ທຳຄວາມຮູ້ຈັກ "1MDB" ຄະດີສໍ້ໂກງລະດັບໂລກ ທີ່ກຳລັງເປັນຂ່າວໃນຕອນນີ້

1MDB (ວັນເອັມດີບີ) ແມ່ນຄະດີສໍ້ໂກງທີ່ສົ່ງ ທ່ານ 'ນາຈິບ ຣາຊັກ' ເຂົ້າຄຸກ ແລະ ພົ້ນຈາກຕຳແໜ່ງນາຍົກລັດຖະມົນຕີຂອງມາເລເຊຍ ໂດຍປັດຈຸບັນມີການສອບສວນຫາຄວາມຈິງໃນຫຼາຍກວ່າ 10 ປະເທດ.
ຫຼ້າສຸດເມື່ອວັນທີ 23 ກຸມພາ 2020 ກ່ອນທີ່ສະພາໄທຈະພິຈາລະນາຍັດຕິຂໍເປີດອະພິປາຍທົ່ວໄປເພື່ອລົງມະຕິບໍ່ໄວ້ວາງໃຈນາຍົກລັດຖະມົນຕີ ແລະ 5 ລັດຖະມົນຕີເພີງ 1 ມື້ ທ່ານນາງ 'ພັນນິກາ ວານິດ' ອະດີດ ສະມາຊິກສະພາບັນຊີລາຍຊື່ ພັກອະນາຄົດໃໝ່ ອອກມາອະພິປາຍບໍ່ໄວ້ວາງໃຈນອກສະພາ ເຖິງຄວາມເຊື່ອມໂຍງຂອງລັດຖະບານ ພົນເອກ ປຣະຍຸດ ຈັນໂອຊາ ກ່ຽວກັບປະເດັນຄະດີຟອກເງິນລະດັບໂລກ.
1MDB ແມ່ນຫຍັງ?
ກອງທຶນລັດຖະບານ 1MDB (ວັນ ມາເລເຊຍ ດີເວລັອບເມັນ ເບີຮາດ) ຈັດຕັ້ງຂຶ້ນໃນປີ 2009 ໂດຍມີເປົ້າປະສົງຫຼັກໃນການປ່ຽນກົວລາລຳເປີ ເມືອງຫຼວງຂອງປະເທດມາເລເຊຍໃຫ້ເປັນສູນກາງການເງິນເພື່ອກະຕຸ້ນເສດຖະກິດຜ່ານກົນລະຍຸດການລົງທຶນ.
ຢ່າງໃດກໍຕາມ ໃນປີ 2015 ກອງທຶນລະດັບຊາດຊໍ້າພັດເລີ່ມສົ່ງສັນຍານບໍ່ດີຜ່ານການຜິດນັດຊຳລະໜີ້ຈຳນວນ 11,000 ລ້ານໂດລາສະຫະລັດ ໃຫ້ກັບທະນາຄານ ແລະ ຜູ້ຖືພັນທະບັດຫຼາຍລາຍ.
ຫຼັງຈາກນັ້ນບໍ່ດົນ ສຳນັກຂ່າວ The Wall Street Journal ອອກມາເປີດລາຍງານທີ່ຊີ້ວ່າ ມີການໂອນເງິນຈາກກອງທຶນ 1MDB ຈຳນວນກວ່າ 700 ລ້ານໂດລາສະຫະລັດເຂົ້າບັນຊີສ່ວນຕົວ 'ນາຈິບ ຣາຊັກ' ອະດີດນາຍົກລັດຖະມົນຕີມາເລເຊຍ. ຂະນະທີ່ຕົວເລກເມັດເງິນສໍ້ໂກງໃນເທື່ອນີ້ຈາກຝັ່ງໄອຍະການຂອງສະຫະລັດ ມີມູນຄ່າສູງເຖິງ 1,000 ລ້ານໂດລາສະຫະລັດ.
ນອກຈາກນີ້ອີກໜຶ່ງບຸກຄົນສຳຄັນທີ່ຕົກເປັນເປົ້າຂອງການສືບສວນຫາຄວາມຈິງຄື 'ໂລວ ຕຽກ ໂຈວ' ຊຶ່ງເປັນນັກທຸລະກິດຊາວມາເລເຊຍທີ່ເປັນຄົນຈັດຕັ້ງກອງທຶນດັ່ງກ່າວຂຶ້ນມາ ແລະ ຖືກກ່າວຫາວ່າກໍ່ການໂອນເງິນຈາກກອງທຶນເຂົ້າຕົວເອງ, ຄອບຄົວ ແລະ ຄົົນທີ່ຮູ້ຈັກອີກເປັນຈຳນວນຫຼາຍ.
ສຳນັກງານສອບສວນກາງຂອງສະຫະລັດ (ເອຟບີໄອ) ຊຶ່ງມີສ່ວນຮ່ວມໃນການກວດສອບການສໍ້ໂກງເທື່ອນີ້ເຖິງກັບອອກມາກ່າວໃນຕອນນັ້ນວ່າ "ຊາວມາເລເຊຍຖືກສໍ້ໂກງໃນມູນຄ່າມະຫາສານ".
ຂະບວນການຍຸຕິທຳຕັ້ງແຕ່ຕົ້ນຈົນເຖິງປັດຈຸບັນ
ເຖິງວ່າຈະມີຂ່າວເລື່ອງການສໍ້ໂກງມາໄດ້ໄລຍະໜຶ່ງ ແຕ່ຝັ່ງມາເລເຊຍກໍບໍ່ໄດ້ດຳເນີນການທາງຄະດີຄວາມໃດໆ ຈົນ 'ນາຈິບ ຣາຊັກ' ເສຍໄຊໃນການເລືອກຕັ້ງໃຫ້ກັບ 'ດຣ. ມະຫາເທ ມູຮຳໝັດ' ເມື່ອວັນທີ 9 ພຶດສະພາ 2018".
ຕໍ່ມາເມື່ອວັນທີ 12 ພືດສະພາ 2018 ໜ່ວຍງານກວດຄົນເຂົ້າເມືອງຂອງມາເລເຊຍຖະແຫຼງການຂຶ້ນບັນຊີດຳຫ້າມອະດີດນາຍົກລັດຖະມົນຕີ ນາຈິບ ຣາຊັກ ແລະ ພັນລະຍາ ນາງຣົດສະມາ ມັນຊໍ ບໍ່ໃຫ້ເດີນທາງອອກນອກປະເທດ ໂດຍປະກາດດັ່ງກ່າວມີຂຶ້ນຫຼັງໜ່ວຍງານກວດຄົນເຂົ້າເມືອງໄດ້ຮັບແຈ້ງວ່າມີການແຈ້ງຖ້ຽວບິນສ່ວນຕົວຂອງທ່ານ ນາຈິບ ແລະພັນລະຍາຈະເດີນທາງໄປທີ່ເມືອງຈາກາຕາ ປະເທດອິນໂດເນເຊຍ.
ທັງນີ້ຊັບສິນຂອງທ່ານ ຣາຈິບ ຍັງຖືກຢຶດໄວ້ອີກດ້ວຍ ຊຶ່ງເຈົ້າໜ້າທີ່ຕຳຫຼວດກ່າວວ່າ ມີການກວດພົບຄຳ ແລະ ເງິນສົດມູນຄ່າກວ່າ 273 ລ້ານໂດລາສະຫະລັດ ຊຶ່ງນັບເປັນມູນຄ່າການຢຶດຊັບທີ່ສູງທີ່ສຸດໃນປະຫວັດສາດຂອງມາເລເຊຍ.
ທ້າຍທີ່ສຸດ ວັນທີ 3 ກໍລະກົດ ທ່ານ ຣາຈິບ ຖືກຈັບກຸມໂດຍໜ່ວຍງານຕໍ່ຕ້ານການທຸຈະລິດ
ຕະຫຼອດໄລຍະເວລາທີ່ຜ່ານມາ ຂະບວນການກວດສອບຈັບກຸມຜູ້ຮ່ວມກະທຳຄວາມຜິດໃນເທື່ອນີ້ຍັງຄົງດຳເນີນຕໍ່ໄປ. ຫຼ້າສຸດ ເມື່ອວັນທີ 4 ກຸມພາ ທີ່ຜ່ານມາ, ທະນາຄານກາງຂອງສະຫະລັດ ລົງໂທດຫ້າມ 'ແອນເດຣຍ ເວນລາ' ອະດີດຜູ້ບໍລິການ ໂກລແມນ ແຊັກ ບໍລິສັດທີ່ເຮັດທຸລະກິດທະນາຄານຂອງສະຫະລັດເຂົ້າມາມີບົດບາດໃນອຸດສາຫະກຳທະນາຄານຕະຫຼອດຊີວິດ ໃນຖານະ "ຜູ້ສົມຮູ້ຮ່ວມຄິດ" ໃນຄະດີສໍ້ໂກງ 1MDB.
ຄຳຕັດສິນຂອງທະນາຄານກາງທີ່ຊີ້ວ່າ ທ່ານ ເວນລາ "ກ່ຽວຂ້ອງໃນການກະທຳທີ່ບໍ່ປອດໄພໂດຍເມີນເສີຍທີ່ຈະເຮັດໃຫ້ໝັ້ນໃຈ" ເນື່ອງຈາກທ່ານ ເວນລາ ບໍ່ສາມາດໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບຄວາມສຳພັນເລື່ອງຂໍ້ສະເໜີ 3 ພັນທະບັດທີ່ກ່ຽວຂ້ອງກັບທ່ານ ໂລວ ຕຽກ ໂຈ ທີ່ໂກລແມນ ແຊັກ ເປັນຜູ້ຮັບປະກັນໃຫ້ກັບກອງທຶນຂອງລັດຖະບານມາເລເຊຍໄດ້.
ຂະນະທີ່ເມື່ອວັນທີ 5 ກຸມພາ ທີ່ຜ່ານມາ ສຳນັກຂ່າວ Channel News Asia ລາຍງານວ່າ ທ່ານນາງ ຣົດສະມາ ມັນຊໍ ເດີນທາງເຂົ້າມາຮັບການສອບສວນທີ່ສານ ໂດຍມີພະຍາບານຕາມມານຳ. ແທ້ຈິງແລ້ວ ການສອບສວນຕ້ອງມີຂຶ້ນຕັ້ງແຕ່ວັນທີ 3 ກຸມພາ ແຕ່ນາງ ຣົດສະມາ ຖືກສົ່ງຕົວເຂົ້າຮັບການປິ່ນປົວຈາກອາການເຈັບຄໍ ຂະນະທີ່ການສອບສວນຄະດີຂອງທ່ານ ຣາຈິບ ປັດຈຸບັນຢູ່ໃນຂັ້ນສານສູງສຸດແລ້ວ.
ດ້ານທ່ານ ໂລວ ຕຽກ ໂຈວ ມີການເປີດເຜີຍຈາກຕຳຫຼວດມາເລເຊຍເມື່ອ 19 ກຸມພາ ວ່າ ອາດເຂົ້າໄປຫຼົບລີ້ຢູ່ທີ່ເມືອງອູ່ຮັ້ນ ປະເທດຈີນ ຕົ້ນກຳເນີດພະຍາດລະບາດຈາກເຊື້ອໄວຣັດໂຄໂຣນາສາຍພັນໃໝ່.
ປັດຈຸບັນຄະດີສໍ້ໂກງ 1MDB ຍັງບໍ່ສິ້ນສຸດ ແລະ ມີຂະບວນການກວດສອບຫາຄວາມຈິງໃນຢ່າງໜ້ອຍ 6 ປະເທດ ເຊັ່ນ: ສະຫະລັດ, ສະວິດເຊີແລນ ແລະ ສິງກະໂປ.