ປີ 2019 ຜ່ານມາ ມີສະມາຊິກພັກຖືກປະຕິບັດວິໄນ 745 ຄົນ ຍ້ອນສໍ້ລາດບັງຫຼວງ

ອີງຕາມການລາຍງານຂອງອົງການກວດກາພັກ-ລັດ, ໃນປີ 2019 ຜ່ານມາ, ມີກຳມະການບໍລິຫານຄະນະພັກຂັ້ນຕ່າງໆ ແລະ ສະມາຊິກພັກ ຖືກປະຕິບັດວິໄນ 745 ຄົນ, ຍິງ 104 ຄົນ, ໂດຍໃນນີ້ ຖືກກ່າວເຕືອນຄວາມຜິດ 158 ຄົນ, ປົດຕໍາແໜ່ງພາຍໃນພັກ 38 ຄົນ, ໂຈະຮ່ວມຊີວິດພັກ 137 ຄົນ ແລະ ເອົາອອກຈາກພັກ 412 ຄົນ.
ໃນບົດປາໄສຂອງທ່ານ ສີໄນ ມຽງລາວັນ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ແລະ ທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູງກາງ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດກາພັກ-ລັດ (ວັນທີ 16 ກຸມພາ) ຄົບຮອບ 38 ປີ ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນທີ 18 ກຸມພາ 2020 ນີ້, ໄດ້ຍົກໃຫ້ເຫັນວ່າ: ຕະຫຼອດປີ 2019 ຜ່ານມາ, ຍ້ອນຄະນະກວດກາພັກແຕ່ ລະຂັ້ນໄດ້ເອົາໃຈໃສ່ຕິດຕາມ, ກວດກາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ກົດລະບຽບພັກ, ມະຕິກອງປະຊຸມຄົບຄະນະບໍລິການງານສູນກາງພັກ ຄັ້ງທີ 7, 8, 9 ສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນຕົນ.
ຜ່ານການກວດກາຕົວຈິງ, ໄດ້ພົບເຫັນການຈັດຕັ້ງພັກ, ກຳມະການບໍລິຫານຄະນະພັກ ແລະ ສະມາຊິກພັກຈໍານວນໜຶ່ງເຊື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ທັງລະເມີດລະບຽບພັກ ແລະ ກົດໝາຍຂອງລັດ. ທ່ານ ສີໄນ ມຽງລາວັນ ໄດ້ຍົກໃຫ້ເຫັນສະພາບຂອງວຽກງານກວດກາລັດ ແລະ ການຕ້ານການສໍ້ລາດບັງ ຫຼວງ ໃນປີ 2019 ຜ່ານມາ ແມ່ນໄດ້ດຳເນີນການກວດກາທັງໝົດ 945 ເປົ້າໝາຍ, ຊຶ່ງສາມາດກວດສອບ ແລະ ພົບເຫັນຜົນເສຍຫາຍມູນຄ່າສູງເຖິງ 1,477 ຕື້ກີບ, 10 ລ້ານໂດລາສະຫະລັດ ແລະ 24 ລ້ານບາດ (ສະກຸນເງິນໄທ), ໃນນີ້ເກັບກູ້ຄືນໄດ້ 35 ຕື້ກີບ, 2 ແສນໂດລາສະຫະລັດ ແລະ 10 ລ້ານບາດ.
ພ້ອມນີ້, ຍັງໄດ້ກວດກາໂຄງການລົງ ທຶນຂອງລັດເລີ່ມແຕ່ຫົວທີ 140 ໂຄງການ ແລະ ສາມາດກວດສອບ ແລະ ພົບເຫັນຜົນເສຍ ຫາຍມູນຄ່າ 9.47 ຕື້ກີບ; ກວດກາຕາມຜົນການກວດສອບ 307 ໂຄງການ ແລະ ສາ ມາດພົບເຫັນຕົວເລກບໍ່ຖືກຕ້ອງ 776 ຕື້ກີບ, ກວດກາການປະຕິບັດຄໍາສັ່ງເລກທີ 15/ນຍ, ຊຶ່ງສາມາດພົບເຫັນການລະເມີດກົດໝາຍ 352 ກໍລະນີ, ຢຶດໄມ້ໄດ້ 4,044.2 ແມັດກ້ອນ ແລະ 182 ໂຕນ, ປັບໃໝ 2.63 ຕື້ກີບ; ພົບເຫັນການຄ້າງຈ່າຍຄ່າພັນທະ ແລະ ຄ່າຊື້ໄມ້ 56.08 ຕື້ກີບ ແລະ 4.83 ລ້ານໂດລາສະຫະລັດ; ໄດ້ກວດສອບ ແລະ ກວດກາຕໍ່ຜູ້ມີພຶດຕິກໍາສໍ້ລາດບັງຫຼວງ 70 ເປົ້າໝາຍ, ໂດຍສາມາດພົບເຫັນຜົນເສຍຫາຍມູນຄ່າ 387.12 ຕື້ກີບ, 596.43 ລ້ານບາດ, 2 ລ້ານໂດລາສະຫະລັດ, ມີຜູ້ກະທໍາຜິດ 196 ຄົນ, ໃນນີ້ ມີພະນັກງານລັດ 181 ຄົນ, ຖືກດໍາເນີນຄະດີ 84 ຄົນ ແລະ ຮັບຄໍາຮ້ອງ-ຄໍາສະເໜີ 1,038 ສະບັບ, ໂດຍໃນນີ້ແກ້ໄຂແລ້ວ 226 ສະບັບ.