ແຣັບເປີສາວລາວ "Aezy Red" ເຮັດໄດ້! ຜ່ານເຂົ້າຮອບຕໍ່ໄປໃນ TheRapper 2020 Civil War

ໃນລາຍການ TheRapper 2020 Civil War ເມື່ອຄືນວັນຈັນທີ່ຜ່ານມາ (2 ມີນາ 2020), ສາວລາວ Aezy Red ທີ່ສາມາດຜ່ານເຂົ້າຮອບຕໍ່ໄປໄດ້ ຈາກການແຂ່ງຂັນໃນຮອບທຳອິດນີ້.
ໃນຮອບດັ່ງກ່າວ Aezy Red ໄດ້ໃຊ້ເພງ ເຈົ້າບໍ່ແມ່ນອາກາດ ມາປະທະກັບແຣັບເປີຄົນອື່ນໆໃນຮອບນີ້ ເຊິ່ງທີ່ເຫຼືອເປັນຜູ້ຊາຍທັງໝົດ ປະກອບດ້ວຍ Dreamhigh ຈາກທີມ UrboyTJ, K6Y ຈາກທີມ TWOPEE ແລະ PP'Dreams ຈາກທີມ Fuckling Hero. ເຊິ່ງຜູ້ທີ່ບໍ່ໄດ້ຜ່ານເຂົ້າຮອບຕໍ່ໄປແມ່ນໜຸ່ມ ເປົາ PP'Dreams.
ໃນສ່ວນຂອງການແຣັບນັ້ນ Aezy Red ໄດ້ໃຊ້ເນື້ອຮ້ອງທັງທີ່ເປັນພາສາລາວ ແລະ ໄທປະສົມປະສານກັນອອກມາໄດ້ຢ່າງລົງໂຕ ເຊິ່ງເນື້ອໃນຫຼັກກໍຍັງຄົງເປັນໄປຕາມເນື້ອໃນຂອງເພງ ເຈົ້າບໍ່ແມ່ນອາກາດ ເຊິ່ງຕົ້ນສະບັບຮ້ອງໄວ້ໂດຍ ຕ່າຍ ອາກາດ.
ທັງນີ້ Aezy Red ເປັນສາວລາວຄົນທຳອິດທີ່ເຂົ້າແຂ່ງຂັນໃນລາຍການນີ້ ແລະ ເປັນໜຶ່ງໃນຜູ້ເຂົ້າແຂ່ງຂັນທັງ 24 ຄົນໃນລາຍການນີ້. Aezy Red ເປັນໜຶ່ງໃນສະມາຊິກຂອງທີມ PMC ເຊິ່ງສະມາຊິກຄົນອື່ນໆປະກອບມີ: Jahrom ຈາກ TheRapper ຊີຊັນ 1, Jonin, Santi, Flamingam ແລະ Santa Chord.
ຮ່ວມເປັນກຳລັງໃຈໃຫ້ກັບ Aezy Red ໃນລາຍການ TheRapper 2020 Civil War ໄດ້ ທາງຊ່ອງ Workpoint 23 ຂອງໄທ ທຸກໆວັນຈັນ ເວລາ 21:15 ໂມງ.
ຂໍຂອບໃຈ
ພາບ : FB: Aezy Red , IG: Aezy_red