“ໂມໂນນິວຄລິໂອຊີສ” ພະຍາດຕິດຕໍ່ຜ່ານທາງການ “ຈູບ” ທີ່ໄວໜຸ່ມຄວນລະວັງ

ພະຍາດໂມໂນນິວຄລິໂອຊິສ ເປັນພະຍາດທີ່ສາມາດຕິດຕໍ່ກັນໄດ້ຜ່ານການ “ຈູບ” ເຊິ່ງກຸ່ມສ່ຽງກໍຄືໄວໜຸ່ມ ໂດຍອາການຂອງພະຍາດຈະເປັນໄດ້ຕັ້ງແຕ່ມີໄຂ້, ເຈັບຫົວ, ອ່ອນເພຍ ໄປຈົນເຖິງມີຜື່ນຂຶ້ນຕາມຕົນໂຕ, ເຈັບຄໍ, ເບື່ອອາຫານ ໂດຍສາມາດເຊົາເອງໄດ້ໃນ 2-3 ອາທິດ ແຕ່ຄວນລະມັດລະວັງບໍ່ຈູບກັບຜູ້ທີ່ຕິດເຊື້ອ, ບໍ່ໃຊ້ບ່ວງສ້ອມ, ຈອກນໍ້າ ແລະ ຂອງໃຊ້ສ່ວນຕົວຮ່ວມກັບຜູ້ອື່ນ.
ສາເຫດຂອງພະຍາດໂມໂນນິວຄລິໂອຊິສ
ພະຍາດໂມໂນນິວຄລິໂອຊິສ ເກີດຈາກການຕິດເຊື້ອໄວຣັດເອັບສະໄຕບາ (Epstein-Barr Virus: EBV) ທີ່ສາມາດແພ່ກະຈາຍຜ່ານທາງນໍ້າລາຍ, ການໄອ ຫຼື ການຈາມ.
ອາການຂອງພະຍາດໂມໂນນິວຄລິໂອຊິສ
- ມີໄຂ້
- ເຈັບຫົວ
- ອ່ອນເພຍ
- ໄອ ຫຼື ຈາມ
- ເຈັບຄໍ
- ອາດພົບຜື່ນຂຶ້ນຕາມຮ່າງກາຍ ເຊັ່ນ ໜ້າ, ຄໍ, ໜ້າເອິກ, ຫຼັງ
- ເບື່ອອາຫານ
- ເຫື່ອອອກຕອນກາງຄືນ
ວິທີປິ່ນປົວພະຍາດໂມໂນນິວຄລິໂອຊິສ
ໂມໂນນິວຄລິໂອຊິສ ສາມາດມີອາການທີ່ດີຂຶ້ນ ແລະ ເຊົາໄດ້ເອງພາຍໃນ 2-3 ອາທິດ ແຕ່ຫາກໃນຄົນທີ່ມີອາການໜັກ ເຊັ່ນ ມີຜື່ນຂຶ້ນເຕັມໂຕ, ອ່ອນເພຍຫຼາຍ ຄວນພົບແພດເພື່ອກວດຮ່າງກາຍ ແລະ ເລືອກໃຫ້ຢາມາກິນຢ່າງເໝາະສົມ (ຢາທີ່ຊື້ກິນເອງອາດຈະບໍ່ຊ່ວຍປິ່ນປົວໄດ້ຖືກຈຸດ ຈຶ່ງອາດຈະບໍ່ໄດ້ຜົນ ຫຼື ບໍ່ເຮັດໃຫ້ອາການດີຂຶ້ນ).
ວິທີປ້ອງກັນພະຍາດໂມໂນນິວຄລິໂອຊິສ
- ບໍ່ຈູບກັບຄົນທີ່ຕິດເຊື້ອພະຍາດໂມໂນນິວຄລິໂອຊິສ
- ບໍ່ໃຊ້ເຄື່ອງໃຊ້ສ່ວນຕົວຮ່ວມກັບຜູ້ອື່ນ ເຊັ່ນ ບ່ວງ, ສ້ອມ, ໄມ້ຖູ່, ຈອກນໍ້າ, ຟອຍຖູແຂ້ວ, ຜ້າເຊັດໂຕ ແລະ ອື່ນໆ
- ຫຼີກລ່ຽງການສຳຜັດກັບລະອອງນໍ້າລາຍ ຫຼື ຂີ້ກະເທິຂອງຜູ້ອື່ນ
- ຮັກສາຮ່າງກາຍໃຫ້ແຂງແຮງຢູ່ສະເໝີ ເຊັ່ນ ກິນອາຫານທີ່ມີປະໂຫຍດ ຄົບ 5 ໝູ່, ອອກກຳລັງກາຍເປັນປະຈຳ ແລະ ພັກຜ່ອນໃຫ້ພຽງພໍ
- ຫາກມີອາການຜິດປົກກະຕິ, ມີໄຂ້, ບໍ່ສະບາຍ ແລະ ອາການບໍ່ດີຂຶ້ນພາຍໃນ 2-3 ວັນ ຄວນພົບແພດ
ຂໍຂອບໃຈ
ຂໍ້ມູນ : Sanook