ໜຸ່ມໆ GOT7 ປະກາດຍົກເລີກທົວຄອນເສີດ ທີ່ກົວລາລໍາເປີ ຍ້ອນໂຄວິດ-19

ຕາມແຜນການ World Tour ທີ່ໜຸ່ມໆ GOT7 ໄດ້ວາງກໍານົດໄວ້ແມ່ນຈະມີການສະແດງຄອນເສີດ ໃນວັນທີ 7 ມີນາ 2020 ທີ່ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ແຕ່ເນື່ອງຈາກວ່າປັດຈຸບັນນີ້ກໍາລັງມີການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຈຶ່ງໄດ້ປະກາດຍົກເລີກຄອນເສີດດັ່ງກ່າວເພື່ອຄວາມປອດໄພຂອງບັນດາແຟນເພງທີ່ຈະເດີນ
ທາງມາຮ່ວມຊົມຄອນເສີດໃນຄັ້ງນີ້.
ທາງດ້ານຕົ້ນສັງກັດ JYP ENTERTAINMENT ໄດ້ອອກມາຖະແຫຼງການວ່າ: ໃນວັນທີ 7 ມີນາ 2020 ຈະໄດ້ຍົກເລີກຄອນເສີດທີ່ນະຄອນຫຼວງ ກົວລາລຳເປີ ເນື່ອງຈາກວ່າພວກເຮົາຄຳນຶງເຖິງຄວາມປອດໄພຂອງແຟນເພງທຸກໆຄົນ ແລະ ສິລະປິນ ຈາກສະຖານະການການລະບາດຂອງໄວຣັດໂຄວິດ-19. ດັ່ງນັ້ນ, ທາງຕົ້ນສັງກັດຈຶ່ງຂໍຄວາມເຫັນໃຈຈາກ
ແຟນເພງກ່ຽວກັບການຍົກເລີກຄອນເສີດດັ່ງກ່າວ ແລະ ຈະຄືນເງິນຄ່າບັດຄອນເສີດທີ່ໄດ້ເປີດຈອງເປັນທີ່ຮຽບຮ້ອຍແລ້ວ. ສຸດທ້າຍນີ້ກ່າວຂໍໂທດແຟນເພງອີກຄັ້ງທີ່ເຮັດໃຫ້ຜິດຫວັງຈາກການຍົກເລີກຄອນເສີດໃນຄັ້ງນີ້ດ້ວຍ.