ຕະຫຼົກບໍ່ອອກ ນັກບານບ້ວງ NBA ຫຼິ້ນຕະຫຼົກກັບວິທີປ້ອງກັນໂຄວິດ-19 ສຸດທ້າຍຜົນກວດອອກມາວ່າຕິດເຊື້ອ

ນັກກີລາບານບ້ວງ NBA ຂອງສະຫະລັດ "ຣູດີ ໂກເບີດ" ຈາກສະໂມສອນ ຢູທາ ແຈສ ເຊິ່ງໄດ້ເຮັດສິ່ງທີ່ບໍ່ເໝາະສົມ ສ້າງຄວາມບໍ່ພໍໃຈ ແລະ ສຽງວິພາກວິຈານໃນສັງຄົມວົງກວ້າງ ກ່ຽວກັບມາດຕະການປ້ອງກັນໂຄວິດ-19 ຫຼ້າສຸດຜົນກວດຂອງໜຸ່ມຄົນນີ້ອອກມາວ່າ ຜູ້ກ່ຽວມີຜົນກວດເປັນບວກ ນັ້ນກໍຄືມີເຊື້ອ.
ກ່ອນໜ້າທີ່ຜົນກວດຈະອອກມາ ໜຸ່ມຄົນນີ້ໄດ້ຢອກຝູງຊົນດ້ວຍການເອົາມືຈັບໄມໂຄຣໂຟນ ແລະ ເຄື່ອງບັນທຶກສຽງທຸກອັນຫຼັງຈາກຈົບການຖະແຫຼງຂ່າວ ເມື່ອວັນທີ 9 ມີນາ 2020 ທີ່ຜ່ານມາ ອີງຕາມການລາຍງານຂອງ CNN.
ໜຸ່ມຄົນນີ້ເປັນນັກກີລາບານບ້ວງ NBA ຄົນທຳອິດທີ່ຕິດເຊື້ອໄວຣັດໂຄໂຣນາ ແລະ ເມື່ອວັນພະຫັດທີ່ຜ່ານມາ (12 ກຸມພາ 2020), ໂກເບີດ ກໍໄດ້ອອກມາໂພສສະແດງການຂໍໂທດຜ່ານທາງອິນສະຕຣາແກຣມສ່ວນຕົວ ໂດຍລະບຸວ່າ "ຂ້ອຍຜ່ານຜ່າຫຼາກຫຼາຍຄວາມຮູ້ສຶກຕັ້ງແຕ່ຮູ້ວ່າຕົນເອງຕິດເຊື້ອ ເຊິ່ງສ່ວນໃຫຍ່ຈະເປັນຄວາມຢ້ານກົວ, ຄວາມກັງວົນ ແລະ ຄວາມອັບອາຍ. ສິ່ງທຳອິດ ແລະ ສິ່ງທີ່ສຳຄັນທີ່ສຸດແມ່ນ ຂ້ອຍຢາກກ່າວຄຳຂໍໂທດຕໍ່ຄົນທີ່ຂ້ອຍອາດໄດ້ເຮັດໃຫ້ພວກເຂົາຕົກຢູ່ໃນອັນຕະລາຍ, ຕອນນັ້ນຂ້ອຍຍັງບໍ່ຮູ້ວ່າຕົນເອງຕິດເຊື້ອ. ຂ້ອຍບໍ່ລະມັດລະວັງເອງ ແລະ ກໍບໍ່ມີຂໍ້ອ້າງໃດໆ."
ຂໍຂອບໃຈ
ຂໍ້ມູນ : CNN