ເວົ້າຢອກແຕ່ໄດ້ແທ້! ສາວ "ຄຣິສຕິນາ" ເວົ້າຢອກ ຢາກໄດ້ກຸຫຼາບ 111 ດອກ ແຕ່ຫວານໃຈຈັດໃຫ້ແທ້

ຄຣິສຕິນາ ລາສະສິມມາ ດາລາ-ນາງງາມລາວ ຊື່ດັງ ດີໃຈສຸດໆ ເມື່ອຫວານໃຈຈັດດອກໄມ້ຊໍ່ໃຫຍ່ເຊິ່ງມີທັງໝົດ 111 ດອກໃຫ້ເປັນຂອງຂວັນໃນວັນວາເລນທາຍທີ່ຜ່ານມາ ຫຼັງຈາກທີ່ສາວເຈົ້າເວົ້າຢອກ ບໍ່ຄິດວ່າຈະໄດ້ແທ້.
ສາວຄຣິສຕິນາໄດ້ໂພສເລື່ອງລາວສຸດເຊີໄພຣສ໌ດັ່ງກ່າວລົງໃນອິນສະຕາແກຣມສ່ວນຕົວໃນມື້ນີ້ບອກເລົ່າເລື່ອງລາວສຸດປະທັບໃຈເຊິ່ງເກີດຂຶ້ນໃນເທດສະການແຫ່ງຄວາມຮັກ.
"ພຽງແຕ່ເວົ້າຫຼິ້ນວ່າຢາກໄດ້ດອກກຸຫຼາບ 111 ດອກ ແຕ່ເຈົ້າກໍເຮັດຕາມທີ່ຂ້ອຍເວົ້າແທ້. ຈັ່ງແມ່ນໜ້າຮັກ. ຂອບໃຈຫຼາຍໆ ປີໜ້າຂໍ 1,000 ດອກເດີ (ເວົ້າຢອກເດີ)," ແຄັບຊັນໃນໂພສດັ່ງກ່າວຂອງສາວຄຣິສຕິນາລະບຸ.
ສຳລັບໜຸ່ມຫວານໃຈທີ່ມອບກຸຫຼາບຊໍ່ໃຫຍ່ໃຫ້ສາວຄົນນີ້ກໍຄົງບໍ່ຕ້ອງທວາຍວ່າແມ່ນໃຜ ນອກຈາກໜຸ່ມ ວິນລີ້ ວິໄລວັນ ເຊິ່ງໄດ້ເປີດໂຕວ່າຄົບຫາກັນຕັ້ງແຕ່ວັນວາເລນທາຍປີກ່ອນ.
ຮັກກັນຫວານອອກສື່ເລື້ອຍໆແບບນີ້ ປານໃດຈະໄດ້ຍິນຂ່າວດີນໍ?
ຂໍຂອບໃຈ
ພາບ : IG: christina.las , willy_talathep.v