ຕອບຂໍ້ສົງໄສ 'ເຊື້ອໂຄວິດ-19' ຢູ່ເທິງມືຖືໄດ້ດົນເທົ່າໃດ?

ຮູ້ ຫຼື ບໍ່? ໂທລະສັບມືຖື ຫຼື ສະມາດໂຟນທີ່ເຮົາໃຊ້ກຳນຢູ່ທຸກມື້ ອາດເປັນພາຫະຊັ້ນດີຂອງການແພ່ກະຈາຍພະຍາດຕິດເຊື້ອໂຄໂຣນາ 2019 (COVID-19) ເພາະເຮົາມັກຈັບມືຖືຢູ່ຕະຫຼອດເວລາ ໂດຍບໍ່ທັນໄດ້ລະມັດລະວັງເລື່ອງຄວາມສະອາດ.
ເຊື້ອໄວຣັດໂຄໂຣນາສາຍພັນໃໝ່ (SARS-CoV-2) ທີ່ເຮັດໃຫ້ເຮົາປ່ວຍເປັນ COVID-19 ນັ້ນ ວ່າກັນວ່າສາມາດມີຊີວິດເທິງພື້ນຜິວທີ່ເປັນແກ້ວແບບໂທລະສັບມືຖືໄດ້ດົນເຖິງ 96 ຊົ່ວໂມງ ຫຼື 4 ມື້ເລີຍ!
ທັງນີ້ ຂໍ້ມູນດັ່ງກ່າວເປັນການປະເມີນຈາກລາຍງານຂອງອົງການອະນາໄມໂລກ (WHO) ທີ່ເຄີຍເກັບຂໍ້ມູນການລະບາດຂອງພະຍາດຊາ (ພະຍາດທາງເດີນຫາຍໃຈຮຸນແຮງ) ໄວ້ເມື່ອປີ 2003 ຊຶ່ງເປັນພະຍາດທີ່ເກີດຈາກເຊື້ອໄວຣັດ SARS-CoV ທີ່ມີຄວາມກ່ຽວຂ້ອງທາງກຳມະພັນຢ່າງໃກ້ຊິດກັບພະຍາດ COVID-19.
ດ້ວຍເຫດນີ້ ໃນທາງທິດສະດີຈຶ່ງມີຄວາມເປັນໄປໄດ້ທີ່ເຮົາສາມາດຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ໄດ້ຈາກໜ້າຈໍມືຖືເຊັ່ນກັນ ເພາະໂດຍປົກກະຕິຄົນສ່ວນໃຫຍ່ມັກໃຊ້ມືມາສຳຜັດໃບໜ້າຂອງຕົວເອງຫຼາຍເທື່ອ ບໍ່ຕ່າງຈາກການຢິບຈັບໂທລະສັບ ຊຶ່ງຜົນການສຶກສາໜຶ່ງຈາກ ບໍລິສັດ Dscout ພົບວ່າໂດຍສະເລ່ຍແລ້ວ ຄົົນທີ່ໃຊ້ສະມາດໂຟນຈະຈັບມືຖືເລື້ອຍເຖິງ 2,617 ເທື່ອຕໍ່ມື້ເລີຍ!
ຫາກບໍ່ຢາກເພີ່ມຄວາມສ່ຽງໃນການຕິດພະຍາດ COVID-19 ຄວນປ້ອງກັນຕົວເອງໃນເບື້ອງຕົ້ນ ດ້ວຍການອະນາໄມໂທລະສັບມືຖືເປັນປະຈຳ, ລ້າງມືເລື້ອຍໆ ແລະ ລ້າງໃຫ້ສະອາດ ເພາະເຊື້ອໄວຣັດໂຄໂຣນາສາມາດຕິດຕໍ່ກັນໄດ້ຜ່ານການສຳຜັດຕາ, ດັງ ແລະ ປາກນັ້ນເອງ.
ຂໍຂອບໃຈ
ຂໍ້ມູນ : tonkit360.com , qz