ໜ້າຮັກແທ້ໆ "ແກ້ວຕາ ພອນປະເສີດ" ດີກຣີເຈົ້າແມ່ເອັມວີ ກັບຜົນງານຫຼ້າສຸດໃນເພງ "ຖ້າເຈົ້າບໍ່ພໍ"

ເປັນທີ່ຮູ້ຈັກກັນດີ ສຳລັບສາວ "ແກ້ວຕາ ພອນປະເສີດ" ສາວງາມຈາກສະຫວັນນະເຂດ ຈາກເນັດໄອດໍ້ສາວຊື່ດັງຂອງລາວ ທີ່ມີຍອດຕິດຕາມສູງ, ໄດ້ຜັນຕົວມາເປັນນັກສະແດງ-ນາງແບບ ແລະ ໄດ້ກ້າວສູ່ວົງການບັນເທີງຢ່າງເຕັມຕົວ ໃນຖານະສິລະປິນສັງກັດ A-List.
ເມື່ອບໍ່ດົນມານີ້ ສາວແກ້ວຕາກໍໄດ້ເປັນ ນາງເອກເອັມວີ ເພງດັງຂອງໜຸ່ມ "ຕ່າຍ ອາກາດ" ຜົນງານເພງທີ່ມີຊື່ວ່າ: "ພາບເຄື່ອນໄຫວ" ເຊິ່ງ ໄດ້ຮັບຄວາມຕອບຮັບເປັນຢ່າງດີ, ຫຼ້າສຸດສາວແກ້ວຕາ ກໍຍັງມີຜົນງານມາໃຫ້ແຟນໆ ໄດ້ ຕິດຕາມ ຢ່າງຕໍ່ເນື່ອງກັນມາເລີຍຄື ໃນເອັມວີເພັງຫຼ້າສຸດ ຂອງ ສາວ "ນໍ້າຝົນ ອິນທະວົງ", ທີ່ຫາກໍປ່ອຍຕົວຢ່າງສັ້ນອອກມາ ທີ່ມີຊື່ເພັງ ວ່າ: "ຖ້າເຈົ້າບໍ່ພໍ" ຟັງແຕ່ຊື່ເພງ ແລ້ວ ກໍຮູ້ສຶກກິນໃຈ ແທນແມ່ຍິງຫຼາຍຄົນອິ່ຫຼີ! ນອກຈາກນັ້ນ, ຜູ້ທີ່ໄດ້ຮັບບົດບາດເອັມວີຈະເປັນໃຜບໍ່ໄດ້ ຖ້າບໍ່ແມ່ນສາວແກ້ວຕາ ຜູ້ທີ່ຈະມາຖ່າຍທອດ ຄວາມຮູ້ສຶກອາລົມເພງໄດ້ຢ່າງເຂັ້ມຂຸ້ນ ແລະ ສົມບົດບາດໃນການສະແດງ, ພິເສດໄປກວ່ານັ້ນແມ່ນໄດ້ສະແດງຄູ່ກັບ ໜຸ່ມ ເພັດຕະກຸນ ບຸນນະຜົນ ດາລາໜຸ່ມໜ້າໃໝ່.
ແກ້ວຕາ ນັບວ່າເປັນນັກສະແດງຄົນໜຶ່ງທີ່ກຳລັງມາແຮງ, ພຽງແຕ່ເຂົ້າວົງການບັນເທີງໄດ້ພຽງບໍ່ພໍເທົ່າໃດ ສາວແກ້ວຕາກໍມີຜົນງານໃຫ້ຮັບຊົມຢູ່ເລື່ອຍໆ ບໍ່ວ່າຈະເປັນ ການຖ່າຍວາລະສານ, ນັກສະແດງ, ນາງແບບ, ພຣີເຊັນເຕີ້ໃຫ້ກັບສິນຄ້າຕ່າງໆ ແລະ ຍັງຖືໄດ້ວ່າແມ່ນເຈົ້າແມ່ເອັມວີເພງອີກດ້ວຍ. ເຫດຜົນທີ່ເຮັດໃຫ້ສາວແກ້ວຕາໄດ້ມີຜົນງານໃຫ້ຮັບຊົມຢູ່ຕະຫຼອດ, ຄົງຈະໜີບໍ່ພົ້ນຍ້ອນຄວາມໜ້າຮັກສົດໃສ ອັນເປັນເອກະລັກ ທີ່ເຮັດໃຫ້ໃຜໆກໍຕາຮັກຕາແພງລາວ ແລະ ຄວາມສາມາດໃນສີມືການສະແດງ ແລະ ອີກຫຼາກຫຼາຍຄວາມສາມາດໃນວົງການບັນເທີງ ຈຶ່ງໄດ້ເຮັດໃຫ້ສາວແກ້ວຕາ ໄດ້ຮັບໂອກາດທີ່ດີ ຢູ່ເລື້ອຍໆ.
ຂໍຂອບໃຈ
ພາບ : keota_phonepaseuth