ບໍ່ມີທ່ານ ເຮົາຄົງເຮັດວຽກລຳບາກ! ຜູ້ຄິດຄົ້ນຟັງຊັນ Cut, Copy ແລະ Paste ເສຍຊີວິດແລ້ວ

ທ່ານ ແລຣີ ເທສເລີ (Larry Tesler) ຜູ້ຄິດຄົ້ນຟັງຊັນ Cut, Copy ແລະ Paste ໃນລະບົບຄອມພິວເຕີ ໄດ້ເສຍຊີວິດແລ້ວເມື່ອວັນຈັນທີ່ຜ່ານມາ (17 ກຸມພາ 2020).
ຖ້າບໍ່ມີບຸກຄົນທີ່ມີຄວາມສາມາດສູງຄົນນີ້ ໃນປັດຈຸບັນ ການນຳໃຊ້ຄອມພິວເຕີຂອງເຮົາເພື່ອ ຕັດ, ຄັດລອກ ແລະ ວາງຂໍ້ມູນຂອງເຮົາໃນເອກະສານ ແລະ ສື່ຕ່າງໆຄົງເປັນສິ່ງທີ່ລຳບາກຫຼາຍ ແຕ່ທ່ານ ແລຣີ ໄດ້ຄິດຄົ້ນ ແລະ ພັດທະນາຟັງຊັນດັ່ງກ່າວນີ້ຂຶ້ນມາ ໃນຊຸມປີ 1970.
ທ່ານ ແລຣີ ເກີດທີ່ນິວຢອກ ສະຫະລັດອາເມຣິກາເມື່ອປີ 1945. ທ່ານເຂົ້າສຶກສາດ້ານວິທະຍາສາດຄອມພິວເຕີ ທີ່ມະຫາວິທະຍາໄລສະແຕນຟອດ ແລະ ຫຼັງຈາກຈົບການສຶກສາ ກໍໄດ້ສຶກສາກ່ຽວກັບປັນຍາປະດິດ (Artificial Intelligence) ແບບບໍ່ຈິງຈັງ (ກ່ອນທີ່ສິງນີ້ຈະກາຍມາເປັນເຄື່ອງມືທີ່ມີການນຳໃຊ້ຢ່າງແຜ່ຫຼາຍໃນປັດຈຸບັນ) ແລະ ຍັງໄດ້ເຂົ້າຮ່ວມໃນການເຄື່ອນໄຫວເພື່ອຕ້ານສົວຄາມ ແລະ ການຜູກຂາດຂອງບໍລິສັດ ກັບບໍລິສັດຕ່າງໆເຊັ່ນ IBM ເປັນຕົ້ນ.
ໃນປີ 1973, ທ່ານ ແລຣີ ໄດ້ເຂົ້າເຮັດວຽກກັບ Xerox Palo Alto Research Center ຫຼື PARC ຈົນຮອດປີ 1980. Xerox PARC ມີຊື່ສຽງດ້ານການພັດທະນາລະບົບໜ້າຈໍສຳລັບຜູ້ໃຊ້ງານ ທີ່ນຳໃຊ້ເມົ້າ (mouse) ແລະ ໃນລະຫວ່າງນີ້ເອງ ທີ່ລາວໄດ້ຮ່ວມງານກັບ ທິມ ມັອດ (Tim Mott) ເພື່ອສ້າງລະບົບປະມວນຜົນຄຳສັບທີ່ເອີ້ນວ່າ Gypsy ເຊິ່ງເປັນທີ່ຮູ້ຈັກກັນໃນຊື່ຂອງຟັງຊັນ "cut", "copy" ແລະ "paste" ເຊິ່ງໃຊ້ສຳລັບ ຕັດຄຳ, ຄັດລອກ ແລະ ວາງຂໍ້ຄວາມຕ່າງໆ.