ຍ້ອນພະຍາດຮ້າຍບີບບັງຄັບ! ຈີນຊຸກຍູ້ໃຫ້ສານທຸກລະດັບດຳເນີນການພິຈາລະນາຄະດີ "ທາງອອນລາຍ"

ປັກກິ່ງ, 18 ກຸມພາ 2020 (ຊິນຫົວ) — ສານປະຊາຊົນສູງສຸດ (SPC) ຂອງຈີນ ອອກຈົດໝາຍວຽນຊຸກຍູ້ດັນໃຫ້ສານຕ່າງໆໃນປະເທດ ສົ່ງເສີມ ແລະ ພັດທະນາບໍລິການດຳເນີນຄະດີທາງອອນລາຍ ລະຫວ່າງທີ່ຈີນກຳລັງສູ້ເສິກພະຍາດໂຄວິດ-19 (COVID-19) ຫຼື ໄວຣັດໂຄໂຣນາສາຍພັນໃໝ່ 2019 ນັ້ນເອງ.
ຈົດໝາຍວຽນຂອງສານປະຊາຊົນສູງສຸດຂອງຈີນລະບຸວ່າ ການເຄື່ອນໄຫວເທື່ອນີ້ມີຈຸດປະສົງເພື່ອຕອບສະໜອງຄວາມຈຳເປັນດ້ານການພິຈາລະນາຄະດີຂອງປະຊາຊົນ ແລະ ຊ່ວຍໃຫ້ການດຳເນີນວຽກງານຂອງສານເປັນໄປຢ່າງເປັນລະບຽບ ແລະ ສະດວກ ເຖິງວ່າຈະປະສົບກັບການລະບາດຂອງໄວຣັດໃນຂະນະນີ້.
ຈົດໝາຍວຽນກຳນົດໃຫ້ສານທຸກຂັ້ນ ໃຊ້ປະໂຫຍດຈາກແພລັດຟອມ (platform) ບໍລິການດຳເນີນຄະດີແບບເຄື່ອນທີ່ ແລະ ອອນລາຍຂອງສານ ແລະ ປ່ຽນໄປດຳເນີນວຽກງານທາງອອນລາຍໃນຂັ້ນຕອນຕ່າງໆ ເຊັ່ນ: ການຍື່ນຄຳຮ້ອງຟ້ອງ, ການໄກ່ເກ່ຍ, ການແລກປ່ຽນຫຼັກຖານ, ການໄຕ່ສວນຂອງສານ, ການພິພາກສາ ແລະ ການນຳສົ່ງເອກະສານ.
ຈົດໝາຍວຽນລະບຸວ່າ ໃນການຕັດສິນໃຈວ່າຈະໃຊ້ວິທີໄຕ່ສວນຜ່ານທາງອອນລາຍ ຫຼື ບໍ່ນັ້ນ, ສານຈະຕ້ອງພິຈາລະນາປັດໄຈຕ່າງໆຢ່າງຖີ່ຖ້ວນ ເຊັ່ນ: ຄວາມເປັນຈິງກ່ຽວກັບເຕັກໂນໂລຊີ, ເງື່ອນໄຂຕ່າງໆຂອງຄະດີຄວາມ, ຕະຫຼອດຈົນຄວາມປະສົງຂອງແຕ່ລະຝ່າຍ ແລະ ຄວນກຳນົດສະຖານະການທີ່ໃຊ້ການໄຕ່ສວນທາງອອນລາຍບໍ່ໄດ້.
ສານປະຊາຊົນສູງສຸດຂໍຄວາມຮ່ວມມືໃຫ້ສານຕ່າງໆ ຍົກລະດັບ ແລະ ເພີ່ມຟັງຊັນຂອງແພລັດຟອມອອນລາຍ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງບໍລິການດຳເນີນຄະດີຂອງສານທີ່ຫຼາກຫຼາຍຢູ່ເຮືອນໄດ້.
ຈົດໝາຍວຽນກຳນົດວ່າ ຄະດີທີ່ຈະດຳເນີນການທາງລາຍຄວນໃຊ້ກົນໄກແບບປົກກະຕິທ່າມກາງການຕໍ່ສູ້ກັບໄວຣັດ ພ້ອມລະບຸເຈາະຈົງໃຫ້ “ສານອິນເຕີເນັດ” 3 ແຫ່ງ ທີ່ຕັ້ງຢູ່ທີ່ນະຄອນຫາງໂຈວ, ປັກກິ່ງ ແລະກວ່າງໂຈວ ຍົກລະດັບການທົດລອງໃຊ້ລະບົບດຳເນີນຄະດີໃນຕອນນີ້ອີກດ້ວຍ.
ທັງນີ້ ຈີນໄດ້ຈັດຕັ້ງສານອິນເຕີເນັດແຫ່ງທຳອິດໃນນະຄອນຫາງໂຈວທາງພາກຕາເວັນອອກຂອງປະເທດ ເມື່ອເດືອນສິງຫາ ປີ 2017 ຕາມມາດ້ວຍສານລັກສະນະດຽວກັນໃນນະຄອນຫຼວງປັກກິ່ງ ແລະ ນະຄອນກວ່າງໂຈວ ເມື່ອເດືອນກັນຍາ ປີ 2018.
ປຶ້ມປົກຂາວທີ່ເຜີຍແຜ່ໂດຍສານປະຊາຊົນສູງສຸດລະບຸວ່າ ສານອິນເຕີເນັດທັງ 3 ແຫ່ງ ໄດ້ຕັດສິນຄະດີໄປແລ້ວເກືອບ 120,000 ຄະດີ ເມື່ອນັບເຖິງວັນທີ 31 ຕຸລາ 2019 ຊຶ່ງຊ່ວຍຫຼຸດໄລຍະເວລາໄຕ່ສວນຄະດີໄປໄດ້ເກືອບ 50%.
ຂໍຂອບໃຈ
ຂໍ້ມູນ : China Xinhua News