ຫຼາຍເມືອງໃນຈີນປະກາດຂໍຮັບບໍລິຈາກເລືອດ ເນື່ອງຈາກປະລິມານເລືອດທີ່ມີຢູ່ບໍ່ພຽງພໍກັບຄວາມຕ້ອງການ

ຕາມໜັງສືພິມ (China Daily newspaper) ໃນວັນທີ 19 ກຸມພາ 2020 ຫຼາຍເມືອງ ໃນຈີນ ປະກາດ ຂໍຮັບບໍລິຈາກເລືອດ ເນື່ອງຈາກປະລິມານເລືອດທີ່ມີຢູ່ບໍ່ພຽງພໍກັບຄວາມຕ້ອງການໃນປັດຈຸບັນ ຍ້ອນການຈຳກັດ ການເດີນທາງເຮັດໃຫ້ຜູ້ບໍລິຈາກເລືອດບໍ່ສາມາດໄປບໍລິຈາກໄດ້ ໂດຍສະເພາະ ເມືອງຊີ່ຢານ ແຂວງຫູເປີ່ຍ ເຊິ່ງເປັນສູນກາງການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ພວມຂໍໃຫ້ຊາວເມືອງຜູ້ມີສຸຂະພາບແຂງແຮງທີ່ມີອາຍຸລະຫວ່າງ 18-55 ປີ ໄປຊ່ວຍກັນບໍລິຈາກເລືອດ.
ເຈົ້າໜ້າທີ່ ປ້ອງກັນການແພ່ລະບາດຂອງເມືອງ ໄດ້ຮຽກຮ້ອງໃຫ້ພະນັກງານລັດ, ທະຫານ, ເຈົ້າໜ້າທີ່ໂຮງໝໍ ແລະ ນັກສຶກສາ ຮ່ວມກັນເປັນແກນນຳໃນການບໍລິຈາກເລືອດໃນຄັ້ງນີ້.
ຂະນະທີ່ ສູນບໍລິຈາກເລຶອດຂອງແຂວງຈຽງຊີ ໄດ້ສົ່ງຂໍ້ຄວາມໄປເຖິງຜູ້ໃຊ້ໂທລະສັບຫຼາຍລ້ານຄົນໃນເມືອງໜານຊາງ, ເຊິ່ງເປັນເມືອງເອກຂອງແຂວງ ເພື່ອໄປຮັບບໍລິຈາກເລືອດຈາກຜູ້ທີ່ມີຄຸນສົມບັດຄົບເຖິງບ້ານ.
ຂະນະທີ່ ສູນບໍລິຈາກເລຶອດນະຄອນສົງຊິງ ກໍ່ໃຊ້ວິທີດຽວກັນໃນເດືອນນີ້ ເພື່ອຫຼຸດຜ່ອນບັນຫາການຂາດແຄນເລືອດ.
ຂໍຂອບໃຈ
ຂໍ້ມູນ : ຂ່າວສານປະເທດລາວ