"ຄິມຈອງອຶນ" ສົ່ງຈົດໝາຍເຖິງຜູ້ນຳເກົາຫຼີໃຕ້ ເອົາໃຈຊ່ວຍສູ້ໂຄວິດ-19

'ທ່ານ ຄິມຈອງອຶນ' ຜູ້ນຳສູງສຸດຂອງເກົາຫຼີເໜືອສົ່ງຈົດໝາຍສ່ວນຕົວໃຫ້ກຳລັງໃຈເກົາຫຼີໃຕ້ໃນການຕໍ່ສູ້ກັບການແພ່ລະບາດຂອງໄວຣັດໂຄໂຣນາສາຍພັນໃໝ່ 2019 ຊຶ່ງຫຼ້າສຸດຍອດຜູ້ຕິດເຊື້ອໃນເກົາຫຼີໃຕ້ທະລຸ 6,000 ຄົນແລ້ວ.
ທຳນຽບປະທານາທິບໍດີເກົາຫຼີໃຕ້ລະບຸວ່າ ໃນຈົດໝາຍຂອງ 'ທ່ານ ຄິມຈອງອຶນ' ທີ່ສົ່ງເຖິງປະທານາທິບໍດີ 'ມຸນແຈອິນ' ຂອງເກົາຫຼີໃຕ້ເມື່ອວັນພຸດທີ່ຜ່ານມາ ມີເນື້ອໃນລະບຸວ່າ ຜູ້ນຳເກົາຫຼີເໜືອຈະຄອຍຖ້າສະໜັບສະໜຸນເກົາຫຼີໃຕ້ໃນການຕໍ່ສູ້ກັບໄວຣັດໂຄວິດ-19 ຢູ່ງຽບໆ, ພ້ອມຢ້ຳເຖິງຄວາມເປັນມິດ ແລະ ເຊື່ອໝັ້ນໃນປະທານາທິບໍດີ 'ມຸນແຈອິນ' ຢ່າງບໍ່ປ່ຽນແປງ ພ້ອມທັງສະແດງຄວາມເປັນຫ່ວງສຸຂະພາບຂອງຜູ້ນຳເກົາຫຼີໃຕ້ ຊຶ່ງ 'ທ່ານ ມຸນ' ກໍໄດ້ສົ່ງຈົດໝາຍຕອບກັບໄປຍັງຜູ້ນຳເກົາຫຼີເໜືອເພື່ອສະແດງຄວາມຂອບໃຈ. ລາຍງານລະບຸວ່າ 'ທ່ານຄິມຈອງອຶນ' ຍັງໄດ້ເປີດເຜີຍຄວາມຄິດເຫັນທີ່ “ກົງໄປກົງມາ” ຕໍ່ສະຖານະການເທິງແຫຼມເກົາຫຼີ ແຕ່ທາງທຳນຽບປະທານາທິບໍດີເກົາຫຼີໃຕ້ບໍ່ໄດ້ເປີດເຜີຍລາຍລະອຽດ.
ການແລກປ່ຽນຈົດໝາຍທີ່ບໍ່ຄ່ອຍເກີດຂຶ້ນນັກຂອງສອງຜູ້ນຳເກົາຫຼີມີຂຶ້ນໃນຂະນະທີ່ເກົາຫຼີໃຕ້ມີລາຍງານຍອດຜູ້ຕິດເຊື້ອໄວຣັດໂຄວິດ-19 ແລ້ວ 6,088 ລາຍ. ຂະນະທີ່ໃນເກົາຫຼີເໜືອບໍ່ມີລາຍງານຢືນຢັນຜູ້ຕິດເຊື້ອ ແຕ່ທາງການໄດ້ດຳເນີນມາດຕະການປ້ອງກັນເຂັ້ມງວດດ້ວຍການຄຸມເຂັ້ມຊາຍແດນຕິດກັບຈີນຊຶ່ງເປັນປະເທດຕົ້ນຕໍການແພ່ລະບາດ ແລະເພີ່ມຄວາມເຂັ້ມຂຸ້ນໃນລະບຽບການກັກຕົວສຳລັບຊາວຕ່າງປະເທດ.
ຈົດໝາຍຂອງ 'ທ່ານ ຄິມຈອງອຶນ' ເຖິງຜູ້ນຳເກົາຫຼີໃຕ້ຍັງມີຂຶ້ນພຽງມື້ດຽວຫຼັງຈາກທີ່ 'ຄິມໂຢຈອງ' ນ້ອງສາວຊຶ່ງເປັນທີ່ປຶກສາໃກ້ຊິດຂອງ 'ທ່ານ ຄິມຈອງອຶນ' ໄດ້ອອກຖະແຫຼງການສ່ວນຕົວເມື່ອຕອນເດິກວັນນອັງຄານທີ່ຜ່ານມາ ປະນາມທຳນຽບປະທານາທິບໍດີເກົາຫຼີໃຕ້ທີ່ສະແດງຄວາມກັງວົນຕໍ່ການທີ່ເກົາຫຼີເໜືອທົດສອບຍິງອາວຸດ 2 ລູກ ລົງທະເລຕາເວັນອອກເມື່ອວັນຈັນທີ່ຜ່ານມາ ໂດຍລັດຖະບານເກົາຫຼີເໜືອລະບຸວ່າອາວຸດດັ່ງກ່າວເປັນປືນໃຫຍ່ພິໄສໄກ. ຂະນະທີ່ລັດຖະບານເກົາຫຼີໃຕ້ມເຫັນວ່າຄວາມຈິງແລ້ວນິ້ເປັນການທົດສອບຂີປະນາວຸດພິໄສໃກ້ ຊຶ່ງພາຍໃຕ້ມະຕິຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດໄດ້ຫ້າມເກົາຫຼີເໜືອທົດສອບຂີປະນາວຸດ ໂດຍການທົດສອບອາວຸດດັ່ງກ່າວຍັງມີຂຶ້ນພຽງບໍ່ຈັກມື້ຫຼັງຄົບຮອບ 1 ປີ ທີ່ການປະຊຸມສຸດຍອດທີ່ນະຄອນຫຼວງຮ່າໂນ້ຍລະຫວ່າງປະທານາທິບໍດີ 'ໂດນັລ ທຣຳ ຂອງສະຫະລັດ ແລະ 'ທ່ານ ຄິມຈອງອຶນ' ຫຼົ້ມລົງ ແລະ ສົ່ງຜົນໃຫ້ການເຈລະຈາຕ່າງໆຢຸດລົງມາຕັ້ງແຕ່ນັ້ນ.
ຂໍຂອບໃຈ
ຂໍ້ມູນ : Voice TV , CNA , Yonhap News Agency