດຊິນ ນາຍົກລັດຖະມົນຕີມາເລເຊຍໄດ້ປະກາດມາດຕະການປິດປະເທດຫ້າມບໍ່ໃຫ້ປະຊາຊົນເດີນທາງໄປຕ່າງປະເທດ. ສ່ວນໂຮງຮຽນ, ຮ້ານອາຫານ, ສະຖານທີ່ສາທາລະນະ ຈະປິດໃຫ້ບໍລິການຊົ່ວຄາວ ຍົກເວັ້ນຮ້ານຂາຍອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນ ຈະເປີດໃຫ້ບໍລິການເປັນປົກກະຕິ.
ມາດຕະການດັ່ງກ່າວຈະເລີ່ມບັງຄັບໃຊ້ຕັ້ງແຕ່ວັນທີ 18 ມີນາ 2020 ຈົນຮອດວັນທີ 31 ມີນາ 2020.
ດ້ານທ່ານ ຢາດຊິນ ກ່າວວ່າ "ເຮົາບໍ່ສາມາດລໍຖ້າໃຫ້ສະຖານະການມັນເຮັ່ງຮ້າຍລົງກວ່ານີ້ໄດ້ອີກຕໍ່ໄປ. ເຮົາໄດ້ໃຊ້ມາດຕະການທີ່ວ່ອງໄວທີ່ສຸດຄືການຈຳກັດການເຄື່ອນໄຫວຂອງປະຊາຊົນ. ນີ້ເປັນວິທີດຽວທີ່ຈະສາມາດປ້ອງກັນບໍ່ໃຫ້ຄົນອີກຫຼາຍຊີວິດຕ້ອງຕິດເຊື້ອໄວຣັດນີ້. ຂໍໃຫ້ທຸກຄົນຢ່າງຟ້າວຕົກໃຈ, ບໍ່ຕ້ອງກັງວົນ ແລະ ໃຈເຢັນໆ, ຂ້າພະເຈົ້າເຊື່ອວ່າ ດ້ວຍມາດຕະການດັ່ງກ່າວຂອງລັດຖະບານ ຈະສາມາດປ້ອງກັນການແພ່ລະບາດຂອງໄວຣັດນີ້ໄດ້."
ສຳລັບສະຖານະການການແພ່ລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃໝ່ (ໂຄວິດ-19) ໃນມາເລເຊຍ ຫຼ້າສຸດພົບຜູ້ຕິດເຊື້ອແລ້ວ 428 ຄົນ ແລະ ຮັບການປິ່ນປົວຈົນຫາຍດີແລ້ວ 42 ຄົນ.