“ສັດລ້ຽງ” ຄວນລ້ຽງແນວໃດ ໃຫ້ປອດໄພທັງສັດ ເຈົ້າຂອງ ແລະ ຄົນອ້ອມຂ້າງ

ສັດລ້ຽງໜ້າຮັກທີ່ຢູ່ເປັນໝູ່ເຮົາຢູ່ເຮືອນຕະຫຼອດເວລາ ອາດຈະເຈັບປ່ວຍ ຫຼື ກໍ່ໃຫ້ເກີດຄວາມລຳຄານໃຈ, ລົບກວນຄົນອ້ອມຂ້າງໄດ້ຫາກເຮົາເບິ່ງແຍງພວກເຂົາໄດ້ບໍ່ຖືກຕ້ອງ. ການເບິ່ງແຍງຮັກສາຄວາມສະອາດຈຶ່ງເປັນເລື່ອງສຳຄັນ ທັງປ້ອງກັນພະຍາດ ແລະ ຊ່ວຍຫຼຸດຜ່ອນຄວາມລຳບາກໃຈໃຫ້ກັບທັງເຈົ້າຂອງ ແລະ ເພື່ອນບ້ານອີກດ້ວຍ.
“ສັດລ້ຽງ” ໃນເຮືອນ ລ້ຽງແນວໃດໃຫ້ປອດໄພ ທັງສັດ, ເຈົ້າຂອງ ແລະ ຄົນອ້ອມຂ້າງ
- ຄວນລ້ຽງສັດພາຍໃນບໍລິເວນເຮືອນ ໂດຍຈັດສັນສະຖານທີ່ລ້ຽງສັດຕາມຄວາມເໝາະສົມຕາມຈຳນວນສັດລ້ຽງ
- ຮັກສາສະຖານທີ່ລ້ຽງສັດໃຫ້ສະອາດຢູ່ຕະຫຼອດ, ມ້ຽນສິ່ງເສດເຫຼືອຂອງສັດໃຫ້ຖືກສຸຂະລັກສະນະ ບໍ່ປ່ອຍໃຫ້ເກີດການສະສົມຈົນເກີດກິ່ນເໝັນ ລົບກວນຜູ້ທີ່ອາໄສຢູ່ໃກ້ຄຽງ
- ຕ້ອງລະມັດລະວັງ ແລະ ຮັບຜິດຊອບມົນລະພິດທາງສຽງ ແລະ ກິ່ນທີ່ເກີດຈາກການລ້ຽງສັດທີ່ເປັນເຫດລົບກວນ ຫຼື ເປັນອັນຕະລາຍຕໍ່ສຸຂະພາບ
- ຕ້ອງຈັດໃຫ້ມີການສ້າງພູມຄຸ້ມກັນພະຍາດໃນສັດລ້ຽງ ເພື່ອປ້ອງກັນອັນຕະລາຍຈາກເຊື້ອພະຍາດທີ່ເກີດຈາກສັດມາສູ່ຄົນ
- ການນຳເອົາສັດລ້ຽງເຊັ່ນ ໝາ ອອກນອກສະຖານທີ່ລ້ຽງຈະຕ້ອງມັດເຊືອກຈູງໝາທີ່ແຂງແຮງ ແລະ ເຈົ້າຂອງຕ້ອງຈັບເຊືອກຈູງຕະຫຼອດເວລາ. ໃນກໍລະນີເປັນໝາຄວບຄຸມພິເສດ ຕ້ອງໃສ່ອຸປະກອນອັດປາກ ແລະ ເຊືອກຈູງໃຫ້ຫ່າງຈາກໝາກບໍ່ເກີນ 50 ຊັງຕີແມັດ ຢູ່ຕະຫຼອດເວລາ.
ຂໍຂອບໃຈ
ຂໍ້ມູນ : Sanook