ຣີວິວກ້ອງສະມາດໂຟນຄວາມລະອຽດສູງສຸດ 48 ລ້ານພິກເຊວຈາກ HUAWEI Nova 7i ກັບດີຊາຍງາມຫຼູບໍ່ມີບ່ອນຕິ

HUAWEI Nova 7i ມີກ້ອງຫຼັງທັງໝົດ 4 ເລນຄື:
-
ເລນຫຼັກ ຄວາມລະອຽດ 48 ລ້ານພິກເຊວ ຮູຮັບແສງ f/1.8
-
ເລນ Bokeh ຄວາມລະອຽດ 2 ລ້ານພິກເຊວ ຮູຮັບແສງ f/2.4
-
ເລນ Macro ຖ່າຍໄລຍະໃກ້ຄວາມລະອຽດ 2 ລ້ານພິກເຊວ ຮູຮັບແສງ f/2.4
-
ເລນມຸມກວ້າງ Ultra-Wide Angle ຄວາມລະອຽດ 8 ລ້ານພິກເຊວ ຮູຮັບແສງ f/2.4.
ເຊິ່ງແຕ່ລະເລນເຮັດວຽກຕ່າງກັນ ໂດຍມື້ນີ້ເຮົາຈະມາຣີວິວແຕ່ລະເລນດັ່ງຕໍ່ໄປນີ້ເລີຍ:
1. ກ້ອງຫຼັງເລນຫຼັກ Huawei nova 7i ສາມາດຖ່າຍພາບວັດຖຸທີ່ຢູ່ໃນໄຍະໄກໄດ້ຄົມຊັດໄດ້ງ່າຍດາຍເພາະຄວາມລະອຽດໃຫ້ມາສູງສຸດເຖິງ 48 ລ້ານພິກເຊວ ຮູຮັບແສງ f/1.8, ດ້ວຍເທັກໂນໂລຢີ ເຮັດໃຫ້ເລນຫຼັກນີ້ສາມາດປຽບທຽບເກັບເລນ Tele ໄດ້ເຖິງ 2 ເທົ່າ.
ນອກຈາກຄວາມລະອຽດທີ່ໃຫ້ມາສູງແລ້ວ Nova 7i ຍັງສາມາດຖ່າຍພາບຍ້ອນແສງໄດ້ສວຍງາມ ແລະ ເກັບລາຍລະອຽດໄດ້ດີ, ເຖິງວ່າຈະມີແສງກະທ້ອນກໍຍັງສາມາດປັບໜ້າສະຫວ່າງໄດ້ດ້ວຍໂໝດ AI HDR+ ເຮັດໃຫ້ພາບໄດ້ແສງທີ່ພໍດີ ແລະ ສົມດຸນ.
2. ກ້ອງຫຼັງເລນ Bokeh ຄວາມລະອຽດ 2 ລ້ານພິກເຊວ ຮູຮັບແສງ f/2.4 ຄືເລນນີ້ເປັນເລນສໍາລັບຖ່າຍໜ້າຊັດຫຼັງເບີ, ເຊິ່ງໃຊ້ເວລາຢາກຖ່າຍຮູບວັດຖຸໃດໜຶ່ງແບບສະເພາະຈຸດ ມັນຈະໂຟກັສວັດຖຸນັ້ນແລ້ວເບີສາກຫຼັງເຮັດໃຫ້ພາບມີຄວາມລະມຸນສວຍງາມຫຼາຍຂຶ້ນ.
3. ກ້ອງຫຼັງເລນ Macro ຄວາມລະອຽດ 2 ລ້ານພິກເຊວ ຮູຮັບແສງ f/2.4 ເລນ Macro ເຊິ່ງອ່ານວ່າເລນມາໂຄນີ້ແມ່ນເລນໃຊ້ສໍາລັບຖ່າຍວັດຖຸໃດໜຶ່ງໃນໄລຍະໃກ້ຊິດແຕ່ພາບຍັງຄົມຊັດໄດ້, ຕົວຢ່າງໃຊ້ເວລາເຮົາຢາກຖ່າຍແມງກະເບື້ອ ຫຼື ແມງໄມ້ໃດໜຶ່ງໃນໄລຍະໃກ້ເພື່ອຢາກເຫັນລາຍລະອຽດຂອງມັນ ເຮົາສາມາດຍັບກ້ອງເຂົ້າໄປໃກ້ໂຕມັນແລ້ວເລນມາໂຄນີ້ຈະທຳງານ ແລະ ໂຟກັສອັດຕະໂນມັດເຮັດໃຫ້ເຮົາສາມາດຈັບພາບແມງກະເບື້ອໄດ້ແບບລະອຽດຄົມຊັດສວຍງາມ.
4. ກ້ອງຫຼັງເລນ Ultra-Wide Angle ຮູຮັບແສງ f/2.4 ເລນນີ້ແມ່ນເລນກວ້າງໃຊ້ສໍາລັບຖ່າຍພາບບັນຍາກາດໃດໜຶ່ງໃຫ້ໄດ້ກວ້າງຂຶ້ນເຊິ່ງສາມາດເກັບພາບຄວາມກວ້າງໄດ້ເຖິງ 120 ອົງສາເຮັດໃຫ້ໄດ້ມຸມພາບທີ່ປະທັບໃຈຫຼາຍຂຶ້ນ ແລະ ຄວາມຍາວໂຟກັສ 17mm ຈັບວັດຖຸໃນພາບໄດ້ຫຼາຍຂຶ້ນ 140% ໝາຍຄວາມວ່າສາມາດເກັບລາຍລະອຽດວັດຖຸໃນພາບໄດ້ດີຂຶ້ນເຮັດໃຫ້ພາບມີສີສັນມີຊີວິດຊີວາ ເວລາຢາກຖ່າຍພາບລວມກຸ່ມຫຼາຍໆຄົນກັບທໍາມະຊາດ ສີສັນພາບກໍຈະບໍ່ຈືດ ເຮັດໃຫ້ໄດ້ພາບທີ່ຖືກໃຈທ່ານແນ່ນອນ.
ນອກຈາກນີ້ Huawei Nova 7i ຍັງມີ Super Night Mode ໃຊ້ໄວ້ຖ່າຍພາບໃນຕອນກາງຄືນໃນບັນຍາກາດທີ່ມືດ ຫຼື ມີແສງໜ້ອຍແຕ່ສາມາດຖ່າຍພາບໃຫ້ອອກມາແຈ້ງສະຫວ່າງ ທັງຍັງເກັບລາຍລະອຽດໄດ້ດີຂຶ້ນເຮັດໃຫ້ພາບມີມິຕິສວຍງາມຍິ່ງຂຶ້ນ.
ກ້ອງໜ້າຄວາມລະອຽດ 16 ລ້ານພິກເຊວ
ສ່ວນດ້ານກ້ອງໜ້າ Huawei Nova 7i ຖືກອອກແບບໃຫ້ຝັງໃນໜ້າຈໍຄວາມລະອຽດ 16 ລ້ານພິກເຊວ ຮູຮັບແສງ f/2.0, ມີຕົວເລືອກໂໝດ Beauty ແລະ ເບີສາກຫຼັງຫຼາຍແບບເຮັດໃຫ້ພາບເຊວຟີມີຄວາມສົມບູນແບບ ແລະ ງາມຕັ້ງແຕ່ກົດຖ່າຍຄັ້ງທໍາອິດໂດຍບໍ່ຕ້ອງເສຍເວລາແຕ່ງຮູບອີກຫຼາຍຂັ້ນຕອນ.
ສຳລັບກ້ອງໜ້າຂອງ Huawei nova 7i ແມ່ນຍັງມີໂໝດ Super Night Selfie mode 2.0 ເຊິ່ງໂໝດນີ້ຈະຊ່ວຍການເຊວຟີຂອງສາວໆໃນຕອນກາງຄືນ ຫຼື ບ່ອນມືດແສງນ້ອຍໃຫ້ສວຍງາມຍິ່ງຂຶ້ນ ປັບໜ້າຂອງສາວໆໃຫ້ສະຫວ່າງ ແລະ ຄົມຊັດຍິ່ງຂຶ້ນ.
ນອກຈາກ Huawei Nova 7i ຈະມີກ້ອງທີ່ຖ່າຍພາບໄດ້ສວຍງາມສົມຈິງແລ້ວ ເລື່ອງສະເປັກຍັງເທບນໍາອີກ ເພາະສະມາດໂຟນລຸ້ນນີ້ໃຊ້ຊິບເຊັດ Huawei Nova 7i ໃຊ້ຊິບເຊັດ Kirin 810 ຂະໜາດ 7 ນາໂນແມັດເຊິ່ງເປັນຊິບເຊັດທີ່ດີທີ່ສຸດໃນລະດັບລາຄານີ້ ຖືໄດ້ວ່າປະຢັດຄຸ້ມຄ່າ ແຖມໄດ້ສະເປັກເທບມານໍາ. ດ້ານໜ່ວຍຄວາມຈໍາລຸ້ນນີ້ໃຫ້ RAM 8GB, ROM 128GB ແລະ ສາມາດເພີ່ມຄວາມຈໍາໄດ້ສູງສຸດ 512 GB ຄວາມຈໍາໃຫຍ່ແບບນີ້ໃຊ້ໄດ້ຈຸໃຈບໍ່ຕ້ອງຢ້ານເຕັມເລີຍ.
ສ່ວນແບັດເຕີຣີບັນຈຸ 4200mAh ລະບົບສາກແບບ Huawei Super Charge 40W ສາມາດສາກໄດ້ເຕັມ 70% ພາຍໃນເວລາ 30 ນາທີເທົ່ານັ້ນ ແລະ ສາກໄວແນວນີ້ຫຼາຍຄົນອາດສົງໄສເລື່ອງຄວາມປອດໄພ ແຕ່ບໍ່ຕ້ອງກັງວົນເລີຍເພາະລະບົບສາກຂອງ Huawei Nova 7i ໄດ້ຮັບການຮັບຮອງຈາກສະຖາບັນ TÜV Rheinland Safe Fast Charge Certification ວ່າປອດໄພແນ່ນອນ.