"ນໍ້າຕົກຕາດແຊພະ" ແຂວງອັດຕະປື ສະຖານທີ່ທໍາມະຊາດທີ່ກໍາລັງເລັ່ງປັບປຸງ

ນ້ໍາຕົກຕາດແຊພະ ຕັ້ງຢູ່ ບ້ານຫີນລາດ ເມືອງສະໜາມໄຊ ແຂວງອັດຕະປື ຫ່າງຈາກເທສະບານເມືອງໄປປະມານ 56 ກິໂລແມັດ, ທີ່ໄດ້ກໍາເນີດຈາກສາຍນ້ໍາ ເຊປຽນ, ເປັນນໍ້າຕົກຕາດທີ່ສວຍສົດງົດງາມ ແລະມີຄວາມສູງປະມານ 23 ແມັດ, ກວ້າງ 120 ແມັດ, ມີເນື້ອທີ່ກວ້າງກວ່າ 100 ເຮັກຕາ, ເຖິງແມ່ນຢູ່ ບໍລິເວນອ້ອມຕາດຕົ້ນໄມ້ໃບຫຍ້າຈະຖືກທໍາລາຍຈາກໄພນໍ້າຖ້ວມກໍຕາມ, ຊຶ່ງມາຮອດປະຈຸບັນກໍໄດ້ຟື້ນໂຕກັບຄືນມາຢ່າງເປັນປົກກະຕິອັນເຕັມໄປ ດ້ວຍປ່າໄມ້ ທີ່ດົກໜາຂຽວງາມອຸ່ມທຸ່ມ, ມີສາຍລົມເຢັນພັດຜ່ານຕະຫຼອດເວລາເຮັດໃຫ້ ອາກາດເຂດນີ້ ມີຄວາມສົດຊື່ນ ແລະ ເຢັນດີ.
ຕາມຕໍານານທີ່ໄດ້ເລົ່າຂານກັນມາວ່າ, ໃນເມື່ອກ່ອນຢູ່ບໍລິເວນຕາດແຫ່ງນີ້ໄດ້ມີ ຖ້ໍາແຫ່ງໜຶ່ງ ຊຶ່ງຢູ່ໃນພາຍຖ້ໍາມືພະອົງສັກສິດທີ່ສາມາດສະເດັດໄປ-ມາໄດ້ທຸກ ແຫ່ງຫົນ, ພາຍໃນຖ້ໍາຍັງມີແກ້ວແຫວນເງິນຄໍາ ແລະ ເພັດນິນຈິນດາຕ່າງໆ ຊຶ່ງປະຊາຊົນໃນສະໄໝບູຮານຍາມ ມີງານບຸນຕ່າງໆ ກໍໄດ້ມາຢືມເອົາເຄື່ອງປະດັບ ຢູ່ໃນຖ້ໍາແຫ່ງນີ້ເພື່ອ ໄປປະດັບເອ້ຢ້ອງ, ຫຼັງຈາກແລ້ວ ງານແລ້ວກໍ່ເອົາມາສົ່ງຄືນບ່ອນເກົ່າ, ຕໍ່ມາໄດ້ມີກຸ່ມຄົນບໍ່ດີເຂົ້າມາລັກເອົາເຄື່ອງ ແລະ ວັດຖຸມີຄ່າຢູ່ ພາຍໃນຖ້ໍາແຫ່ງນີ້ ແລະ ບາງຄົນ ເອົາໄປແລ້ວບໍ່ສົ່ງຄືນ ຈຶ່ງເຮັດໃຫ້ພະອົງສັກສິດ ໄດ້ສະເດັດໄປປະດິດສະຖານຢູ່ທີ່ອື່ນ ແລະ ຖ້ໍາແຫ່ງນີ້ກໍໄດ້ຫັກເພພັງລົງຖົມປາກຖ້ໍາໄວ້ ຈຶ່ງບໍ່ມີໃຜສາມາດເຂົ້າໄປໃນຖໍ້ານີ້ໄດ້ ອີກຈົນເທົ່າທຸກວັນນີ້.
ປັດຈຸບັນນີ້, ແມ່ນກໍາລັງຂຸ້ນຂ້ຽວປັບພື້ນທີ່ໜ້າດິນ, ປູກຕົ້ນໄມ້ປະດັບ, ສ້າງສິ່ງອໍານວຍຄວາມສະດວກຕ່າງໆເຊັ່ນ: ສະຖານທີ່ບໍລິການຈອດລົດ, ຮ້ານອາຫານກິນດື່ມ, ຫ້ອງນໍ້າສະອາດ, ຈຸດຊົມວິວ ແລະ ສະຖານທີ່ພັກຜ່ອນຕະຫຼອດຮອດ ເສັ້ນທາງເຂົ້າ-ອອກຂອງຕາດແຫ່ງນີ້ກໍຈະໄດ້ປັບປຸງຄືນໃໝ່ໃຫ້ ກາຍເປັນ ເສັ້ນທາງທີ່ດີງາມ ແລະ ໄປມາໃຫ້ສະດວກສະບາຍກວ່າເກົ່າ.