ນາຍົກລັດຖະມົນຕີຍີ່ປຸ່ນຢືນຢັນ ມະຫະກຳກີລາໂອລິມປິກ 2020 ຈະຍັງຈັດຂຶ້ນຕາມກຳນົດການເດີມ

ນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂຊະ ອາເບະ ກ່າວວ່າ ມະຫະກຳກີລາໂອລິມປິກ 2020 ຍັງຈະດຳເນີນຕໍ່ໄປຕາມແຜນໃນເດືອນກໍລະກົດ ທ່າມກາງຄວາມກັງວົນກ່ຽວກັບພະຍາດຕິດເຊື້ອໄວຣັດໂຄໂຣນາ 2019 (COVID-19) ທີ່ກຳລັງລະບາດ ແລະ ເຮັດໃຫ້ການແຂ່ງຂັນກີລາຫຼາຍລາຍການຖືກເລື່ອນອອກໄປ.
ທ່ານ ອາເບະ ກ່າວຕື່ມວ່າ ຄະນະກຳມະການໂອລິມປິກສາກົນ ຫຼື IOC ຈະເປັນຜູ້ຕັດສິນໃຈວ່າ ທ້າຍທີ່ສຸດແລ້ວ ໂຕກຽວ 2020 ຈະດຳເນີນຕໍ່ໄປ ຫຼື ບໍ່.
"ພວກເຮົາຈະກ້າວຜ່ານການລະບາດຂອງພະຍາດ ແລະ ຈັດມະຫະກຳໂອລິມປິກ ໂດຍບໍ່ມີບັນຫາ, ຕາມແຜນທີ່ວາງໄວ້," ທ່ານ ອາເບະ ກ່າວ.
ທັງນີ້ ການແລ່ນທວນໄຟໂອລິມປິກໃນສ່ວນຂອງປະເທດຍີ່ປຸ່ນ ຈະເລີ່ມຂຶ້ນທີ່ເກາະຟຸກຸຊິມະ ໃນວັນທີ 26 ມີນານີ້. ຂະນະທີ່ພິທີໄຕ້ທວນໄຟ ແລະ ເລີ່ມແລ່ນທີ່ເມືອງບູຮານ ໂອລິມເປຍ ໄດ້ຈັດຂຶ້ນໂດຍບໍ່ມີຜູ້ເຂົ້າຮ່ວມຊົມ ກ່ອນທີ່ການສົ່ງຕໍ່ທວນໄຟທັງໝົດໃນກຣີກຈະຖືກຄະນະກຳມະການໂອລິມປິກສາກົນ ສັ່ງໃຫ້ຢຸດ ເພື່ອຫຼີກເວັ້ນການດຶງດູດຝູງຊົນ ອີງຕາມການລາຍງານຂອງເດິ ກາດຽນ.
ທ່ານ ຢູຣິໂກະ ໂຄອິເກະ ຜູ້ວ່າການນະຄອນຫຼວງໂຕກຽວກ່າວວ່າ "ພວກເຮົາໄດ້ດຳເນີນມາດຕະການປ້ອງກັນພະຍາດ ເພື່ອຮັບປະກັນການແລ່ນສົ່ງຕໍ່ທວນໄຟພາຍໃນປະເທດ."
ພ້ອມນີ້ ງານກະກຽມໃສ່ກີລາໂອລິມປິກຫຼາຍລາຍການຢູ່ສະຫະລັດກໍໄດ້ມີການເລື່ອນອອກໄປ ປະກອບດ້ວຍ ມວຍປໍ້າ, ພາຍເຮືອ ແລະ ດຳນໍ້າ. ຂະນະທີ່ງານແຂ່ງມວຍຢູ່ທີ່ນະຄອນຫຼວງລອນດອນ ປະເທດອັງກິດຍັງຄົງດຳເນີນຕໍ່ໄປເມື່ອວັນເສົາທີ່ຜ່ານມາ ຕາມກຳນົດການເດີມ.