ບໍ່ຕ້ອງສຳຜັດກໍກົດປຸ່ມໄດ້! ລິບໄຮເທັກຈາກຈີນ ສາຍແສງເປັນປຸ່ມກົດກາງອາກາດ ປ້ອງກັນການຕິດເຊື້ອ

ຊົມຄລິບວິດີໂອສາທິດການໃຊ້ງານປຸ່ມກົດລິບສຸດໄຮເທັກ ຜົນງານບໍລິສັດເຕັກໂນໂລຊີໃນແຂວງອັນຮຸຍທາງພາກຕາເວັນອອກຂອງຈີນ ຊຶ່ງສ້າງສັນຂຶ້ນມາຕອບໂຈດ “ຫຼຸດການສຳຜັດ ຫຼີກລ້ຽງຕິດເຊື້ອ” ທ່າມກາງການລະບາດຂອງໄວຣັດໂຄໂຣນາສາຍພັນໃໝ່ (ໂຄວິດ-19).
ຜູ້ໂດຍສານລິບສາມາດກົດເລືອກຊັ້ນທີ່ຕ້ອງການ ລວມທັງກົດເປີດ-ປິດປະຕູລິບ ຜ່ານແຜງປຸ່ມກົດສະເໝືອນຈິງ ທີ່ເກີດຈາກການສາຍແສງສ້າງພາບກາງອາກາດໂດຍບໍ່ຕ້ອງເພິ່ງພາຕົວກາງ ແລະ ຈັບຕ້ອງຂໍ້ມູນດິຈິຕອນດ້ວຍມືເປົ່າໄດ້.
ລາຍງານເສີມວ່າ ປັດຈຸບັນອາຄານສຳນັກງານ, ໂຮງໝໍ ແລະ ສະຖານທີ່ສາທາລະນະຫຼາຍແຫ່ງຂອງອັນຮຸຍ ໄດ້ຕິດຕັ້ງ ແລະ ນຳໃຊ້ອຸປະກອນດັ່ງກ່າວແລ້ວ ເພື່ອຫຼຸດຄວາມສ່ຽງຕິດເຊື້ອຂ້າມ (cross infection) ໃນລິບທີ່ແຕ່ລະມື້ມີຄົນເຂົ້າອອກຫຼາຍໜ້າຫຼາຍຕາ.
ເບິ່ງວິດີໂອໄດ້ທີ່ນີ້.
ຂໍຂອບໃຈ
ຂໍ້ມູນ : China Xinhua News