ບໍ່ໄດ້ມາຫຼິ້ນໆ! ຮູ້ຈັກ "Aezy Red" ແຣັບເປີສາວລາວໄວ 19 ປີ ໃນລາຍການ TheRapper

ວົງການແຣັບເປີສັ່ນສະເທືອນກັນໄປທີ່ຮຽບຮ້ອຍກັບຄວາມສາມາດທີ່ລົ້ນເຫຼືອຂອງສາວລາວນາມວ່າ Aezy Red ເຊິ່ງເຂົ້າຮ່ວມແຂ່ງຂັນໃນລາຍການ TheRapper 2020 Civil War ຂອງໄທ.
ເປີດສາກກັນໄປໃນຮອບ Head to Head ກັບບົດເພງ "ເຈົ້າບໍ່ແມ່ນອາກາດ" ຂອງ ຕ່າຍ ອາກາດ ທີ່ໃນເນື້ອຮ້ອງສ່ວນຂອງການແຣັບບອກໄດ້ເລີຍວ່າ ຄົມ, ແຮງ, ສົ່ງອາລົມໄດ້ເປັນຢ່າງດີ ຈົນໄດ້ຮັບຄຳຍ້ອງຍໍຈາກຜູ້ຊົມລາຍການທັງຈາກຝັ່ງລາວ ແລະ ໄທ ຈົນສາມາດຜ່ານເຂົ້າຮອບຕໍ່ໄປໃນເທບທີ່ອອກອາກາດເມື່ອວັນທີ 2 ມີນາ ທີ່ຜ່ານມາ.
Aezy Red ຫຼື ເອ - ສຸດາ ເດດວົງສາ ເປັນສາວລາວໄວ 19 ປີ. ເອ ບອກໃນລາຍການວ່າ ຕົນເອງມັກຟັງເພງແຣັບຕັ້ງແຕ່ນ້ອຍແລ້ວ ແຕ່ກໍບໍ່ເຄີຍມາລົງມືເຮັດຢ່າງຈິງຈັງ ມັນຄັກດີ ແລະ ກໍຮູ້ສຶກວ່າຕົນເອງສາມາດເຮັດໄດ້.
ສ່ວນເຫດຜົນທີ່ ເອ ຕັດສິນໃຈເຂົ້າຮ່ວມແຂ່ງຂັນໃນລາຍການດັ່ງກ່າວແມ່ນຍ້ອນວ່າເປັນລາຍການແຂ່ງຂັນຂອງແຣັບເປີທີ່ໃຫຍ່ ແລະ ຢູ່ລາວຍັງບໍ່ທັນມີ ເຊິ່ງເປັີດໂອກາດໃຫ້ຄົນຮຸ່ນໃໝ່ທີ່ມັກການແຣັບໄດ້ມາສະແດງຄວາມສາມາດ.
ໃນລາຍການ TheRapper 2020 Civil War ນີ້, Aezy Red ຢູ່ທີມ PMC ຮ່ວມກັບສະມາຊິກທີມຄົນອື່ນເຊັ່ນ: Jahrom ຈາກ TheRapper ຊີຊັນ 1, Jonin, Santi, Flamingam ແລະ Santa Chord.
ຕິດຕາມ ແລະ ໃຫ້ກຳລັງໃຈ Aezy Red ໃນລາຍການ TheRapper 2020 Civil War ໄດ້ ທາງຊ່ອງ Workpoint 23 ຂອງໄທ ທຸກໆວັນຈັນ ເວລາ 21:15 ໂມງ.
ຂໍຂອບໃຈ
ພາບ : WorkpointOfficial