ອຸທາຫອນ ເດັກຍິງຊາວຝຣັ່ງໄວ 15 ປີເສຍຊີວິດຈາກເຫດໄຟຟ້າຊັອດ ຍ້ອນສາກມືຖື ແລະ ຫຼິ້ນໄປນຳໃນຫ້ອງນໍ້າ

ອີກໜຶ່ງເລື່ອງເຕືອນໃຈສຳລັບຜູ້ປົກຄອງ ຫາກລູກຫຼານໃຜມັກນຳສະມາດໂຟນເຂົ້າໄປຫຼິ້ນໃນຫ້ອງນ້ຳພ້ອມກັບສາກແບັດເຕີຣີໄປນຳ ກໍຕ້ອງເຕືອນໃຫ້ເຊົາພຶດຕິກຳດັ່ງກ່າວເຊິ່ງສາມາດເປັນໄພຕໍ່ຊີວິດໄດ້.
ເກີດເຫດສະຫຼົດຂຶ້ນເມື່ອເດັກຍິງຊາວຝຣັ່ງໄວ 15 ປິເສຍຊີວິດຈາກໄຟຟ້າຊັອດ ຫຼັງນຳມືຖືເຂົ້າໄປໃຊ້ຫ້ອງນ້ຳ ແລະ ສາກແບັດໄປນຳ ແລ້ວເຄື່ອງຕົກລົງໄປໃນອ່າງອາບນ້ຳ. ຫຼັງຈາກເກີດເຫດຂຶ້ນທີມສຸກເສີນຈຶ່ງໄດ້ຮີບພາໂຕຜູ້ກ່ຽວສົ່ງໂຮງໝໍ ແລະ ພະຍາຍາມຊ່ວຍຊີວິດໄວ້ ແຕ່ບໍ່ເປັນຜົນ.
ທີມແພດລະບຸວ່າ ຜູ້ກ່ຽວເສຍຊີວິດຈາກພາວະຫົວໃຈຊຸດໂຊມ-ລະບົບຫາຍໃຈເນື່ອງຈາກກະແສໄຟຟ້າ ໂດຍລາຍງານລະບຸວ່າມືຖືໄດ້ຫຼຸດຈາກມື ແລ້ວຕົກລົງເທິງໜ້າເອິກຂອງຜູ້ກ່ຽວກ່ອນໄຫຼລົງໄປໃນນ້ຳ. ໃນສ່ວນຂອງຍີ່ຫໍ້ມືຖືນັ້ນບໍ່ມີການເປີດເຜີຍແຕ່ຢ່າງໃດ.
BFMTV ສື່ທ້ອງຖິ່ນຂອງຝຣັ່ງລາຍງານວ່າ ມີຍິງສາວຊາວຝຣັ່ງເສຍຊີວິດຈາກໄຟຟ້າຊັອດ 40 ຄົນຕໍ່ປີ ລວມທັງໄດ້ຮັບບາດເຈັບຈາກໄຟຟ້າເຖິງ 3,000 ຄົນຕໍ່ປີ.