ເບິ່ງດວງລາຍວັນປະຈໍາວັນອັງຄານ ທີ 17 ມີນາ 2020 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ຖ້າເຮັດອາຊີບນັກເຈລະຈາ ຫລື ອາຊີບໝໍດູ ຈະປະສົບຄວາມສຳເລັດມີຊື່ສຽງ
ການເງິນ ໝຸນຫາເງິນໃຫ້ຜ່ານພົ້ນໄປໄດ້ຢ່າງສິວສຽດກໍເປັນໄດ້
ຄວາມຮັກ ບໍ່ຄ່ອຍມີເວລາໃຫ້ກັບຄົນຮັກໃນໄລຍະນີ້ ເພາະພາລະກິດຫລາຍເປັນພິເສດ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 8
ຄົນເກີດວັນຈັນ
ການງານ ອາຊີບການໃຊ້ຄຳເວົ້າເປັນພິທີກອນ ປະຊາສຳພັນ ຈະປະສົບຄວາມສຳເລັດ
ການເງິນ ມີດວງໃນການສ່ຽງໂຊກຈະໄດ້ເງິນແບບຟຸກໆ
ຄວາມຮັກ ຄວາມສຳພັນດ້ານຄວາມຮັກເກີດຂຶ້ນໂດຍບໍ່ທັນຕັ້ງໂຕ
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 2
ຄົນເກີດວັນອັງຄານ
ການງານ ມີທີມງານທີ່ດີຄອຍຖ້າຊ່ວຍເຫລືອ ມີໂອກາດເດີນທາງໄກຕິດຕໍ່ທຸລະກິດ
ການເງິນ ຫາໄດ້ຫລາຍກໍຕ້ອງໃຊ້ອອກໄປຫລາຍໃນໄລຍະນີ້ ຫາເງິນໄດ້ເປັນຈຳນວນຫລາຍ
ຄວາມຮັກ ຈະພົບຮັກກັບຄົນຕ່າງອາຍຸໃນໄລຍະນີ້ ຈະເຂົ້າມາໃນໄວໆນີ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີແດງ
ເລກນຳໂຊກ 7
ຄົນເກີດວັນພຸດ
ການງານ ການເດິນທາງໄປເຈລະຈາກິດຈະການງານຈະປະສົບຄວາມສຳເລັດ
ການເງິນ ມີໂຊກຈະໄດ້ເງິນກ້ອນໃຫຍ່ ຈາກຜູ້ໃຫຍ່ທີ່ໃຫ້ການຊ່ວຍເຫຼືອ
ຄວາມຮັກ ພົບຄູ່ຄອງທີ່ເກັ່ງ ຂະຫຍັນ ມີຄວາມສາມາດທີ່ໜ້ານັບຖື
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຂາວ
ເລກນຳໂຊກ 6
ຄົນເກີດວັນພະຫັດ
ການງານ ຈະໄດ້ເຮັດວຽກເບົາແຕ່ໄດ້ຄ່າຕອບແທນທີ່ຄຸ້ມຄ່າຫລາຍໆ
ການເງິນ ຈະມີໂອກາດໄດ້ເງິນເຂົ້າມາອາດເປັນການສ່ຽງໂຊກກໍເປັນໄປໄດ້
ຄວາມຮັກ ຈະພົບຄົນເກັ່ງ ມີຄວາມສາມາດ ສະຫລຽວສະຫລາດ ອາຍຸນ້ອຍກວ່າ
ເຄື່ອງມຸງຄຸນ ຫິນນໍາໂຊກສີບົວ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 5
ຄົນເກີດວັນສຸກ
ການງານ ການງານມີອຸປະສັກເຮັດໃຫ້ຮູ້ສຶກກັງວົນ ແລະ ຄຽດສົ່ງຜົນຕໍ່ສຸຂະພາບໂດຍກົງ
ການເງິນ ເພດກົງກັນຂ້າມຈະຄອຍຖ້າຊ່ວຍເຫລືອອຸປະຖຳທາງດ້ານການເງິນ
ຄວາມຮັກ ຄວາມສຳພັນດ້ານຄວາມຮັກສາມາດພັດທະນາຄວາມສຳພັນທີ່ເລິກ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີຂາວ
ເລກນຳໂຊກ 4
ຄົນເກີດວັນເສົາ
ການງານ ເຮັດທຸລະກິດຈະການງານຮ່ວມກັບຫຸ້ນສ່ວນຄວນລະວັງການຖືກໂກງ
ການເງິນ ຍາດຫຼືຄົນສະນິດຈະຄອຍຖ້າຊ່ວຍເຫລືອອຸປະຖຳທາງດ້ານການເງິນ
ຄວາມຮັກ ສຸກສົມຫວັງໃນເລື່ອງຂອງຄວາມຮັກ ແຕ່ອາດມີປາກສຽງກັນ
ເຄື່ອງມຸງຄຸນ ສາຍຄໍ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 0