ກະຊວງສາທາລະນະສຸກໄດ້ຕິດຕັ້ງເຄື່ອງວັດແທກອຸນຫະພູມ ເພື່ອຄັດກອງຄົນເຈັບພະຍາດໂຄວິດ-19 ຢູ່ຫຼາຍຈຸດ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຕິດຕັ້ງເຄື່ອງວັດແທກອຸນຫະພູມ (Thermoscan) ເພື່ືອກວດເຊື້ອພະຍາດອັກເສບປອດ ທີ່ເກີດຈາກ ໄວຣັດໂຄວິດ-19 ຢູ່ຫ້ອງກຽດຕິຍົດ ແລະ ຂາເຂົ້າ ສະໜາມບິນສາກົນວັດໄຕ ແລະ ສະຖານທີ່ປະຊຸມຕ່າງໆ ເພື່ອກັນກອງຄະນະຜູ້ແທນ ທີ່ເດີນທາງມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ+ຈີນ ທີ່ນະຄອນຫຼວງວຽງຈັນ.
ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 19 ກຸມພາ 2020 ນີ້ວ່າ: ປັດຈຸບັນ ພະຍາດອັກເສບປອດ ທີ່ເກີດຈາກເຊື້ອ ໂຄວິດ-19 ລາຍງານຈາກ 31 ແຂວງຢູ່ ສປ ຈີນ ມີທັງໜົດ 74,185 ກໍລະນີ (ລາຍງານໃໝ່ 1,749 ກໍລະນີ), ເສຍຊີວິດ 2,004 ກໍລະນີ ແລະ ຮຸນແຮງ 11,977 ກໍລະນີ, ຜູ້ສຳຜັດໃກ້ຊິດທີ່ຢູ່ໃນການຕິດຕາມ ເຝົ້າລະວັງຂອງແພດໝໍ 135,881 ກໍລະນີ. ຂະນະດຽວກັນພົບວ່າ ໃນ 25 ປະເທດ ມີທັງໝົດ 914 ກໍລະນີ, ເສຍຊີວິດ 3 ກໍລະນີ ໃນນັ້ນຢູ່ ປະເທດ ຟີລິບປິນ, ຍີ່ປຸ່ນ ແລະ ຝຣັ່ງ.
ສຳລັບ ສປປ ລາວ ມີກໍລະນີສົງໄສ 34 ກໍລະນີ ຊຶ່ງທັງໝົດ ແມ່ນບໍ່ພົບເຊື້ອພະຍາດ ໂຄວິດ-19, ປັດຈຸບັນ ສປປ ລາວ ຍັງບໍ່ທັນມີກໍລະນີຂອງພະຍາດ ໂຄວິດ-19.
ຢ່າງໃດກໍຕາມ ຖ້າຫາກມີກໍລະນີດັ່ງກ່າວເກີດຂຶ້ນ ກະຊວງສາທາລະນະສຸກ ໄດ້ເຝົ້າລະວັງ ແລະ ກະກຽມພ້ອມທາງດ້ານ ບຸກຄະລາກອນ ແລະ ອຸປະກອນ ໂດຍເລືອກເອົາ ໂຮງໝໍມິດຕະພາບ, ໂຮງໝໍ 103 ຊຶ່ງເປັນໂຮງໝໍ ທີ່ມີຄວາມສາມາດ ສະເພາະທາງໃນການຮັບມື ກັບພະຍາດໂຄວິດ.
ສຳລັບຕ່າງແຂວງ ແມ່ນໃຫ້ໂຮງໝໍແຂວງ ເປັນຈຸດຮັບຮອງ ແລະ ປິ່ນປົວ ສ່ວນຫ້ອງແຍກປ່ຽວ ທີ່ໂຮງໝໍໄດ້ກະກຽມໄວ້ນັ້ນ ແມ່ນຖືກຕ້ອງ ເໝາະສົມ ຕາມເຕັກນິກ ແລະ ຫລັກການທີ່ທາງອົງການອະນາໄມໂລກ ວາງອອກ.
ພ້ອມກັນນັ້ນ, ກະຊວງສາທາລະນະສຸກ ໄດ້ມີການປຶກສາຫາລື ແລະ ວາງແຜນຮັບມື ກັບພະຍາດນີ້ ໂດຍໂຮງໝໍມິດຕະພາບ (ຕຶກໃໝ່) ສາມາດແຍກເປັນເຂດແຍກປ່ຽວ ແລະ ສາມາດຮັບຮອງ ແລະ ປິ່ນປົວຄົນເຈັບໄດ້ເຊັ່ນດຽວກັນ.