ເບິ່ງດວງລາຍວັນປະຈໍາວັນອັງຄານ ທີ 18 ກຸມພາ 2020 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ຈະພົບອຸປະສັກດ້ວຍເປັນທຳມະດາ ແຕ່ມັກຈະແກ້ບັນຫາໃຫ້ຜ່ານພົ້ນໄປໄດ້ທຸກທີ
ການເງິນ ມີໂອກາດເຮັດເລື່ອງຂໍເຄຣດິດກັບທາງທະນາຄານກໍເປັນໄປໄດ້ ແຕ່ຊ່ວງນີ້ຕ້ອງຖ້າຜົນໃນການພິຈາລະນາຂອງສະຖາບັນການເງິນ
ຄວາມຮັກ ສະຖານະການກໍຢູ່ໃນເກນທີ່ດີ ແຕ່ບໍ່ຄ່ອຍມີເວລາໃຫ້ກັບຄົນຮັກ
ເຄື່ອງມຸງຄຸນ ຄໍາຝຮັ່ງ
ສີມຸງຄຸນ ສີມ້ວງ
ເລກນຳໂຊກ 6
ວັນຈັນ
ການງານ ຈະໂຊກດີທາງດ້ານການງານ ເພາະມີທີມງານ ແລະ ຜູ້ຊ່ວຍເຫລືອທາງດ້ານການງານທີ່ມີປະສິດທິພາບ ແລະ ປະສົບຄວາມສຳເລັດຢູ່ໃນເກນທີ່ດີ
ການເງິນ ປະສົບຄວາມສຳເລັດ ມີໂຊກທາງດ້ານການເງິນດີຂຶ້ນເປັນຢ່າງຫລາຍໃນຊ່ວງນີ້
ຄວາມຮັກ ຍັງຄິດເຖິງຄວາມສຳພັນຫລືເລື່ອງຂອງຄວາມຮັກໃນອະດີດທີ່ຜ່ານມາ ເປັນການທົບທວນເລື່ອງລາວຕ່າງໆ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 1
ວັນຄານ
ການງານ ປະສົບຄວາມສຳເລັດທາງດ້ານການງານດີຂຶ້ນ ພົບແຕ່ຄວາມສຳເລັດ ແລະ ຄວາມກ້າວໜ້າ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງດ້ານໂຊກດີຂຶ້ນຫລາຍຢ່າງເຫັນໄດ້ແຈ້ງ
ຄວາມຮັກ ມີຄົນຢາກຈະເຂົ້າມາສະແດງຕົວເປັນມິດ ຫລື ສະແດງຄວາມສົນໃຈໃນຕົວທ່ານໃນຊ່ວງນີ້
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີຂາວ
ເລກນຳໂຊກ 6
ວັນພຸດ
ການງານ ຊ່ວງນີ້ເດີນທາງຫຼາຍໃນການຕິດຕໍ່ການງານ ຫລືມີໂອກາດຈະໄດ້ປ່ຽນວຽກງານໃໝ່
ການເງິນ ພົບຜູ້ອຸປະຖຳທາງດ້ານການເງິນທີ່ດີ ແຕ່ລາຍຈ່າຍກໍມີຢູ່ສະເໝີໃນຊ່ວງນີ້
ຄວາມຮັກ ສຸກສົມຫວັງລົງຕົວໃນເລື່ອງຄວາມສຳພັນດ້ານຄວາມຮັກ ຜູ້ທີ່ແຕ່ງງານແລ້ວມີຂ່າວດີກ່ຽວກັບການທີ່ຈະວາງແຜນມີລູກ
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 2
ວັນພະຫັດ
ການງານ ໃນການຕິດຕໍ່ເຈລະຈາຈະເຮັດໃຫ້ຕົນເອງເກີດຄວາມໄດ້ປຽບທາງທຸລະກິດ
ການເງິນ ຫາເງິນເຂົ້າມາໄດ້ເລື່ອຍໆ ຢ່າງເປັນໂຊກໃນຊ່ວງນີ້ ບໍລິຫານຈັດການທາງດ້ານການເງິນໄດ້ດີຂຶ້ນ
ຄວາມຮັກ ມີໂອກາດພົບຮັກ ພົບຄູ່ຄອງ ການງານນຳພາມາໃຫ້ພົບກັນ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 5
ວັນສຸກ
ການງານ ຈະເຮັດຫຍັງກໍມີເປົ້າໝາຍ ເກີດຄວາມສຳເລັດ ມີຄວາມກ້າວໜ້າດີຂຶ້ນເປັນຢ່າງຫລາຍ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ມີໂອກາດທີ່ຈະຊື້ຂອງໃໝ່ມາໃຊ້ ເຊັ່ນລົດຄັນໃໝ່
ຄວາມຮັກ ຊ່ວງນີ້ຈະພບວ່າຕົນເອງເປັນຄົົນທີ່ມີເສນ່ຫ໌ຫລາຍໆ ຈຶ່ງມີຄົນເຂົ້າມາສົນໃຈເພີ່ມຫລາຍຂຶ້ນ
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນ ສີບົວ
ເລກນຳໂຊກ 3
ວັນເສົາ
ການງານ ຈະພົບຄວາມຈະເລີນກ້າວໜ້າ ຊື່ສຽງຂອງຕົນເອງຖືກເວົ້າເຖິງໃນທາງທີ່ດີໃນສັງຄົມ
ການເງິນ ຫາເງິນໄດ້ຢ່າງຕໍ່ເນື່ອງ ມີໂຊກດີໃນຊ່ວງນີ້
ຄວາມຮັກ ມີໂອກາດພົບຮັກແບບບໍ່ທັນຕັ້ງໂຕກັບຄົນຜິວຂາວທີ່ມີເກນອາຍຸນ້ອຍກວ່າ
ເຄື່ອງມຸງຄຸນ ເພັດສີບົວ
ສີມຸງຄຸນ ສີເທົາ
ເລກນຳໂຊກ 0