ໄວຣັດໂຄໂຣນາ: ອີຣານສັ່ງປິດໂຮງຮຽນ-ສະຖານສຶກສາ ຫຼັງພົບຜູ້ຕິດເຊື້ອໂຄວິດ-19 ເສຍຊີວິດ 6 ຄົນ

ອິີຣານສັ່ງປິດໂຮງຮຽນ ຫຼັງພົບຕິດເຊື້ອ COVID-19 ຈຳນວນ 28 ລາຍ ເສຍຊີວິດ 6 ລາຍ – ຄາດຕົ້ນຕໍມາຈາກແຮງງານຈີນໃນເມືອງ Qom.
ສື່ຈີນລາຍງານສະຖານະການການແພ່ລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃໝ່ 2019 ຫຼື COVID-19 ທີ່ຂະນະນີ້ພົບມີຜູ້ຕິດເຊື້ອໄປແລ້ວໃນ 28 ປະເທດ ວ່າ ຈາກການແພ່ລະບາດຂອງເຊື້ອ ປະເທດອີຣານມີຍອົດຕິດເຊື້ອ ແລະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ຫຼັງຈາກມີການລາຍງານອອກມາເປັນເທື່ອທຳອິດເມື່ອວັນພຸດທີ່ຜ່ານມາ (19 ກຸມພາ 2020) ໂດຍມີຍອດສະສົມ 28 ລາຍ ແລະ ເສຍຊີວິດແລ້ວ 6 ລາຍ ໂດຍຈຸດທີ່ໜ້າກັງວົນຄື ອີຣານຍັງບໍ່ຢັ້ງຢືນອອກມາວ່າ ຈຸດເຣີ່ມຕົ້ນຂອງການລະບາດມາຈາກໃສ ແລະ ຍັງບໍ່ມີການລາຍງານຊັດເຈນວ່າ ຄົນເຈັບ ແລະ ຜູ້ເສຍຊີວິດມີປະຫວັດໄປຈີນ ຫຼື ບໍ່ ຮູ້ພຽງແຕ່ວ່າຄົນເຈັບ ແລະ ຜູ້ເສຍຊີວິດສ່ວນໃຫຍ່ຢູ່ທີ່ເມືອງ Qom (ເມືອງກຸມ ຢູ່ບໍ່ໄກຈາກນະຄອນຫຼວງເຕຫະຣານ ເມືອງຫຼວງຂອງອີຣານ ປະມານ 120-140 ກິໂລແມັດ) ຫຼື ມີປະຫວັດເດີນທາງໄປ Qom - ອອກຈາກ Qom ໄປຍັງເມືອງອື່ນ.
ເຮັດໃຫ້ຕອນນີ້ທາງການອີຣານສັ່ງປິດໂຮງຮຽນ – ມະຫາວິທະຍາໄລ – ສະຖານສຶກສາໃນເມືອງ Qom ແລະ ເມືອງໃກ້ຄຽງ ຊຶ່ງໜຶ່ງໃນຂໍ້ສັນນິດຖານ ໄດ້ແກ່ ແຮງງານຈີນທີ່ເຂົ້າມາເຮັດວຽກໃນເມືອງດັ່ງກ່າວ.
ຂໍຂອບໃຈ
ຂໍ້ມູນ : sanook