ປະທານສີຈິ້ນຜິງ ກ່າວ ຈີນກຳລັງປະເຊີນໜ້າກັບບົດທົດສອບຄັ້ງໃຫຍ່ທີ່ສຸດ ຈາກໂຄວິດ-19

ປະທານປະເທດແຫ່ງ ສປ ຈີນ ກ່າວ ໂຄວິດ -19 ເປັນບັນຫາສາທາລະນະສຸກທີ່ໃຫຍ່ທີ່ສຸດນັບຕັ້ງແຕ່ຈີນສ້າງຕັ້ງປະເທດ. ຂະນະທີ່ຈຳນວນຜູ້ຕິດເຊື້ອທົ່ວໂລກຍັງຄົງເພີ່ມຂຶ້ນຕໍ່ເນື່ອງ ໂດຍສະເພາະໃນເກົາຫຼີໃຕ້, ຍີ່ປຸ່ນ, ອີຣານ ແລະ ອິຕາລີ.
ປະທານ ສີຈິ້ນຜິງ ຂອງຈີນ ກ່າວໃນການປະຊຸມວ່າດ້ວຍການປະສານງານປ້ອງກັນ ແລະ ຄວບຄຸມໄວຣັດໂຄວິດ-19 ວ່າ ການແພ່ລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃໝ່ (ໂຄວິດ -19) ເປັນວິກິດການສຸກເສີນດ້ານສາທາລະນະສຸກຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ຈີນສ້າງຕັ້ງເປັນສາທາລະນະລັດໃນປີ 1949.
'ນີ້ຄືວິກິດການສຳລັບພວກເຮົາ (ຈີນ) ແລະ ມັນເປັນບົດທົດສອບຄັ້ງໃຫຍ່ຂອງເຮົາ,' ປະທານ ສີຈິ້ນຜິງ ກ່າວ.
ນອກຈາກນີ້ ຜູ້ນຳຈີນຍັງຮຽກຮ້ອງໃຫ້ຄະນະກຳມະການພັກ ແລະ ໜ່ວຍງານລັດຖະບານທຸກລະດັບຮັກສາ, ເຝົ້າລະວັງ ລວມທັງຊຸກຍູ້ຄວາມພະຍາຍາມໃນການປ້ອງກັນ ແລະ ຄວບຄຸມພະຍາດລະບາດຢ່າງບໍ່ຢຸດຢັ້ງ.
“ເຮົາບໍ່ຄວນປ່າວປະກາດໄຊຊະນະເລີຍ ຫາກຍັງບໍ່ຄວ້າໄຊຢ່າງສົມບູນ,” ຜູ້ນຳຈີນກ່າວ.
ປັດຈຸບັນຢອດຜູ້ຕິດເຊື້ອໄວຣັດໂຄໂຣນາມີຫຼາຍກວ່າ 80,000 ຄົນທົ່ວໂລກ ແລະມີຜູ້ເສຍຊີວິດຫຼາຍກວ່າ 2,700 ຄົນ ໂດຍໃນປະເທດຈີນມີຜູ້ຕິດເຊື້ອ 78,064 ຄົນ ແລະ ມີຜູ້ເສຍຊີວິດແລ້ວ 2,715 ລາຍ.
ຍອດຜູ້ຕິດເຊື້ອນອກຈີນເພີ່ມຂຶ້ນຢ່າງຕໍ່ເນື່ອງ
ໃນ 'ອິຕາລີ' ມີລາຍງານຍອດຜູ້ຕິດເຊື້ອໄວຣັດໂຄວິດ-19 ແລ້ວ 323 ຄົນ ແລະ ມີຜູ້ເສຍຊີວິດແລ້ວ 3 ລາຍ. ທັງນີ້ລັດຖະບານທ້ອງຖິ່ນແຄວ້ນລອມບາດີ ແລະ ເວເນໂຕຂອງອິຕາລີໄດ້ອອກຄຳສັ່ງປິດໂຮງຮຽນ ແລະ ມະຫາວິທະຍາໄລຢ່າງໜ້ອຍ 1 ອາທິດ ແລະ ສັ່ງປິດພິພິທະພັນ ແລະ ໂຮງຮູບເງົາ ລວມັທງຍົກເລີກການຈັດງານເວນິສຄານິວໍອີກດ້ວຍ.
ທີ່ຜ່ານມາ, ລັດຖະບານທ້ອງຖິ່ນຂອງແຄວ້ນລອມບາດີ ແລະ ເວເນໂຕໄດ້ສັ່ງປິດ 12 ເມືອງ ໂດຍມີປະຊາກອນກວ່າ 50,000 ຄົົນທີ່ຖືກກັກຕົວພາຍໃນແຄວ້ນດັ່ງກ່າວ ພ້ອມທັງຮ້ອງຂໍໃຫ້ປະຊາຊົນອາໄສຢູ່ໃນເຮືອນເທົ່ານັ້ນ.
ຂະນະທີ່ 'ອີຣານ' ມີລາຍງານຍອດຜູ້ຕິດເຊື້ອໄວຣັດແລ້ວ 95 ຄົນ ແລະ ມີຜູ້ເສຍຊີວິດແລ້ວ 16 ຄົນ. ທັງນີ້ປະເທດເພື່ອນບ້ານຂອງອີຣານຢ່າງອີຣັກ ແລະ ຕວກກີ ຕ່າງມີຄຳສັ່ງປິດຊາຍແດນທີ່ເຊື່ອມຕໍ່ອີຣານທັງໝົດ ລວມທັງສາຍການບິນຫຼາຍປະເທດຍົກເລີກຖ້ຽວບິນໄປຍັງອີຣານແລ້ວ.
ທາງດ້ານ 'ເກົາຫຼີໃຕ້' ມີລາຍງານຍອດຜູ້ຕິດເຊື້ອເພີ່ມຂຶ້ນເປັນ 1,261 ລາຍ ແລະ ມີຜູ້ເສຍຊີວິດ 7 ລາຍ ທັງນີ້ລັດຖະບານເກົາຫຼີໃຕ້ໄດ້ປະກາດຍົກລະດັບມາດຕະການປ້ອງກັນໄພເປັນລະດັບສູງສຸດ ຫຼັງຈາກມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງວ່ອງໄວ.
ຂະນະທີ່ 'ຍີ່ປຸ່ນ' ມີລາຍງານຍອດຜູ້ຕິດເຊື້ອແລ້ວ 171 ລາຍ ແລະ ມີຜູ້ເສຍຊີວິດ 1 ລາຍ ທັງນີ້ທາງລັດຖະມົນຕີກະຊວງສາທາລະນະສຸກຂອງຍີ່ປຸ່ນໄດ້ອອກມາຂໍໂທດ ຫຼັງຈາກພົບວ່າ ຜູ້ໂດຍສານຍິງທີ່ໄດ້ຮັບການປ່ອຍຕົວຈາກເຮືອ Diamond Princess ເມື່ອອາທິດທີ່ຜ່ານມາຕິດເຊື້ອໂຄວິດ-19.
ຂໍຂອບໃຈ
ຂໍ້ມູນ : Voice TV , SCMP , Reuters , CNA , KoreaTimes