ເບິ່ງດວງລາຍວັນປະຈໍາວັນພຸດ ທີ 11 ມີນາ 2020 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ວຽກງານທີ່ເໝາະກັບຕົນທ່ານຊ່ວງນີ້ຈະເປັນງານດ້ານທີ່ດິນ, ນາຍໜ້າ ແລະ ງານທີ່ຕ້ອງໃຊ້ຄວາມລະອຽດຮອບຄອບຫຼາຍໆ ເຊັ່ນ: ວຽກປະດິດ, ວຽກດ້ານສິນລະປະຕ່າງໆ.
ການເງິນ ມີຄວາມກັງວົນໃຈຢູ່ໃນເລື່ອງຂອງການເງິນ ແຕ່ສຸດທ້າຍຈະມີຫົນທາງຫາເຂົ້າມາ ເພາະມີບໍລິວານຖ້າຊ່ວຍເຫຼືອ
ຄວາມຮັກ ມີເລື່ອງກັງວົນໃຈດ້ານຄວາມຮັກ ໃນຊ່ວງນີ້ອາດພົບສະຖານນະການຮັກຊ້ອນກໍເປັນໄປໄດ້
ເຄື່ອງມຸງຄຸນ ຫີນນໍາໂຊກ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 1
ຄົນເກີດວັນຈັນ
ການງານ ການເຈລະຈາທາງດ້ານການງານເກີດຄວາມສຳເລັດຕາມທີ່ຄາດຫວັງ ຜົນງານເປັນທີ່ໜ້າໃຈ
ການເງິນ ຈະພົບເລື່ອງທີ່ເຮັດໃຫ້ຕ້ອງຈ່າຍເງິນອອກໄປໃນແບບທີ່ເລັ່ງດ່ວນສະເໝີ ບໍ່ສາມາດຫຼີກລ້ຽງໄດ້
ຄວາມຮັກ ມີໂອກາດພົບໃຜບາງຄົນ ທີ່ຈະເຮັດໃຫ້ຮູ້ສຶກໄດ້ວ່າຄືເຄີຍໄດ້ພົບກັນມາກ່ອນ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີມ່ວງ
ເລກນຳໂຊກ 8
ຄົນເກີດວັນອັງຄານ
ການງານ ການເຂົ້າສັງຄົມໃນຊ່ວງນີ້ຈະໄດ້ຄອນເນັກຊັ່ນໃໝ່ໆ ໃນເລື່ອງທຸລະກິດການງານ ຫຼືມີໂອກາດພົບຜູ້ທີ່ມີຕຳແໜ່ງທີ່ສູງກວ່າກໍເປັນໄປໄດ້
ການເງິນ ຊ່ວງນີ້ເປັນຊ່ວງທີ່ມີຄວາມສຸກ ພໍໃຈຢາກຈະຊື້ຂອງສິ່ງໃດກໍຈະຕັດສິນໃຈຊື້ ເປັນການມອບລາງວັນຊີວິດໃຫ້ຕົນເອງ
ຄວາມຮັກ ຈະພົບວ່າຕົນເອງນັ້ນມີສະເໜ່ຫຼາຍໆ ຈະມີຄົນເຂົ້າມາມັກຄ່ອນຂ້າງຫຼາຍເປັນພິເສດ ແຕ່ຈະເປັນແບບລັກສະນະຮັກຊ້ອນ ທີ່ບໍ່ຢາກຈະເປີດເຜີຍໃຫ້ໃຜໄດ້ຮັບຮູ້
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີບົວອ່ອນ
ເລກນຳໂຊກ 4
ຄົນເກີດວັນພຸດ
ການງານ ວຽກງານຫຼາຍເປັນພິເສດ ສິ່ງທີ່ບໍ່ເຄີຍຮູ້ກໍຈະໄດ້ຮຽນຮູ້ ເປັນປະສົບການໃໝ່ຫຼ້າສຸດ ທີ່ຈະນຳໄປສູ່ຄວາມກ້າວໜ້າໄດ້
ການເງິນ ມີຄວາມກັງວົນໃຈເລື່ອງອະນາຄົດທາງການເງິນ ແມ່ນການບໍລິຫານຈັດການຈະຍັງເຮັດໄດ້ດີຢູ່ ແຕ່ໃນເລື່ອງຂອງຈຳນວນເມັດເງິນທີ່ໄດ້ມາກໍຍັງບໍ່ຫຼາຍພໍ
ຄວາມຮັກ ຕ້ອງລະວັງເລື່ອງການໃຊ້ຄຳເວົ້າແລະການໃຊ້ອາລົມ ອາດເຮັດໃຫ້ຄົນຮັກບໍ່ສະບາຍໃຈ ມີບັນຫາກັນໄດ້
ເຄື່ອງມຸງຄຸນ ແຫວນເງິນ
ສີມຸງຄຸນ ສີເທົາ
ເລກນຳໂຊກ 2
ຄົນເກີດວັນພະຫັດ
ການງານ ມີການພັດທະນາຕົນເອງຕະຫຼອດທັງດ້ານຄວາມຄິດແລະຄວາມສາມາດ ຕັ້ງໃຈໃນການສ້າງຜົນງານຕ່າງໆ ໃຫ້ດີຂຶ້ນສະເໝີ
ການເງິນ ມີການໝຸນເງິນ ຊ່ວງນີ້ຄຽດຫຼາຍເປັນພິເສດ ລະວັງຈະເຂົ້າສູ່ສະພາວະຄຽດ
ຄວາມຮັກ ຄົນໂສດຈະຍັງບໍ່ຕັດສິນໃຈດ້ານຄວາມຮັກ ສ່ວນຄົນມີຄູ່ ລະວັງການຂັດແຍ້ງແຕກແຍກກັບຄົນຮັກ ບໍ່ຄວນໃຊ້ອາລົມຈຶ່ງຈະດີທີ່ສຸດ
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 9
ຄົນເກີດວັນສຸກ
ການງານ ເຮັດວຽກແບບສະຫຼຽວສະຫຼາດ ແລະ ດຸໝັ່ນ ຈຶ່ງເຮັດໃຫ້ຜົນງານນັ້ນໂດດເດັ່ນຫຼາຍເປັນພິເສດ
ການເງິນ ຈະໄດ້ເງິນກ້ອນໃຫຍ່ ມີໂຊກດີດວງດີຂຶ້ນຫຼາຍກວ່າແຕ່ກ່ອນຢ່າງເຫັນໄດ້ແຈ້ງ
ຄວາມຮັກ ຈະພົບຄົົນທີ່ມີນິໄສຄ້າຍໆກັນ ພຽງແຕ່ເບິ່ງຕາກັນກໍເຂົ້າໃຈໃນຊ່ວງນີ້ກໍເປັນໄປໄດ້
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີແດງ
ເລກນຳໂຊກ 1
ຄົນເກີດວັນເສົາ
ການງານ ການງານມັກພົບອຸປະສັກຕ່າງໆ ການເຮັດວຽກງານໜັກຍັງສົ່ງຜົນຕໍ່ສຸຂະພາບ ຈຶ່ງຄວນຫາເວລາພັກຜ່ອນ
ການເງິນ ຊ່ວງນີ້ມັກໃຊ້ເງິນອອກໄປເພື່ອມອບລາງວັນຊີວິດໃຫ້ຕົນເອງ ແຕ່ກໍມີໂຊກດີທີ່ວ່າມີເພດກົງກັນຂ້າມ ຫຼືຄົນຮັກຄອຍຖ້າອຸປະຖຳທາງດ້ານການເງິນ
ຄວາມຮັກ ຈະພົບຄົົນທີ່ມີລັກສະນະຄວາມເປັນຜູ້ນຳ ໝັ້ນໃຈໃນຕົນເອງຫຼາຍໆ ໃນຊ່ວງນີ້ ທ່ານຈະເຂົ້າມາປຶກສາ ຂໍຄຳແນະນຳບາງຢ່າງກັບທ່ານກໍເປັນໄປໄດ້
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນ ສີຄຣີມ
ເລກນຳໂຊກ 4