ປີ 2019 ແຂວງເຊກອງ ມີການລົງທຶນເຂົ້າໃນການ ພັດທະນາພື້ນຖານໂຄງລ່າງທັງໝົດ 579.27 ຕື້ກີບ

ໃນປີ 2019 ຜ່ານມາ ແຂວງເຊກອງ ສາມາດລະດົມແຫຼ່ງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງທັງໝົດ 579.27 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 81.02% ຊຶ່ງປະກອບດ້ວຍ 4 ແຫຼ່ງທຶນຄື: ໂຄງການລົງທຶນຂອງລັດ, ການລົງທຶນເອກະຊົນພາຍໃນ ແລະຕ່າງປະເທດ, ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແລະການລົງທຶນສິນເຊື່ອຂອງທະນາຄານ.
ອີງຕາມການເປີດເຜີຍຂອງ ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ, ຜູ້ຊີ້ນໍາເສດຖະກິດຂັ້ນແຂວງໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນປີ 2019 ຜ່ານມາການລົງທຶນລວມທົ່ວສັງຄົມປະຕິບັດໄດ້ 579.27 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ພຽງ 81.02% ຊຶ່ງປະກອບດ້ວຍ 4 ແຫຼ່ງທຶນສໍາຄັນຄື: ການລົງທຶນຂອງລັດສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງໄດ້ອະນຸມັດງົບປະມານທັງໝົດຈຳນວນ 123.19 ຕື້ກີບ ຫຼືເທົ່າກັບ 16.40% ຂອງການລົງທຶນທັງໝົດເພື່ອຊຳລະໃຫ້ຈຳນວນ 358 ໂຄງການ. ໃນນັ້ນຈັດສັນໃສ່ໂຄງການສຳເລັດ 100%, ເປັນໜີ້ 151 ໂຄງການ ມູນຄ່າ 16.59 ຕື້ກີບ; ໂຄງການສືບຕໍ່ 126 ໂຄງການ ມູນຄ່າ 38.30 ຕື້ກີບ; ທຶນສົມທົບຕ່າງປະເທດ 12 ໂຄງການ ມູນຄ່າ 0.6 ຕື້ກີບ; ໂຄງການສະເໜີໃໝ່ 69 ໂຄງການ ມູນຄ່າ 67.70 ຕື້ກີບ.
ສ່ວນການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດຍັງສືບຕໍ່ເປັນແຫຼ່ງທຶນຕົ້ນຕໍທີ່ກະຕຸກຊຸກຍູ້ໃຫ້ເສດຖະກິດເຕີບໂຕຢ່າງຕໍ່ເນື່ອງຊຶ່ງໃນປີ 2019 ມີນັກທຸລະກິດເອກະຊົນພາຍໃນ ແລະຕ່າງປະເທດເຂົ້າລົງທຶນພາຍໃນແຂວງເຊກອງທັງໝົດ 13 ໂຄງການມີມູນຄ່າຕາມສັນຍາ 5.66 ລ້ານໂດລາສະຫະລັດ ຫຼືເທົ່າກັບ 48.10 ຕື້ກີບ ໃນນັ້ນການລົງທຶນຂອງພາກເອກະຊົນພາຍໃນມີ 8 ໂຄງການມີມູນຄ່າ 23.08 ຕື້ກີບ ແລະການລົງທຶນຂອງພາກເອກະຊົນຕ່າງປະເທດ 5 ໂຄງການມູນຄ່າ 25.02 ຕື້ກີບ.
ນອກນັ້ນຍັງມີທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ເປັນແຫຼ່ງທຶນທີ່ສຳຄັນໃນການປະກອບສ່ວນພັດທະນາໂດຍສະເພາະແມ່ນຂົງເຂດວັດທະນະທໍາ-ສັງຄົມໃນປີຜ່ານມາປະຕິບັດໄດ້ທັງໝົດ 30 ໂຄງການມູນຄ່າ 7.97 ລ້ານໂດລາສະຫະລັດ ຫຼືເທົ່າກັບ 63.82 ຕື້ກີບ, ໃນນັ້ນຂະແໜງໂຍທາທິການ-ຂົນສົ່ງມີ 7 ໂຄງການ ມູນຄ່າ 36.20 ຕື້ກີບ, ຂະແໜງກະສິກໍາ-ປ່າໄມ້ 6 ໂຄງການ ມູນຄ່າ 5.05 ຕື້ກີບ, ຂະແໜງສຶກສາທິການ ແລະກີລາ 8 ໂຄງການ ມູນຄ່າ 9.82 ຕື້ກີບ; ຂະແໜງສາທາລະນະສຸກ ມີ 6 ໂຄງການ ມູນຄ່າ 2.65 ຕື້ກີບ ແລະຂະແໜງອື່ນໆ 10 ໂຄງການ ມູນຄ່າ 10.08 ຕື້ກີບ ແລະ ແຫຼ່ງທຶນສຸດທ້າຍແມ່ນການລົງທຶນສິນເຊື່ອຂອງທະນາຄານ ຍອດສິນເຊື່ອທົ່ວລະບົບທະນາຄານບັນລຸ 391 ຕື້ກີບທຽບໃສ່ແຜນປີປະຕິບັດໄດ້ເກີນແຜນຢູ່ 9.21% ຄິດເປັນມູນຄ່າ 33 ຕື້ກວ່າກີບ ກວມເອົາ 52.04% ຂອງການລົງທຶນທັງໝົດ.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມເສດຖະກິດ-ສັງຄົມ