ເປັນ “ປະຈຳເດືອນ” 2 ຄັ້ງຕໍ່ເດືອນ ຜິດປົກກະຕິຫຼືບໍ່?

ຫາກທ່ານເປັນຜູ້ຍິງທີ່ມີປະຈຳເດືອນຫຼາຍກວ່າ 1 ຄັ້ງ ອາດເປັນຍ້ອນເກີດຈາກຄວາມເຄັ່ງຕຶງສະສົມ ຫຼື ການປ່ຽນແປງຂອງຮໍໂມນ ເຊິ່ງນຳມາກໍ່ໃຫ້ເກີດພະຍາດຮ້າຍໃນອະນາຄົດ.
ປົກກະຕິຮອບເດືອນຂອງຜູ້ຍິງມັກມາພຽງເດືອນລະ 1 ຄັ້ງ ແຕ່ບາງຄັ້ງກໍມີເລືອດຄ້າຍປະຈຳເດືອນໄຫຼອອກມາອີກເປັນຄັ້ງທີ 2 ຈົນເຮັດໃຫ້ເຮົາສັບສົນໃນການນັບມື້ຕົກໄຂ່ ຫຼື ມື້ທີ່ຮອບເດືອນຈະມາໃນຄັ້ງຕໍ່ໄປ. ສາວໆບາງຄົນຈຶ່ງເກີດຄວາມວິຕົກກັງວົນເລັກໜ້ອຍ ເພາະຢ້ານຈະເປັນພະຍາດອື່ນທີ່ຮ້າຍແຮງກວ່ານັ້ນ. ມື້ນີ້ເຮົາຈະພາສາວໆທັງຫຼາຍມາໄຂຂໍ້ສົງໄສນຳກັນ.
ປະຈຳເດືອນມາຖີ່ ເກີດຈາກສາເຫດຫຍັງ?
ວົງຈອນຂອງປະຈຳເດືອນທີ່ປ່ຽນແປງໄປ ເປັນເລື່ອງປົກກະຕິທີ່ມັກພົບເຫັນໄດ້ໃນຜູ້ຍິງໄວສາວເປັນສ່ວນໃຫຍ່. ສຳລັບບາງຄົນປະຈຳເດືອນອາດຈະມາຊ້າ ຫຼື ມາໄວຕ່າງຈາກຮອບເດືອນເກົ່າ ແຕ່ບາງຄົນປະຈຳເດືອນກໍມາຫຼາຍເຖິງ 2 ຄັ້ງຕໍ່ເດືອນເລີຍ ເຊິ່ງມີສາເຫດຫຼັກໆດັ່ງນີ້
- ຮໍໂມນຂອງໄວໜຸ່ມທີ່ຍັງບໍ່ສົມດຸນຄົງທີ່
- ມີຄວາມເຄັ່ງຕຶງປະປົນໃນຂະນະທີ່ໃກ້ຮອດມື້ຕົກໄຂ່
- ພາວະໄຂ່ບໍ່ຕົກ (lack of ovulation)
- ໄທຣອຍເປັນພິດ (hyperthyroidism)
- ການໃຊ້ຢາທີ່ກ່ຽວຂ້ອງກັບການຄຸມກຳເນີດ
- ນໍ້າໜັກທີ່ເພີ່ມຂຶ້ນ ຫຼື ຫຼຸດລົງຢ່າງໄວວາ
- ພາວະຮ່າງກາຍທີ່ກຳລັງເຂົ້າສູ່ໄວໝົດປະຈຳເດືອນ
ສີຂອງປະຈຳເດືອນໃນຮອບທີສອງນັ້ນອາດຈະແຕກຕ່າງຈາກຮອບທຳອິດ ໂດຍມັກຈະປາກົດໃຫ້ເຫັນລັກສະນະສີແດງເຂັ້ມ, ຕັບໝູ ຫຼື ບົວອ່ອນ ແລະ ມີຈຳນວນປະລິມານຂອງເລືອດຫຼຸດລົງໜ້ອຍກວ່າເກົ່າ. ເພື່ອປ້ອງກັນບໍ່ໃຫ້ເປື້ອນຄວນມີຜ້າອະນາໄມຕິດໂຕໄວ້ ເມື່ອເລີ່ມມີອາການປວດເຄັ່ງບໍລິເວນທ້ອງນ້ອຍ.
ອາການແຊກຊ້ອນເມື່ອປະຈຳເດືອນຂອງທ່ານກຳລັງມາຮອບທີ 2 ຄື ປວດເມື່ອຍ, ອ່ອນເພຍໄປໝົດໂຕ ຫຼື ບໍລິເວນຫຼັງ, ອາການເຈັບຫົວ, ອ່ອນເພຍງ່າຍ, ບໍ່ມີແຮງ, ວິນຫົວ, ປວດຮາກ, ອັດຕາການເຕັ້ນຂອງຫົວໃຈຖີ່, ຈັງຫວະການຫາຍໃຈແຮງ, ປະຈຳເດືອນມາສອງຮອບເປັນສັນຍານເຕືອນຂອງພະຍາດເຊັ່ນ:
ພະຍາດກະດູກອ່າງຊາມ
ເປັນການຕິດເຊື້ອແບັກທີເຣຍທີ່ສະສົມຢູ່ໃນລະບົບສືບພັນເພດຍິງ ທີ່ອາດເຂົ້າສູ່ຊ່ອງຄອດຂອງແລ້ວແພ່ກະຈາຍໄປມົດລູກ ແລະ ອະໄວຍະວະເພດ ທີ່ເຮັດໃຫ້ເກີດອາການແທ້ງລູກ, ລວມເຖິງມີອາການຕົກຂາວ ເຈັບປວດໃນກະດູກອ່າງຊາມພ້ອມທັງມີກິ່ນອັນບໍ່ພຶງປະສົງຮ່ວມນຳ.
ເນື້ອງອກໃນມົດລູກ
ເກີດຈາກການຈະເລີນເຕີບໂຕຜິດບ່ອນ ແລະ ຢຶດຕິດກັບຜະໜັງມົດລູກ ເຊິ່ງມີຕັ້ງແຕ່ຂະໜາດນ້ອຍເທົ່າແກ່ນພືດຈົນເຖິງຂະໜາດໃຫຍ່ເທົ່າໝາກສົ້ມໂອ. ເນື້ອງອກນີ້ມີອາການຂ້າງຄຽງມີຮຸນແຮງເຊັ່ນ ອາການເຈັບທ້ອງ, ເລືອດອອກໃນປະລິມານຫຼາຍ ຄວນໄປຫາໝໍເພື່ອຜ່າຕັດອອກໃຫ້ໄວທີ່ສຸດ.
ພະຍາດມະເຮັງປາກມົດລູກ
ເປັນມະເຮັງຊະນິດໜຶ່ງທີ່ເກີດຂຶ້ນຈາກການຕິດເຊື້ອໄວຣັດເອຊພີວີ (HPV) ໃນເຊລດ້ານລຸ່ມຂອງມົດລູກ ທີ່ເຊື່ອມຕໍ່ກັບຊ່ອງຄອດທີ່ກໍ່ໃຫ້ເກີດມະເຮັງປາກມົດລູກ. ສາມາດສັງເກດອາການທຳອິດໄດ້ງ່າຍໆ ເຊັ່ນ ປະຈຳເດືອນເລີ່ມໄຫຼໜ້ອຍ, ສົ່ງກິນເໝັນ ລວມເຖິງມີອາການປວດກະດູກອ່າງຊາມໃນຂະນະທີ່ມີເພດສຳພັນ.
ບໍ່ຢາກໃຫ້ເລືອດໄຫຼຮອບສອງ ຄວນຮີບປິ່ນປົວດ້ວຍວິທີນີ້:
ການປິ່ນປົວຂຶ້ນຢູ່ກັບສາເຫດ ແລະ ພື້ນຖານປະລິມານ ລວມເຖິງຈຳນວນຄັ້ງຂອງເລືອດທີ່ໄຫຼ. ຫາກການບົ່ງມະຕິແລ້ວພົບວ່າເປັນພຽງພະຍາດເລືອດຈາງ ອາດເສີມດ້ວຍການກິນທາດເຫຼັກເພື່ອກະຕຸ້ນການໄຫຼວຽນຂອງເລືອດໃຫ້ດີຂຶ້ນ.
- ສຳລັບຄົນເຈັບທີ່ມີພາວະຕ່ອມໄທຣອຍເປັນພິດ ແພດອາດຈະຈ່າຍຢາກິນ ຫຼື ວິທີການປິ່ນປົວດ້ານອື່ນໆຕາມຄວາມເໝາະສົມ.
- ສຳລັບຄົນເຈັບທີ່ກ່ຽວຂອງກັບພະຍາດຊີສ ອາດໄດ້ຮັບການຜ່າຕັດດ້ວຍຄື້ນສຽງຄວາມຖີ່ສູງ (MRI) ໂດຍແພດສະເພາະທາງທີ່ຊ່ຽວຊານແລ້ວເທົ່ານັ້ນ.
- ການຢຸດການຈະເລີນເຕີບໂຕຂອງເນື້ອງອກ ໂດຍໃຊ້ຮໍໂມນກຸ່ມໂກນາໂດໂທຣຟິນ (Gonadotropin) ເຂົ້າປິ່ນປົວ ໂດຍເຮັດໃຫ້ທ່ານເຂົ້າສູ່ພາວະໝົດປະຈຳເດືອນຊົ່ວຄາວ ແລະ ຢຸດຢັ້ງການຈະເລີນເຕີບໂຕເຮັດໃຫ້ເນື້ອງອກມີຂະໜາດທີ່ນ້ອຍລົງ. ທາງແພດຜູ້ຊ່ຽວຊານອາດຈະໃຊ້ການປິ່ນປົວນີ້ຮ່ວມກັບການຜ່າຕັດ.
ຂໍຂອບໃຈ
ຂໍ້ມູນ : Sanook