ຕ່າຍ ອາກາດ ພ້ອມທັບສິລະປິນລາວ ຮ່ວມເຮັດເພງການກຸສົນ ສົ່ງກຳລັງໃຈໃຫ້ຊາວຈີນຕໍ່ສູ້ກັບໂຄວິດ-19

ຫຼັງຈາກທີ່ ຕ່າຍ ອາກາດ ໄດ້ໂພສພາບທີ່ຖ່າຍຮ່ວມກັບບັນດານັກຮ້ອງຫຼາຍໆຄົນລົງໃນອິນສະຕຣາແກຣມສ່ວນຕົວ ພ້ອມທັງເນື້ອໃນແຄັບຊັ່ນທີ່ຂຽນອອກມາປະມານວ່າ ກຳລັງເຮັດໂປຣເຈັກໃດໜຶ່ງຢ່າງແນ່ນອນ ເຊິ່ງໄດ້ເຮັດໃຫ້ຫຼາຍໆຄົນສົງໄສວ່າ ພວກເຂົາກຳລັງຮວມຕົວກັນເພື່ອເຮັດໂປຣເຈັກຫຍັງກັນແທ້.
ແຕ່ເພື່ອໄຂຂໍ້ສົງໄສດັ່ງກ່າວ ທີມງານ Muan.la ໄດ້ໄປສຳພາດ ຕ່າຍ ອາກາດ ເຖິງລາຍລະອຽດຂອງໂປຣເຈັກດັ່ງກ່າວ ແລະ ຕ່າຍກໍໄດ້ໃຫ້ຄຳຕອບມາວ່າ ໂປຣເຈັກນີ້ ແມ່ນເປັນໂປຣເຈັກເພື່ອການກຸສົນຂອງວິທະຍຸສາກົນແຫ່ງປະເທດຈີນ CRI ໂດຍຈະເປັນການຮວບຮວມເອົາບັນດານັກຮ້ອງເພງລາວສະໄໝທີ່ມີຊື່ສຽງຫຼາຍຄົນ ບໍ່ວ່າຈະເປັນ ແຊມ ອິນທະລາພິທັກ, ອາລູນ້າ, ໄກ່ ນາງພະຍາ, ຕ້າ ເອແພັກ, ອາເລັກຊັນດຣາ, ໂຕໂຕ້-ພອນສິນ ບຸດກາສກາ ມາຮ່ວມຮ້ອງເພງທີ່ມີຊື່ວ່າ “ຄວາມຮັກເອົາຊະນະທຸກຢ່າງ”.
ໂປຣເຈັກນີ້ເຮັດຂຶ້ນເພື່ອເປັນການໃຫ້ກຳລັງໃຈປະຊາຊົນຊາວຈີນທີ່ກໍາລັງຕໍ່ສູ້ກັບພະຍາດໂຄວິດ-19 ຜ່ານບົດເພງດັ່ງກ່າວທີ່ໄດ້ຜ່ານການແປ, ຮຽບຮຽງຕົ້ນສະບັບຈາກເວີຊັນພາສາຈີນມາເປັນເວີຊັນພາສາລາວ ເຊິ່ງເພງດັ່ງກ່າວຈະປ່ອຍອອກມາໃຫ້ໄດ້ຟັງກັນໃນຕອນໃດນັ້ນຕ້ອງລໍຖ້າຕິດຕາມໃນໄວໆນີ້.