"ຮອນດ້າ" ກຽມປິດໂຮງງານຜະລິດລົດຢູ່ຟິລິບປິນ ເລີ່ມແຕ່ເດືອນມີນານີ້ເປັນຕົ້ນໄປ

ຮອນດ້າສັ່ງປິດໂຮງງານໃນຟິລິບປິນ ຊີ້ເພື່ອຄວາມສົມເຫດສົມຜົນຂອງຕົ້ນທຶນ ແລະ ລາຄາຂາຍ ເນັ້ນນຳເຂົ້າຈາກປະເທດໃນອາຊີແທນ ກະທົບແຮງງານ 650 ຄົນ.
ບໍລິສັດຮອນດ້າ ມໍເຕີ ຖະແຫຼງປິດໂຮງງານການຜະລິດລົດຍົນໃນຟິລິບປິນທີ່ເປີດດຳເນີນການມາຕັ້ງແຕ່ປີ 1991 ລົງ ໂດຍຈະມີຜົນໃນເດືອນມີນານີ້ ໂດຍການປະກາດປິດໂຮງງານເທື່ອນີ້ຈະສົ່ງຜົນກະທົບຕໍ່ພະນັກງານປະມານ 650 ຄົນ.
ໃນຖະແຫຼງການຂອງຮອນດ້າກ່າວວ່າ:
- "ເພື່ອໃຫ້ສາມາດຕອບໂຈດຄວາມຕ້ອງການຂອງຊາວຟິລິບປິນດ້ານລາຄາທີ່ສົມເຫດສົມຜົນ ແລະ ຄຸນນະພາບທີ່ດີ, ຮອນດ້າໄດ້ພິຈາລະນາການຈັດສັນ ແລະ ການກະຈາຍຊັບພະຍາກອນໃຫ້ເກີດປະໂຫຍດສູງສຸດ. ດ້ວຍເຫດນັ້ນ ຫຼັງຈາກພິຈາລະນາຄວາມພະຍາຍາມໃນພາກພື້ນອາຊີ ແລະ ໂອເຊອານີແລ້ວ, ຈຶ່ງຕັດສິນໃຈປິດໂຮງງານການຜະລິດຮອນດ້າໃນຟິລິບປິນລົງ. ແຕ່ຮອນດ້າຟິລິບປິນຈະຍັງຄົງຂາຍ ແລະ ບໍລິການຫຼັງການຂາຍຢູ່ ຜ່ານການຮ່ວມມືຈາກຮອນດ້າອາຊີ ແລະ ໂອເຊອານີ."
ທີ່ຜ່ານມາ, ໂຮງງານໃນຟິລິບປິນຜະລິດລົດຍົນຮອນດ້າ 2 ຮຸ່ນເປັນຫຼັກ ໄດ້ແກ່: BR-V ແລະ City ໂດຍມີຮອນດ້າ ມໍເຕີເປັນຜູ້ຖືຮຸ້ນຫຼັກ 74.2%. ຂະນະທີ່ບໍລິສັດ ເອຊີ ອິນດັສທຣີ ເທັກໂນໂລຢີ ໂຮນດິງ ແລະ ທະນາຄານໄຣຊານ ໃນອັດຕາສ່ວນ 12.9% ເທົ່າໆ ກັນ ໂດຍມີທ່ານ ໂນຣິຢູກິ ທາກາຄູຣະ ນັ່ງເປັນປະທານ.
ໂດຍປີທີ່ຜ່ານມາ ຍອດຂາຍຮອນດ້າໃນຟິລິບປິນຫຼຸດລົງເຖິງ 12.7% ຄິດເປັນຍອດຂາຍພຽງ 20,338 ຄັນ ຫຼັງລັດຖະບານເພີ່ມພາສີກັບການຊື້ລົດຍົນຂອງປະຊາຊົນ.
ຂໍຂອບໃຈ
ຂໍ້ມູນ : Voice TV , Nikkei Asian Review , Reuters , Manila Bulletin