ໄວຣັດໂຄໂຣນາ: ເກົາຫຼີໃຕ້ຢືນຢັນຜູ້ຕິດເຊື້ອເພີ່ມ 142 ຄົນ ຍອດລວມແຕະ 346 ຄົນ

ນະຄອນຫຼວງເຊອູນ, 22 ກຸມພາ 2020 (ຊິນຫົວ) - ເມື່ອວັນເສົາທີ່ຜ່ານມາ (22 ກຸມພາ) ເກົາຫຼີໃຕ້ຢືນຢັນພົບຄົນເຈັບຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ (ໂຄວິດ-19) ເພີ່ມຂຶ້ນ 142 ຄົນ ພາຍໃນມື້ດຽວ ເຮັດໃຫ້ຈຳນວນຜູ້ຕິດເຊື້ອທີ່ໄດ້ຮັບການຢັ້ງຢືນແລ້ວໃນປະເທດລວມເປັນ 346 ລາຍແລ້ວ ອີງຕາມຂໍ້ມູນຈາກສູນຄວບຄຸມ ແລະ ປ້ອງກັນພະຍາດເກົາຫຼີ (KCDC).
ຜູ້ຕິດເຊື້ອລາຍໃໝ່ 131 ຄົນເປັນປະຊາຊົນຊາວເມືອງແທກູ (Daegu) ຫ່າງຈາກເຊອູນໄປທາງໃຕ້ປະມານ 300 ກິໂລແມັດ ແລະ ປະຊາຊົນໃນແຂວງຄອງຊັງເໜືອ (North Gyeongsang) ທີ່ຢູ່ໃກ້ຄຽງກັນ.
ທັງນີ້ ຍອດຜູ້ຕິດເຊື້ອທີ່ເພີ່ມຂຶ້ນໃນ 2 ເມືອງດັ່ງກ່າວ ມີປະຫວັດເຂົ້າຮ່ວມພິທີທາງສາສະໜາໃນໂບດທ້ອງຖິ່ນໃນເມືອງແທກູ ໂດຍເຊື່ອວ່າມີຍິງສູງໄວຄົນໜຶ່ງເປັນສູນກາງການແຜ່ເຊື້ອ ແລະ ອີກສ່ວນໜຶ່ງແມ່ນມີປະຫວັດຢາມທີ່ໂຮງໝໍແທຮຳ ໃນເມືອງຊອງໂດ.
ຈາກການເພີ່ມຂຶ້ນຂອງຜູ້ຕິດເຊື້ອພະຍາດດັ່ງກ່າວ ເຮັດໃຫ້ທາງການເກົາຫຼີໃຕ້ກຳນົດໃຫ້ເມືອງແທກູ ແລະ ເມືອງຊອງໂດ ເປັນພື້ນທີ່ຄວບຄຸມພິເສດ ພ້ອມມີການເຕືອນໄພດ້ານສາທາລະນະສຸກເພື່ອເຕືອນໄພໄວຣັດເປັນລະດັບ 2 ຈາກທັງໝົດ 4 ລະດັບ.
ທັງນີ້ ເກົາຫຼີໃຕ້ໄດ້ກວດຫາໄວຣັດດັ່ງກ່າວກັບປະຊາຊົນຫຼາຍກວ່າ 19,000 ຄົນ ເຊິ່ງໃນນັ້ນ 13,794 ຄົນມີຜົນກວດເປັນລົບ ແລະ ອີກ 5,481 ຄົນຢູ່ລະຫວ່າງການກວດສອບ.
ຂໍຂອບໃຈ
ຂໍ້ມູນ : China Xinhua News via sanook