"ແມັດຕີ້ ໂດ" ນັກສ້າງຮູບເງົາຈາກລາວໄດ້ຮັບລາງວັນ ຜູ້ກໍາກັບຮູບເງົາດີເດັ່ນໃນເວທີລະດັບໂລກ

ທ່ານ ນາງ ມະລາວັນ ແມັດຕີ້ ໂດ (Mattie Do) ແມ່ຍິງລາວຄົນທໍາອິດ ໄດ້ຮັບລາງວັນ ຜູ້ກຳກັບການຜິດລິດຮູບເງົາດີເດັ່ນຈາກເວທີລະດັບໂລກ Best Director ແລະ ຮູບເງົາດັ່ງກ່າວຊື່ ບໍ່ມີວັນຈາກ (The Long Walk) ທີ່ເທດສະການຮູບເງົາ The Boston SciFi Festival Awards ທີ່ ສະຫະລັດອາເມລິກາ ຫວ່າງບໍ່ ດົນມານີ້.
ໃນງານດັ່ງກ່າວ, ນາງ ແມັດຕີ ໄດ້ສົ່ງຮູບເງົາ ເຂົ້າຊີງລາງວັນ ພ້ອມກັບຜູ້ກຳກັບດີເດັ່ນລະດັບໂລກນັ້ນກໍ່ຄື The Boston SciFi Festival Awards ພ້ອມທັງມີນັກສ້າງຮູບເງົາຊື່ດັງຫຼາຍປະເທດໃນທົ່ວໂລກເຂົ້າຊີງເຊັ່ນດຽວກັນ.
ຜົນງານທີ່ຜ່ານມາຂອງ ແມັດຕີ ເຊັ່ນ ຮູບເງົາເລື່ອງ ນ້ອງຮັກ (Dearest Sister) ທີ່ອອກສາຍໃນເວທີລະດັບໂລກ ແລະ ຍັງໄດ້ຮັບລາງວັນມາແລ້ວຫຼາຍເວທີ, ເຊິ່ງເປັນສິ່ງທີ່ຢັ້ງຢືນ ໄດ້ວ່າຜົນງານຂອງແມ່ຍິງຄົນນີ້ມີຄຸນນະພາບ ແລະ ສາກົນກໍ່ໃຫ້ຄວາມສົນໃຈ. ຮູບເງົາເລື່ອງ ຈັນທະລີ ກໍ່ເປັນອີກເລື່ອງໝຶ່ງທີ່ສ້າງຊື່ສຽງໃຫ້ປະເທດລາວດ້ານການສ້າງຮູບເງົາໃນເວທີສາກົນ.
ປັດຈຸບັນ ທ່ານນາງ ແມັດຕີ້ ເປັນນັກສ້າງຮູບເງົາ ແລະ ເປັນໜຶ່ງໃນຄະນະກຳມະການໂຄງການລາວແຟຊັນວີກ, ໂຄງການນັກອອກແບບໜຸ່ມນ້ອຍ ແລະ ເປັນຄູສອນເຕັ້ນບັນເລ້ ໃຫ້ກັບນັກຮຽນໂຮງຮຽນ ສີລະປະດົນຕີແຫ່ງຊາດ ຢູ່ນະຄອນຫຼວງວຽງຈັນ.
ຂໍຂອບໃຈ
ຂໍ້ມູນ : Mattie Do