ມະຫະກຳກີລາແຫ່ງຊາດຄັ້ງທີ 11 ຫຼື "ຊຽງຂວາງເກມ" ເລື່ອນຈັກເທື່ອແລ້ວ?

ມະຫະກຳກີລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງເກມ ເດີມແລ້ວມີກຳນົດການຈະຈັດຂຶ້ນໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020 ນີ້ ໂດຍແຂວງຊຽງຂວາງຮັບໜ້າທີ່ເປັນເຈົ້າພາບ.
ເບື້ອງຕົ້ນໄດ້ມີການກະກຽມຄວາມພ້ອມທັງໃນດ້ານສະໜາມແຂ່ງກີລາ, ການຮອງຮັບຄະນະນັກກີລາຈາກແຕ່ລະແຂວງທົ່ວປະເທດ, ການເປີດງານ ແລະ ທາງດ້ານຜູ້ອຸປະຖຳຕ່າງໆ.
ມື້ນີ້ເຮົາຈະພາມາເບິ່ງກັນວ່າ ມະຫະກຳກີລາແຫ່ງຊາດຄັ້ງນີ້ຖືກ "ເລື່ອນ" ມາແລ້ວຈັກເທື່ອ ແລະ ຍ້ອນສາເຫດອັນໃດ?
ຄັ້ງທີ 1: ທຳອິດແລ້ວ ຊຽງຂວາງເກມ ມີກຳນົດຈັດຂຶ້ນໃນທ້າຍປີ 2017 ແຕ່ເນື່ອງຈາກການກະກຽມພື້ນຖານໂຄງລ່າງ ໂດຍສະເພາະສະໜາມເປີດ-ປິດການແຂ່ງຂັນ ບໍ່ສາມາດກໍ່ສ້າງສຳເລັດແລ້ວທັນຕາມເວລາທີ່ໄດ້ກຳນົດໄວ້ ຈຶ່ງໄດ້ມີການພິຈາລະນາໃຫ້ເລື່ອນໄປກ່ອນ.
ຄັ້ງທີ 2: ກຳນົດການໃໝ່ແມ່ນຈະຈັດຂຶ້ນໃນທ້າຍປີ 2018 ລະຫວ່າງວັນທີ 11-21 ພະຈິກ, ແຕ່ເນື່ອງຈາກເກີດເຫດໄພພິບັດນໍ້າຖ້ວມທົ່ວປະເທດ ໂດຍສະເພາະແມ່ນເຫດການຄູກັ້ນນໍ້າຂອງເຂື່ອນເຊນໍ້ານ້ອຍ-ເຊປຽນ ຢູ່ເມືອງສະໜາມໄຊ ແຕກພັງ ທາງຂັ້ນເທິງຈຶ່ງໄດ້ພິຈາລະນາໃຫ້ເລື່ອນເປັນຄັ້ງທີ 2.
ຄັ້ງທີ 3: ກຳນົດການໃໝ່ຂອງການຈັດງານດັ່ງກ່າວແມ່ນລະຫວ່າງວັນທີ 21-30 ທັນວາ 2019 ແຕ່ກໍມີການສະເໜີໃຫ້ເລື່ອນອີກຄັ້ງ ໂດຍໃນຄັ້ງນີ້ໜັງສືແຈ້ງການຈາກສຳນັກງານນາຍົກລັດຖະມົນຕີລະບຸວ່າ "ຖ້າຈັດໃສ່ເດືອນທັນວາ ສະພາບອາກາດຈະໜາວໂພດ" ຈຶ່ງຂະໃຫ້ພິຈາລະນາໃຫ້ເລື່ອນ.
ຄັ້ງຫຼ້າສຸດ: ກຳນົດການເດີມແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020 ນີ້ ແຕ່ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃນສາກົນ ແລະ ປະເທດອ້ອມຂ້າງ ທາງການຈຶ່ງມີຄວາມກັງວົນຕໍ່ກັບສະຖານະການດັ່ງກ່າວ ແລະ ເພື່ອເປັນການຫຼຸດຜ່ອນກິດຈະກຳຊຸມນຸມທີ່ມີຄົນເປັນຈຳນວນຫຼາຍ ທີ່ອາດເຮັດໃຫ້ເກີດຄວາມສ່ຽງຕໍ່ການຕິດເຊື້ອ, ທາງກະຊວງສາທາລະນະສຸກຈຶ່ງໄດ້ສະເໜີເຖິງຂັ້ນເທິງໃຫ້ພິຈາລະນາເລື່ອນການຈັດງານດັ່ງກ່າວອອກໄປກ່ອນ ຈົນກວ່າສະພາບການຈະກັບສູ່ພາວະປົກກະຕິ.
ຂໍຂອບໃຈ
ພາບ : FB: XiengKhouang ຊຽງຂວາງ