ກິດຈະກຳຊ້າງຄຳຮູ້ ສ້າງສີສັນໃຫ້ງານບຸນຊ້າງ 2020 ທີ່ໄຊຍະບູລີ ໄດ້ຢ່າງຄຶກຄື້ນ

ອີກບໍ່ພໍເທົ່າໃດມືກໍຈະປິດລົງແລ້ວ ສຳລັບ ງານມະຫະກຳບຸນຊ້າງ ປະຈຳປີ 2020 ທີ່ເຕັມໄປດ້ວຍບັນຍາກາດຟົດຟື້ນ ມີຫຼາຍກິດຈະກຳທີ່ດຶງດູດນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ. ໃນນັ້ນ, ກິດຈະກຳຊ້າງຄຳຮູ້ກໍເປັນອີກກິດຈະກຳໜຶ່ງທີ່ໄດ້ຮັບຄວາມສົນໃຈ ໂດຍມີການສະແດງ ທັງໝົດ 19 ລາຍການ ບໍ່ວ່າຈະເປັນລາຍການຊ້າງມອບດອກໄມ້ໃຫ້ແຂກຜູ້ເຂົ້າຮ່ວມ, ຟ້ອນລຳວົງ, ຫຼິ້ນບານບ້ວງ, ຢືນຍົກສອງຂາໜ້າ-ນັ່ງຍົກສອງຂາໜ້າ, ຊ້າງຕັ້ງຫົວ, ຊ້າງໃສ່ມວກໃຫ້ຄົນ, ຊ້າງຍ່າງຂ້າມຄົນ, ຊ້າງຊັດຫມາກປຸມເປົ້າ, ຊ້າງແກວ່ງບ້ວງ, ຊ້າງແຕ້ມຮູບ, ຊ້າງດຶງເຊືອກກັບຄົນ ແລະ ອື່ນໆ.
ແຕ່ລະກິດຈະກຳທີ່ກ່າວມານັ້ນ ຊ້າງສາມາດສະແດງອອກມາໄດ້ດີ ແລະ ໜ້າຮັກຫຼາຍ ຈົນເຮັດໃຫ້ແຂກຜູ້ທີ່ເຂົ້າຊົມເຫັນແລ້ວຍິ້ມ-ຫົວໄປນຳເລີຍ. ສຳລັບມະຫະກຳບຸນຊ້າງ ໄຊຍະບູລີ ປີນີ້ມີຊ້າງເຂົ້າຮ່ວມການສະແດງ 71 ເຊືອກ, ມີຊ້າງເຜືອກ 1 ໂຕ. ມື້ນີ້ກໍໄດ້ເກັບພາບບັນຍາກາດຂອງຊ້າງຄຳຮູ້ ທີ່ເຂົ້າຮ່ວມເຮັດກິດຈະກຳສ້າງສີສັນດັ່ງກ່າວມາໃຫ້ໄດ້ຊົມກັນ.
ຂໍຂອບໃຈ
ພາບ : tarkthaiy