'ບິລ ເກດ' ລາອອກຈາກຄະນະຜູ້ບໍລິຫານໄມໂຄຣຊອບ ແລະ ເບີກເຊຍ ຮາທາເວ ເພື່ອອຸທິດຕົນໃຫ້ວຽກການກຸສົນ

ບິລ ເກດ (Bill Gates) ຜູ້ກໍ່ຕັ້ງບໍລິສັດໄມໂຄຣຊອບ (Microsoft) ປະກາດລາອອກຈາກຄະນະຜູ້ບໍລິຫານສູງສຸດຂອງໄມໂຄຣຊອບ ແລະ ເບີກເຊຍ ຮາທາເວ ເພື່ອອຸທິດຕົນເຮັດວຽກດ້ານການກຸສົນຫຼາຍຂຶ້ນ.
ຖະແຫຼງການຈາກບໍລິສັດໄມໂຄຣຊອບເມື່ອວັນທີ 13 ມີນາ ລະບຸວ່າ ບິລ ເກດ ຜູ້ຮ່ວມກໍ່ຕັ້ງ ແລະ ທີ່ປຶກສາຂອງບໍລິສັດຖອນຕົວອອກຈາກຕຳແໜ່ງຄະນະກຳມະການບໍລິຫານຂອງບໍລິສັດໄມໂຄຣຊອບ ແລະ ເບີກເຊຍ ຮາທາເວ.
ທັງນີ້ໃນຖະແຫຼງການຍັງລະບຸວ່າ ບິລ ເກດຈະຫັນໄປອຸທິດເວລາໃຫ້ກັບວຽກການກຸສົນຂອງທ່ານເປັນຫຼັກທັງເລື່ອງຂອງສາທາລະນະສຸກ, ການພັດທະນາ, ການສຶກສາ ແລະ ເພີ່ມການຂັບເຄື່ອນໃນເລື່ອງການປ່ຽນແປງຂອງສະພາບພູມອາກາດ.
ຢ່າງໃດກໍຕາມ ບິລ ເກດ ຈະຍັງຄົງເປັນທີ່ປຶກສາທາງດ້ານເຕັກໂນໂລຊີໃຫ້ກັບ ຊີອີໂອ ສັດຢາ ນາເດລາ ແລະ ຜູ້ບໍລິຫານຄົນອື່ນໆ ໃນບໍລິສັດ.
ທັງນີ້ເມື່ອປີ 2008, ບິລ ເກດ ໄດ້ຫຼຸດບົດບາດໜ້າທີ່ໃນການບໍລິຫານງານຂອງບໍລິສັດໄມໂຄຣຊອບລົງເພື່ອເຮັດວຽກໃຫ້ກັບອົງກອນການກຸສົນມູນນິທິ ບິລ ແອນ ເມລິນດາ ເກດ ຫຼາຍຂຶ້ນ ແລະໃນວັນທີ 4 ກຸມພາ ປີ 2014 ທ່ານໄດ້ລາອອກຈາກຕຳແໜ່ງປະທານບໍລິຫານໄມໂຄຣຊອບຢ່າງເປັນທາງການ.
ບິລ ເກດ ກໍ່ຕັ້ງໄມໂຄຣຊອບຮ່ວມກັບ ພອລ ອັນເລນ ໃນປີ 1986 ຫຼັງຈາກໃນໄລຍະປີ 1980 ທ່ານໄດ້ຄິດຄົ້ນລະບົບປະຕິບັດການຮ່ວມກັບບໍລິສັດ IBM ທີ່ຊື່ວ່າ MS-DOS.
ທັງນີ້ ບິລ ເກດໄດ້ຮັບການຈັດອັນດັບໂດຍວາລະສານ ຟອບສ໌ ໃຫ້ເປັນບຸກຄົນທີ່ຮັ່ງມີທີ່ສຸດໃນໂລກອັນດັບສອງ ຮອງຈາກ ເຈຟ ເບໂຊສ ເຈົ້າຂອງເວັບໄຊອີຄອມເມີສຊື່ດັງ ແອມະຊອນ (Amazon) ດ້ວຍມູນຄ່າຊັບສິນ 103,600 ລ້ານ ໂດລາສະຫະລັດ ຕາມການຈັດອັນດັບປະຈຳປີ 2020.