"ມະຫາເທ ໂມຮຳໝັດ" ນາຍົກລັດຖະມົນຕີມາເລເຊຍ ລາອອກຈາກຕຳແໜ່ງຢ່າງກະທັນຫັນ

ນາຍົກລັດຖະມົນຕີມາເລເຊຍ "ມະຫາເທ ໂມຮຳໝັດ" ລາອອກຈາກຕຳແໜ່ງກະທັນຫັນ ທ່າມກາງກະແສຂ່າວວ່າ ທ່ານເປີດທາງເພື່ອໃຫ້ສ້າງຕັ້ງຄະນະລັດຖະບານໃໝ່.
ອີງຕາມການລາຍງານຂອງສຳນັກຂ່າວ BBC ເມື່ອວັນທີ 24 ກຸມພາທີຜ່ານມາ ລະບຸວ່າ ການລາອອກຈາກຕຳແໜ່ງໃນຄັ້ງນີ້ ມີຂຶ້ນທ່າມກາງກະແສຂ່າວທີ່ວ່າ ທ່ານຈະຕັ້ງຄະນະລັດຖະບານໃໝ່ ໂດຍທີ່ບໍ່ມີທ່ານ ອັນວາ ອັບບຣາຮິມ ເຊິ່ງກ່ອນໜ້ານີ້ຖືກວາງໂຕວ່າຈະມາຮັບຕຳແໜ່ງຕໍ່ຈາກທ່ານ.
ທັງນີ້ ທ່ານ ມະຫາເທ ເປັນນາຍົກລັດຖະມົນຕີທີ່ມີອາຍຸຫຼາຍທີ່ສຸດໃນໂລກດ້ວຍໄວ 94 ປີ ເຊິ່ງທ່ານຂຶ້ນມາສູ່ຕຳແໜ່ງດັ່ງກ່າວຫຼັງຈາກທີ່ຊະນະການເລືອກຕັ້ງເມື່ອປີ 2018 ໂດຍສາມາດເອົາຊະນະທ່ານ ນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີ ທີ່ຕອນນີ້ກຳລັງຖືກສອບສວນ ແລະ ດຳເນີນຄະດີໃນຂໍ້ຫາພົວພັນກັບການສໍ້ໂກງໂຄງການ 1MDB ທີ່ກຳລັງເປັນຂ່າວທີ່ທົ່ວໂລກຈັບຕາໃນຕອນນີ້.
ຖະແຫຼງການຈາກສຳນັກວານນາຍົກລັດຖະມົນຕີມາເລເຊຍກ່າວວ່າ ທ່ານມະຫາເທໄດ້ສົ່ງໜັງສືລາອອກເມື່ອເວລາ 13:00 ໂມງ ຂອງວັນທີ 24 ກຸມພາ ຕໍ່ກັບກະສັດ ແຕ່ບໍ່ໄດ້ໃຫ້ລາຍລະອຽດເພີ່ມເຕີມ.
ຕອນນີ້ຍັງບໍ່ທັນມີຄວາມຊັດເຈນວ່າ ໃຜຈະໄດ້ຂຶ້ນມາເປັນນາຍົກລັດຖະມົນຕີຄົນຕໍ່ໄປ ຫຼື ຈະມີການຈັດການເລືອກຕັ້ງໃໝ່ເມື່ອໃດ.