ເດັກຊາຍຊາວອາເມຣິກາ ອາຍຸ 5 ປີ ຊ່ວຍນ້ອງສາວ 2 ປີ ພ້ອມໝາ ໜີຕາຍໄຟໄໝ້ໃນຫ້ອງນອນ

ໂນອາ ວູດສ໌ ອາຍຸ 5 ປີ ອາໄສຢູ່ທີ່ລັດຈໍເຈຍ ປະເທດສະຫະລັດອາເມຣິກາ ຕື່ນຂຶ້ນມາຕອນເດິກໃນຂະນະເກີດໄຟໄໝ້ໃນຫ້ອງນອນຂອງຕົນເອງ, ແຕ່ແທນທີ່ຈະຢ້ານ ແລະ ຕົກໃຈ ລາວໄດ້ຊ່ວຍໃຫ້ຄົນໃນຄອບຄົວລອດຈາກອັກຄີໄພໃນຄັ້ງນີ້ໄດ້ ໂດຍເລີ່ມຈາກການປຸກນ້ອງສາວອາຍຸ 2 ປີ ທີ່ນອນໃນຫ້ອງດຽວກັນໃຫ້ຕື່ນ ແລະ ພານ້ອງສາວອອກຈາກຫ້ອງມາທາງປ່ອງຢ້ຽມທີ່ເປີດຢູ່ ເຊິ່ງເປັນທາງອອກທາງດຽວໃນຂະນະນັ້ນ.
ບໍ່ພຽງເທົ່ານັ້ນ ໂນອາ ຍັງກັບເຂົ້າໄປໃນຫ້ອງເພື່ອຊ່ວຍໝາຂອງລາວອອກມານຳ ແລ້ວຈຶ່ງຮີບແລ່ນໄປເຮືອນຂອງລຸງທີ່ຢູ່ພາຍໃນຮົ້ວດຽວກັນແຕ່ເປັນຄົນລະຫຼັງ ເພື່ອຂໍຄວາມຊ່ວຍເຫຼືອ ຈົນພາຄົນອື່ນໆທີ່ຢູ່ໃນເຮືອນທີ່ເກີດໄຟໄໝ້ອອກມາໄດ້ໝົດ.
ເດັນ ເຈມິສັນ ຫົວໜ້າໜ່ວຍດັບເພີງໃນທ້ອງຖິ່ນ ເຜີຍວ່າ ຕົ້ນເພີງເກີດຈາກເຕົ້າສຽບໄຟຟ້າໃນຫ້ອງນອນຂອງເດັກຊາຍອາຍຸ 5 ປີຄົນນີ້ ທີ່ມີກະແສໄຟໄຫຼເຂົ້າມາຫຼາຍເກີນໄປ ແລະ ເມື່ອເຈົ້າໜ້າທີ່ດັບເພີງໄປຮອດກໍພົບວ່າໂນອາ ແລະ ສະມາຊິກຄອບຄົວອີກ 4 ຄົນມີບາດແຜຈາກການຖືກໄຟໄໝ້ເລັກໜ້ອຍ ແລະ ມີການສູດດົມຄວັນໄຟເຂົ້າໄປຈຳນວນໜຶ່ງ.
ນອກຈາກນີ້, ໜ່ວຍດັບເພີງຍັງປະກາດໃຫ້ ໂນອາ ເປັນນັກດັບເພີງກິດຕິມະສັກ ແລະ ມອບລາງວັນຊ່ວຍຊີວິດດີເດັ່ນໃຫ້ອີກດ້ວຍ ເຊິ່ງປົກກະຕິລາງວັນນີ້ຈະມອບໃຫ້ກັບເຈົ້າໜ້າທີ່ດັບເພີງອາຊີບເທົ່ານັ້ນ.
ເດວິດ ວູດສ໌ ປູ່ຂອງໂນອາບອກວ່າ ຖ້າບໍ່ໄດ້ໂນອາ ທຸກຄົນໃນຄອບຄົວອາດຈະບໍ່ລອດ.