ສຸດງຽບເຫງົາ! ສື່ນອກເກັບພາບເມື່ອ ພຣີເມຍລີກ ຖືກສັງຢຸດການແຂ່ງຂັນ (ຮູບພາບ)

ຖືເປັນພາບທີ່ບໍ່ຄຸ້ນຕາສຳລັບ ສະໜາມແຂ່ງຂັນໃນພຣີເມຍລີກ ອັງກິດ ໄລຍະວັນເສົາ ແລະ ວັນອາທິດ ທີ່ຜ່ານມາ ຫຼັງຂາດແຟນບານເດີນທາງມາຊົມ ແລະ ເຊຍ ຫຼັງການປະກາດເລື່ອນການແຂ່ງຂັນອອກໄປກ່ອນ ເພື່ອປ້ອງກັນການແພ່ລະບາດຂອງພະຍາດຕິດເຊື້ອໄວຣັດໂຄໂຣນາ 2019 (ໂຄວິດ-19).
ໂດຍທາງຝ່າຍຈັດການແຂ່ງຂັນໄດ້ມີຄຳສັ່ງໃຫ້ເລື່ອນການແຂ່ງຂັນ ທັງໃນລະດັບພຣີເມຍລີກ ລວມທັງ ເດິ ແຊມປ້ຽນຊິບ, ລີກ ວັນ ແລະ ລີກ ທູ ທັງໝົດອອກໄປຈົນເຖິງວັນທີ 4 ເມສາ ນີ້ ຕາມມາດຕະການປ້ອງກັນການແພ່ລະບາດຂອງເຊື້ອໄວຣັດ.
ຊຶ່ງບັນດາສື່ແດນຜູ້ດີ ໄດ້ເດີນທາງໄປເກັບພາບບັນຍາກາດຂອງສະໜາມແຂ່ງຂັນຫຼາຍແຫ່ງ ໃນໄລຍະທີ່ຕ້ອງປະເຊີນກັບຂ່າວຄາວການແພ່ລະບາດຂອງໄວຣັດໂຄໂຣນາ, ຈະເປັນແນວໃດນັ້ນໄປຊົມກັນ.
ຂໍຂອບໃຈ
ຂໍ້ມູນ : sanook