ທະນາຄານແຫ່ງ ສປປ ລາວ ຈະຫັນການເງິນເຖື່ອນ ເຂົ້າສູ່ລະບົບລັດຄຸ້ມຄອງ

ອີງຕາມ ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນທະນາຄານ ແຫ່ງ ສປປ ລາວ (ທຫລ) ເຜີຍວ່າ: ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງສະຖາບັນການເງິນຈຸລະພາກນັ້ນເປັນບັນຫາສຳຄັນ ແລະ ເປັນແກນກາງ ຊຶ່ງໃນຜ່ານມາພວກເຮົາໄດ້ສ້າງທຸກເງື່ອນໄຂ, ທັງອຳນວຍຄວາມສະດວກ ແລະ ລະດົມຂົນຂວາຍໃຫ້ສະຖາບັນການເງິນນອກລະບົບທີ່ບໍ່ທັນຖືກຕ້ອງຫັນເຂົ້າສູ່ລະບົບ ແລະ ໄດ້ອອກໃບອະນຸຍາດສ້າງຕັ້ງສະຖາບັນການເງິນໃໝ່ເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບຈຳນວນ 60 ແຫ່ງ ທຽບໃສ່ແຜນປີ 2014 ຢ່າງໜ້ອຍປີລະ 10 ແຫ່ງ ສາມາດປະຕິບັດ 100%; ປະຈຸບັນສະຖາບັນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທຫລ ມີ 177 ແຫ່ງ.
ໃນຂະນະດຽວກັນກໍ່ເຜີຍແຜ່ຄວາມຮູ້ພື້ນຖານທາງດ້ານການເງິນ, ລະຄອນເລື່ອງສັ້ນ “ຮອບຮູ້ເລື່ອງເງິນແກ່ສັງຄົມ” ແລະ ສະຖາບັນການສຶກສາຕ່າງໆ 54 ຄັ້ງ ມີຜູ້ເຂົ້າຮ່ວມຫຼາຍກວ່າ 16,200 ເທື່ອຄົນ; ສຳເລັດການຈັດຝຶກອົບຮົມ-ສຳມະນາໃນຫົວຂໍ້ຕ່າງໆ 80 ກວ່າຄັ້ງ ມີຜູ້ເຂົ້າຮ່ວມ 9,106 ເທື່ອຄົນທຽບໃສ່ແຜນປີ 2014 ໄດ້ຢ່າງໜ້ອຍ 10 ຄັ້ງຕໍ່ປີສາມາດປະຕິບັດ 100%; ຕິດຕາມກວດກາ,ແກ້ໄຂສະພາບປາກົດການຫຍໍ້ທໍ້ໃນທົ່ວລະບົບສະຖາບັນການເງິນທີ່ໄດ້ຮັບອະນຸຍາດຈາກ ທຫລ ຢ່າງເຂັ້ມງວດໃນ 115 ແຫ່ງ, ກວດກາສຸກເສີນສະຖາບັນການເງິນທີ່ມີຄວາມສ່ຽງໃນການດຳເນີນງານ 12 ແຫ່ງ;ແກ້ໄຂສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ 2 ແຫ່ງທີ່ມີບັນຫາໂດຍສະເໜີຂັ້ນເທິງແຕ່ງຕັ້ງຄະນະສະເພາະກິດລົງຕິດຕາມຢ່າງໃກ້ຊິດ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອດໍາເນີນການແກ້ໄຂຊຳລະສະ ສາງໄປຕາມລະບຽບຫຼັກການ ແລະລາຍງານຂໍທິດຊີ້ນຳຈາກຂັ້ນເທິງ.
ໃນຜ່ານມາຍັງມີຫຼາຍບໍລິສັດທີ່ເຄື່ອນໄຫວທາງການເງິນທີ່ບໍ່ສອດຄ່ອງກັບລະບຽບກົດໝາຍກໍ່ຄືບໍ່ໄດ້ຮັບອະນຸຍາດຈາກ ທຫລ; ກົມຄຸ້ມຄອງສະຖາບັນການເງິນໄດ້ເອົາໃຈໃສ່ຕິດຕາມເກັບກໍາຂໍ້ມູນ ແລະປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດມາດຕະການແກ້ໄຂຕາມລະບຽບກົດໝາຍ, ພ້ອມນັ້ນ, ກໍ່ອອກແຈ້ງເຕືອນ, ໂຄສະນາທາງສື່ມວນຊົນ ແລະປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນເພື່ອເຜີຍແຜ່ໃຫ້ຂໍ້ມູນແກ່ປະຊາຊົນໃຫ້ມີສະຕິລະວັງຕົວ ແລະບໍ່ຫຼົງເຊື່ອຕໍ່ກົນອຸບາຍຂອງບັນດາບໍລິສັດດັ່ງກ່າວເປັນຕົ້ນແມ່ນບໍລິສັດ ພີເອັດສ໌ ສົ່ງເສີມກະສິ ກຳຄົບວົງຈອນຂາເຂົ້າ-ຂາອອກ ຈຳກັດ, ບໍລິສັດ ເອຊຽນເຟສ ຈຳກັດ, ບໍລິສັດ ລາວຄຳ ຈຳກັດ ແລະ ບໍລິສັດຟາຍແນນໂຊໂອກນອກນີ້ໄດ້ເປັນເຈົ້າການຄົ້ນຄວ້າສະເໜີຂັ້ນເທິງໂຈະຊົ່ວຄາວໃນການອອກອະນຸຍາດສ້າງຕັ້ງສະຖາບັນການເງິນເພື່ອປະເມີນຜົນການເຄື່ອນໄຫວ.
ກົມຄຸ້ມຄອງສະຖາບັນການເງິນໄດ້ເອົາໃຈໃສ່ພັດທະນາລະບົບບໍລິຫານສະຖາບັນການເງິນຫັນໄປສູ່ທັນສະໄໝໂດຍໄດ້ພັດທະນາໂປຣແກຣມຖານຂໍ້ມູນສະຖິຕິຂອງສະຖາ ບັນການເງິນຈຸລະພາກ 5 ຮູບແບບ ຕາມຜັງບັນຊີໃໝ່ໃຫ້ມີຄວາມຖືກຕ້ອງແລະສອດຄ່ອງກັບມາດຕະຖານສາກົນສາມາດຕິດຕາມການລາຍງານຖານະການເງິນຂອງສະຖາບັນການເງິນໄດ້ແຕ່ລະເດືອນ; ຮ່ວມມືກັບກົມເຕັກໂນໂລຊີ-ຂໍ້ມູນຂ່າວສານ ແລະກົມບັນຊີ-ການເງິນພັດທະນາໂປຼແກມບັນຊີສະຖາບັນການເງິນສຳເລັດ ແລະ ໄດ້ຕິດຕັ້ງໃຫ້ກັບສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກນຳໃຊ້ແລ້ວ 50 ແຫ່ງ; ຮ່ວມກັບພາກສ່ວນກ່ຽວຂ້ອງສ້າງ ແລະ ປັບປຸງນິຕິກຳໄດ້ 26 ສະບັບ ແລະ ໃນໄລຍະໂຈະການຂໍສ້າງຕັ້ງສະຖາບັນການເງິນໃນປີ 2017 ໄດ້ສຳເລັດສ້າງ, ປັບປຸງນິຕິກຳ 2 ສະບັບ ແລະ ນິຕິກຳລຸ່ມກົດໝາຍ 10 ສະບັບກຳລັງຢູ່ໃນຂັ້ນຕອນການປັບປຸງ, ປັບປຸງເງື່ອນໄຂການຂໍສ້າງຕັ້ງຂອງສະຖາບັນການເງິນຈຸລະພາກ 9 ສະບັບ.
ທ່ານຫົວໜ້າກົມດັ່ງກ່າວຍັງກ່າວເຖິງການຈັດຕັ້ງປະຕິບັດໂຄງການຮ່ວມມືກັບອົງການສາກົນຊຶ່ງຜ່ານມາໄດ້ປະກອບສ່ວນໃນການລະດົມທຶນຊ່ວຍເຫຼືອລ້າຈາກສາກົນ ໂຄງການ MRA-AFP ຈຳນວນ 8.59 ລ້ານກວ່າເອີໂຣ ແຕ່ປີ 2015-2018 ແລະ ສືບຕໍ່ໂຄງການໄລຍະ 5 ແຕ່ປີ 2019-2021 ຈໍານວນ 4 ລ້ານເອີໂຣ; ສ້າງເງື່ອນໄຂ ແລະ ຊ່ວຍເຫຼືອທາງດ້ານວິຊາການໃນການຫັນກອງທຶນຈຳນວນໜຶ່ງມາເປັນສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດຢ່າງເຕັມຮູບແບບທຽບໃສ່ແຜນປີ 2014 ປະຕິບັດໄດ້ 100%; ມາຮອດເດືອນກັນຍາ 2019 ມີທະນາຄານບ້ານທີ່ຢູ່ພາຍໃຕ້ການສະໜັບສະໜຸນຂອງໂຄງການ 712 ກອງທຶນບ້ານ, ມີສະມາຊິກທັງ ໝົດ 106,885 ບັນຊີ, ຍອດເງິນຝາກ 315 ຕື້ກວ່າກີບ, ຍອດເງິນກູ້ 288 ຕື້ກວ່າກີບ ສາມາດຮັກສາໜີ້ບໍ່ເກີດດອກອອກຜົນສະເລ່ຍຂອງທະນາຄານບ້ານຢູ່ໃນລະດັບ 3.43% ຂອງຍອດສິນເຊື່ອທັງໝົດ.
ແຜນການໃນຕໍ່ໜ້າຍັງສືບຕໍ່ຄຸ້ມຄອງສະຖາບັນການເງິນໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ, ໝັ້ນຄົງ ແລະ ຕິດຕາມກວດກາການເຄື່ອນໄຫວຂອງສະຖາບັນການເງິນຢ່າງເຂັ້ມງວດ; ຄົ້ນຄວ້າປັບປຸງສ້າງແຜນຍຸດທະສາດການພັດທະນາ ແລະ ຄຸ້ມຂອງສະຖາບັນການເງິນໃຫ້ເປັນລະບົບຄົບຊຸດສາມາດຕອບສະໜອງຕາມການຂະຫຍາຍຕົວຂອງສະຖາບັນການເງິນ; ປັບປຸງດຳລັດວ່າດ້ວຍການເຊົ່າສິນເຊື່ອ ແລະ ດຳລັດວ່າດ້ວຍສະຖາບັນການເງິນຈຸລະພາກຜ່ານຂັ້ນເທິງເພື່ອພິຈາລະນາຮັບຮອງ ແລະ ປະກາດໃຊ້; ສ້າງ ແລະ ປັບປຸງຂັ້ນຕອນ, ຄູ່ມືການຄົ້ນຄວ້າອອກອະນຸຍາດດຳເນີນທຸລະກິດຂອງສະຖາບັນການເງິນທີ່ຍັງທັນຄົບຖ້ວນໃຫ້ສຳເລັດ, ກະທັດຮັດ ແລະ ປັບປຸງຄູ່ມືການວິເຄາະ, ກວດກາໃຫ້ສອດຄ່ອງກັບເງື່ອນໄຂຄວາມເປັນຈິງ ແລະ ຫຼັກການສາກົນໃນແຕ່ລະໄລຍະ.
ສືບຕໍ່ຊຸກຍູ້ສະມາຄົມການເງິນຈຸລະພາກ ຈັດຝຶກອົບຮົມຫຼັກສູດໄລຍະສັ້ນການບໍລິຫານການເງິນຈຸລະພາກໃຫ້ພະນັກງານ ທຫລ ແລະ ສະຖາບັນການເງິນຢ່າງໜ້ອຍ 2 ຮຸ່ນຕໍ່ປີ; ສືບຕໍ່ຮ່ວມມືກັບກົມບັນຊີ-ການເງິນຕິດຕາມການຫັນມາໃຊ້ຜັງບັນຊີສະຖາບັນການເງິນຂອງບໍລິສັດເຊົ່າສິນເຊື່ອ ແລະ ໂຮງຊວດຈໍາໃຫ້ສອດຄ່ອງກັບການເຄື່ອນໄຫວຕົວຈິງ; ສືບຕໍ່ຮ່ວມມື 3 ຝ່າຍລະຫວ່າງກົມຄຸ້ມຄອງສະຖາບັນການເງິນ, ໂຄງການ DGRV ແລະສະຫະພັນສະຫະກອນສິນເຊື່ອອາຊີ, ສ້າງຫຼັກສູດການບໍລິຫານສະຫະກອນສິນເຊື່ອໄລຍະສັ້ນ ແລະ ຈັດຝຶກອົບຮົບ ໃຫ້ທົ່ວເຖິງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ; ຮ່ວມມືກັບອົງການ GIZ, ໂຄງການ AFP ເພື່ອຊຸກຍຸ້ສົ່ງເສີມການພັດທະນາທະນາຄານບ້ານ, ອົງການເຄືອຂ່າຍໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຄື່ອນໄຫວຢ່າງຍືນຍົງ, ເອົາໃຈໃສ່ຍາດແຍ່ງການຊ່ວຍເຫຼືອດ້ານວີຊາການ ຈາກອົງການຈັດຕັ້ງການເງິນໃຫ້ເຕີບໃຫຍ່ເຂັ້ມແຂງ, ສືບຕໍ່ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານ ທຫລ ແລະ ສະຖາບັນການເງິນຈຸລະພາກດ້ວຍການຈັດຝຶກອົບຮົມ ແລະ ສຳມະນາໃນຫົວຂໍ້ຕ່າງໆບໍ່ໃຫ້ຫຼຸດ 20 ຄັ້ງ
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມ ເສດຖະກິດ-ສັງຄົມ