ບໍລິສັດອິນເຕີເນັດສະຫະລັດຫຼາຍລາຍໃຫ້ບໍລິການອິນເຕີເນັດຟຣີ ຫຼັງລັດປະກາດພາວະສຸກເສີນຈາກພະຍາດໂຄວິດ-19

ຜູ້ໃຫ້ບໍລິການສັນຍານອິນເຕີເນັດໃນສະຫະລັດ ອອກມາດຕະການຊ່ວຍປະຊາຊົນລວມທັງຢືນຢັນຈະບໍ່ຍົກເລີກສັນຍາຜູ້ນຳໃຊ້ໃນໄລຍະ 60 ມື້ ເຖິງວ່າຈະບໍ່ໄດ້ຈ່າຍຄ່າບໍລິການ ເພື່ອປະໂຫຍດໃນການເຮັດວຽກຢູ່ເຮືອນ.
ຖະແຫຼງການຈາກຄະນະກຳມະການກາງຄຸ້ມຄອງກິດຈະການສື່ສານຂອງສະຫະລັດ (FCC) ເມື່ອວັນທີ 13 ມີນາ ມີໃຈຄວາມສຳຄັນເພື່ອຊ່ວຍເຫຼືອປະຊາຊົນສະຫະລັດ ກວ່າ 10 ລ້ານຄົນ ທີ່ເຂົ້າບໍ່ເຖິງສັນຍານອິນເຕີເນັດຈາກຢູ່ເຮືອນ ລວມທັງເພີ່ມຄວາມໝັ້ນໃຈໃຫ້ກັບປະຊາຊົນທົ່ວໄປ ຫຼັງ 'ໂດນັລ ທຣຳ' ອອກມາປະກາດ 'ພາວະສຸກເສີນລະດັບຊາດ' ໃນຕອນບ່າຍຂອງວັນສຸກ (13 ມີນາ) ຕາມເວລາທ້ອງຖິ່ນ ແລະ ຂໍຄວາມຮ່ວມມືໃຫ້ປະຊາຊົນຢູ່ແຕ່ໃນເຮືອນຂອງຕົນເອງ. ຂະນະທີ່ພາກເອກະຊົນກໍອະນຸຍາດໃຫ້ລູກຈ້າງເຮັດວຽກຢູ່ເຮືອນໄດ້.
ປະກາດດັ່ງກ່າວຂອງ FCC ມີຂຶ້ນ 1 ມື້ ພາຍຫຼັງຈາກທີ່ ບໍລິສັດຜູ້ໃຫ້ບໍລິການສັນຍານອິນເຕີເນັດຂະໜາດໃຫຍ່ໃນສະຫະລັດ ເຊັ່ນ: ເອທີແອນທີ (AT&T) ອອກມາປະກາດວ່າຈະຂະຫຍາຍເພດານການໃຫ້ບໍລິການສັນຍານອິນເຕີເນັດແບບບໍ່ຈຳກັດຈຳນວນໃຊ້. ຂະນະທີ່ບໍລິສັດຄອມຄາສ ກໍອອກມາປະກາສວ່າຈະເພີ່ມຄວາມໄວຂອງສັນຍານອິນເຕີເນັດສຳລັບຄອບຄົວທີ່ມີລາຍໄດ້ໜ້ອຍໃນມື້ດຽວກັນ.
ທັງ 2 ບໍລິສັດຖືເປັນຜູ້ນຳຂອງບໍລິສັດຜູ້ໃຫ້ບໍລິການສັນຍານອິນເຕີເນັດໃນສະຫະລັດ ທີ່ອອກມາດຕະການມາຊ່ວຍເຫຼືອປະຊາຊົນ ໂດຍກ່ອນໜ້ານີ້ຍັງບໍ່ມີມາດຕະການຈາກບໍລິສັດອື່ນໆ ຫຼື ຈາກພາກລັດເຂົ້າມາຊ່ວຍເຫຼືອ.
'ອາຈິດ ໄປ' ປະທານ FCC ກ່າວວ່າ ຫຼັງຈາກທີ່ໜ່ວຍງານໄດ້ຕິດຕໍ່ຫາລືກັບບໍລິສັດຜູ້ໃຫ້ສັນຍານອິນເຕີເນັດກວ່າ 50 ລາຍ, ຫຼາຍບໍລິສັດຕົກລົງທີ່ຈະບໍ່ຄິດຄ່າບໍລິການສຳລັບປະຊາຊົນ ຫຼື ບໍລິສັດຂະໜາດນ້ອຍເນື່ອງຈາກສະຖານະການທາງເສດຖະກິດທີ່ໄດ້ຮັບຜົນກະທົບຫຼັກຈາກການແພ່ລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃໝ່.
ທັງນີ້ ບໍລິສັດລາຍໃຫຍ່ຢ່າງ ຄອມຄາສ, ເອທີແອນທີ ແລະ ເວີໄຣຊອນ ກໍອອກມາຕົກລົງທີ່ຈະບໍ່ຢຸດຕິການໃຫ້ບໍລິການສັນຍານກັບຜູ້ໃຊ້ບໍລິການໃນໄລຍະ 60 ມື້ທີ່ຈະມາເຖິງນີ້ ຫາກຜູ້ໃຊ້ບໍລິການບໍ່ສາມາດຊຳລະຄ່າບໍລິການໄດ້.
ນອກຈາກນີ້ ຜູ້ໃຫ້ບໍລິການສັນຍານອິນເຕີເນັດ ຍັງວາງແຜນທີ່ຈະເປີດສັນຍານໄວໄຟ (Wi-Fi) ສຳລັບປະຊາຊົນທີ່ຕ້ອງການເຂົ້າເຖິງອິນເຕີເນັດອີກດ້ວຍ.
ອາຈິດ ໄປ ກ່າວວ່າ ສະຖານະການການແພ່ລະບາດໃນສະຫະລັດ ສົ່ງຜົນໃຫ້ບໍລິສັດຫຼາຍແຫ່ງອອກນະໂຍບາຍໃຫ້ລູກຈ້າງເຮັດວຽກຈາກຢູ່ເຮືອນໄດ້. ດັ່ງນັ້ນ "ຈຶ່ງເປັນເລື່ອງຈຳເປັນທີ່ຊາວອາເມຣິກາຈະຕ້ອງເຂົ້າເຖິງສັນຍານອິນເຕີເນັດຢູ່ຕະຫຼອດເວລາ," ພ້ອມເສີມວ່າ "ສັຍຍານຈະຊ່ວຍໃຫ້ພວກເຂົາສາມາດຕິດຕໍ່ສື່ສານກັບຄົົນທີ່ຮັກ, ແພດ, ການເຮັດວຽກງານ ພ້ອມຕອກຢ້ຳວ່າ ບັນດາລູກຂອງພວກເຂົາຈະສາມາດຮຽນຮູ້ຜ່ານທາງໄກໄດ້".
ຊາເຕີ ຄອມມູນິເຄຊັນ ໜຶ່ງໃນບໍລິສັດຜູ້ໃຫ້ບໍລິການສັນຍານຊີ້ວ່າ ບໍລິສັດຕົກລົງທີ່ຈະເປີດໃຫ້ຜູ້ນຳໃຊ້ໃຊ້ບໍລິການໄດ້ຟຣີເປັນໄລຍະເວລາ 60 ມື້ ພ້ອມທັງຈະຍົກເລີກຄ່າຕິດຕັ້ງກ່ອງສັນຍານສຳລັບເຮືອນທີ່ມີນັກຮຽນອາໄສຢູ່.
ຂະນະທີ່ ບໍລິສັດສະປຣິນ ອອກມາຖະແຫຼງວ່າຈະເປີດໃຫ້ຜູ້ໃຊ້ບໍລິການທີ່ຕ້ອງການໂທລະສັບທາງໄກກັບໄປຍັງປະເທດທີ່ມີການລະບາດຂອງພະຍາດໂຄວິດ-19 ຢ່າງຮຸນແຮງ ສາມາດໃຊ້ບໍລິການໄດ້ຟຣີ.