ຄູ່ຮັກດາລາເກົາຫຼີ ເຣນ ແລະ ຄິມແຕຮີ ຊ່ວຍເຫຼືອຜູ້ເຊົ່າຕຶກຂອງພວກເຂົາ ເນື່ອງໃນສະຖານະການໂຄວິດ-19

ຕາມການລາຍງານຂ່າວຂອງ Star News ໄດ້ເປີດເຜີຍວ່າ ຄູ່ຮັກດາລາຄົນດັງ ເຣນ ແລະ ຄິມ ແຕຮີ ໄດ້ຫຼຸດຄ່າເຊົ່າຕຶກຂອງພວກເຂົາລົງ 50 % ເນື່ອງຈາກວິກິດການ ການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ສົ່ງຜົນຕໍ່ເສດຖະກິດ,
ລາຍໄດ້ຂອງຜູ້ເຊົ່າຕຶກຂອງ ຄິມ ແຕຮີ ທີ່ຢູ່ບໍລິເວນ ສະຖານນີລົດໄຟກັງນໍາ ແລະ ຕຶກຂອງເຣນ ບໍລິເວນ ຊອງດຳ ,ເຊິ່ງຜູ້ເຊົ່າຕຶກຈະໄດ້ຮັບສ່ວນຫຼຸດຄ່າເຊົ່າ 50% ພາຍໃນເດືອນນີ້ . ນອກຈາກນີ້ທັງສອງຄົນຍັງເປັນບຸກຄົນທີ່ມັກບໍລິຈາກເງິນໃຫ້
ແກ່ການກຸສົນເປັນປະຈຳ ຢູ່ສະເໝີ ເຊັ່ນ : ຕອນທີ່ລູກສາວຂອງທັງຄູ່ມີອາຍຸຄົບຮອບ 100 ມື້ ຄິມແຕຮີກໍໄດ້ບໍລິຈາກເງິນຈຳນວນ 100 ລ້ານວອນ ໃຫ້ແກ່ໂບດຂອງລາວ , ສ່ວນເຣນກໍໄດ້ບໍລິຈາກເງິນໃຫ້ແກ່ອົງກອນທີ່ຊ່ວຍເຫຼືອໃນການຈັດຫາ
ນໍ້າດື່ມໃຫ້ແກ່ພື້ນທີ່ແຫ້ງແລ້ງ ຫຼື ຂາດແຄນນໍ້າ ເປັນຕົ້ນ , ເຊິ່ງບັນດາຊາວເນັດເກົາຫຼີຫຼາຍໆຄົນຕ່າງກໍໄດ້ພາກັນສະແດງຄວາມຊື່ນຊົມຕໍ່ການກະທຳຄວາມດີ ແລະ ຄວາມເຫັນອົກເຫັນໃຈຕໍ່ຜູ້ອື່ນຂອງຄູ່ຮັກດາລາຄົນດັງໃນຄັ້ງນີ້ດ້ວຍ.