ໜຸ່ມໆ BTS ຂອບໃຈແຟນໆ ຫຼັງຈາກຄວ້າລາງວັນທີ 1 ຈາກ ລາຍການເພງ Inkigayo

ໃນວັນທີ 1 ມີນາ ທີ່ຜ່ານມາ ໜຸ່ມໆ BTS ໄດ້ຄວ້າລາງວັນທີ 1 ຈາກລາຍການເພງ Inkigayo ທາງຊ່ອງ SBS ໃນການໂປໂໝດເພງ ON ເຊິ່ງເປັນເພງຫຼ້າສຸດຂອງພວກເຂົາ, ຫຼັງຈາກຊະນະລາງວັນ.
ຈິນ , ຈອງກຸກ ແລະ ເຈໂຮບ ໄດ້ໃຊ້ຊ່ອງທາງໃນ Twitter ໂພສຂອບໃຈແຟນໆຂອງພວກເຂົາ ແລະ ເປີດເຜີຍຄວາມຄິດກ່ຽວກັບການໂປໂໝດເພງ ໂດຍການທີ່ບໍ່ມີແຟນໆມາໃຫ້ກຳລັງໃຈ ເນື່ອງຈາກວ່າ ຊ່ວງນີ້ເປັນຊ່ວງທີ່ໄວຣັດໂຄວິດ-19ກຳລັງລະບາດ ຈຶ່ງໄດ້ໂຈະການເຂົ້າຮ່ວມຊົມຂອງແຟນໆໃນຫ້ອງອັດລາຍການ.
ຈິນໄດ້ໂພສວ່າ ''ມັນໜ້າເບື່ອທີ່ຕ້ອງໂປໂໝດເພງໂດຍທີ່ບໍ່ມີແຟນໆ ແຕ່ຂອບໃຈແຟນໆເດີ້ ທີ່ເຮັດໃຫ້ພວກເຮົາຊະນະລາງວັນທີ 1 ຂອງລາຍການ'' , ຈອງກຸກໄດ້ໂພສວ່າ ''ຂອບໃຈຫຼາຍໆເດີ້ ສຳລັບລາງວັນທີ 1.
ພວກເຮົາໄດ້ຮັບກຳລັງໃຈຈຳນວນຫຼວງຫຼາຍຈາກແຟນໆ ແຕ່ຕອນນີ້ ພວກເຮົາຫວັງວ່າພວກເຮົາຈະຊ່ວຍເຈົ້າໄດ້ ຫວັງວ່າພະລັງຂອງກຳລັງໃຈຖືກສົ່ງໄປເຖິງພວກເຈົ້າເດີ້'' ແລະ ເຈໂຮບ ກໍຍັງໄດ້ຂອບໃຈແຟນໆ ພ້ອມທັງຂໍໃຫ້ທຸກຄົນຕິດຕາມການໂປໂໝດໃນອາທິດໜ້ານີ້ດ້ວຍ.