ສະໜາມເປີດ-ປິດ “ຊຽງຂວາງເກມ” ສຳເລັດແລ້ວ 100% ຂະນະທີ່ເຈົ້າພາບຕັ້ງເປົ້າບໍ່ຫຼຸດ 38 ຫຼຽນຄໍາ

ນັບມາຮອດປັດຈຸບັນໂຄງການກໍ່ສ້າງສະໜາມຮອງຮັບພິທີເປີດ-ປິດ ແລະ ໃຊ້ແຂ່ງຂັນກີລາ 5 ປະເພດ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020 ແມ່ນສ້າງສຳເລັດແລ້ວ 100%. ຂະນະທີ່ແຂວງຊຽງຂວາງ ເຈົ້າພາບ ຈະສົ່ງທັບນັກກີລາເຂົ້າຮ່ວມຊີງໄຊທັງໝົດ 600 ກວ່າຄົນ ພ້ອມທັງຕັ້ງເປົ້າຈະສູ້ຊົນບໍ່ໃຫ້ຫຼຸດ 38 ຫຼຽນຄໍາ, 32 ຫຼຽນ ແລະ 41 ຫຼຽນທອງ ຫວັງໃຫ້ຕິດ 1 ໃນ 9 ຂອງຕາຕະລາງສະຫຼຸບຫຼຽນ.
ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ທັງເປັນປະທານຄະນະກຳມະການຈັດງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ໃຫ້ສໍາພາດຕໍ່ນັກຂ່າວເມື່ອອາທິດຜ່ານມາວ່າ: ດັ່ງທີ່ຮູ້ກັນດີແລ້ວວ່າ ແຂວງຊຽງຂວາງ ກຽມເປັນເຈົ້າພາບຈັດ 3 ງານໃຫຍ່ລະດັບຊາດ ກໍຄື: ງານສະເຫຼີມສະຫຼອງທົ່ງໄຫຫີນ ເຂົ້າເປັນມໍລະດົກໂລກ, ງານສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ແລະ ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11. ຊຶ່ງຜ່ານການກວດກາບັນດາໜ້າວຽກຕ່າງໆແມ່ນເຫັນວ່າມີຄວາມພ້ອມແລ້ວໃນລະດັບສູງ ໂດຍສະເພາະສະໜາມເປີດ-ປິດ ແລະ ໃຊ້ແຂ່ງຂັນກີລາ 5 ປະເພດ ຄື: ໝາກຂ່າງ, ໜ້າເກັກ, ຍິງທະນູ, ແລ່ນ-ລານ ແລະ ເຕະບານຊາຍ ໄດ້ສ້າງສໍາເລັດແລ້ວ ເຫຼືອແຕ່ການປັບປຸງພື້ນສະໜາມ ແລະ ບົວລະວັດ ເພາະກ່ອນໜ້ານີ້ອຸ່ນຫະພູມຫຼຸດລົງເຖິງ 0 ອົງສາ ເຮັດໃຫ້ຫຍ້າຫົດຕົວ ແລະ ຈໍານວນໜຶ່ງກໍຕາຍໄປ ເຮັດໃຫ້ການບົວລະບັດເປັນໄປດ້ວຍຄວາມຍາກລໍາບາກ ແລະ ມາຮອດປັດຈຸບັນອາກາດດີຂຶ້ນ ເຮັດໃຫ້ຫຍ້າເລີ່ມຂຽວງາມ.
ຂະນະດຽວກັນ, ທ່ານ ທອງສີ ພັນທະວົງ ຮອງຫົວໜ້າພະແນກສຶກສາການ ແລະ ກີລາແຂວງຊຽງຂວາງ, ທັງເປັນຄະນະກອງເລຂາ ແລະ ຫົວໜ້າອະນຸກໍາມະກາເນື້ອໃນ ລາຍງານເພີ່ມຕື່ມວ່າ: ການກໍ່ສ້າງລະບົບພື້ນຖານໂຄງລ່າງມາຮອດປັດຈຸບັນ ກໍາລັງກວດກາເຊັກກຽມມອບຮັບສະໜາມເປີດ-ປິດໃນໄວໆນີ້ ລວມເຖິງສະໜາມອື່ນກໍຂຸ້ນຂ້ຽວກວດກາຢ່າງຮີບດ່ວນ ແລະ ໃກ້ຈະສໍາເລັດແລ້ວ, ດັ່ງທີ່ຮູ້ວ່າ ງົບປະມານຂອງລັດຖະບານ ມີຄວາມເບາະບາງ, ຈຶ່ງໄດ້ສະ ເໜີຂໍງົບຈາກພາກເອກະຊົນ ມາສ້າງສະໜາມເພີ່ມຕື່ມອີກ 6 ສະໜາມຄື: ສະໜາມບານສົ່ງໃນຮົ່ມ, ສະໜາມຍິງປືນ, ສະໜາມກັອບ, ສະໜາມໂບລິ້ງ, ສະໜາມເປຕັງ ແລະ ສະໜາມສະນຸກເກີ.
ສ່ວນທາງດ້ານພື້ນຖານໂຄ່ງລາງ ເປັນຕົ້ນແມ່ນເສັ້ນທາງ ເຂົ້າສະໜາມເປີດ-ປິດ ແມ່ນມີການກໍ່ສ້າງສໍາເລັດແລ້ວ 100% ຊຶ່ງມີ 2 ເສັ້ນທາງທີ່ສາມາດເຂົ້າສະ ໜາມດັ່ງກ່າວໄດ້ ໂດຍໄດ້ມີການປູກຕົ້ນໄມ້ຕາມແຄມເສັ້ນທາງ ແລະ ຍັງໄດ້ຕິດຕັ້ງຕາຄ່າຍໄຟຟ້າ ແລະ ໄຟເຍືອງທາງເຂົ້າສະໜາມ, ສ່ວນສະຖານທີ່ພັກຂອງນັກກີລາ ແລະ ຄູຝຶກ ພວກເຮົາໄດ້ກໍານົດເອົາ 27 ແຫ່ງ ຊຶ່ງພວກເຮົາໄດ້ມີການກວດກາ ແລະ ປະມູນການປັບປຸງໄປສໍາເລັດໄປແລ້ວ 19 ແຫ່ງ ຄາດວ່າທ້າຍເດືອນກຸມພານີ້ ຈະສໍາເລັດຢ່າງສົມບູນ ແລະ ວັນທີ 13-14 ມີນາ 2020 ຈະເປີດນໍາໃຊ້ສະໜາມທີ່ພັກຢ່າງເປັນທາງການ.
ທ່ານ ທອງສີ ພັນທະວົງ ກ່າວອີກວ່າ: ຊຽງຂວາງ ເກມ 2020 ມີ 24 ພາກສ່ວນແຈ້ງເຈດຈໍານົງເຂົ້າຮ່ວມປະກອບດ້ວຍ 17 ແຂວງ, 1 ນະຄອນຫຼວງວຽງຈັນ ແລະ 6 ກະຊວງ ສະເພາະແຂວງຊຽງຂວາງ ສົ່ງເຂົ້າຮ່ວມຄະນະນໍາ, ຄູຝຶກ ແລະ ນັກກີລາ 655 ຄົນ, ຍິງ 274 ຄົນ ເຂົ້າຮ່ວມແຂ່ງຂັນ ແລະ ໄດ້ເຂົ້ານອນສູນແຕ່ວັນທີ 15 ມັງກອນ 2020 ສົ່ງເຂົ້າຮ່ວມຄົບ 28 ປະເພດກີລາ ຄື: ເຕະບານ, ແລ່ນ-ລານ, ບານບ້ວງ, ເທັນນິດ, ດອກປີກໄກ່, ກະຕໍ້, ປິ່ງປ່ອງ, ເທຄວັນໂດ, ມວຍປໍ້າ, ຢູໂດ, ປັນຈັກສີລັດ, ວູຊູ, ໝາກແລ້, ໝາກເສິກ, ເຮືອຊ່ວງ, ໝາກຂ່າງ, ໜ້າເກັກ, ຍິງທະນູ, ລົດຖີບ, ລອຍນໍ້າ, ບານສົ່ງໃນຮົ່ມ, ເປຕັງ, ໂບລິ້ງ, ກັອບ, ຍິງປືນ, ມວຍລາວ, ມວຍສາກົນ ແລະ ສະນຸກເກີ ຊຶ່ງທາງຄະນໍາແຂວງ ຕັ້ງເປົ້າໄວ້ບໍ່ໃຫ້ຫຼຸດ 38 ຫຼຽນຄໍາ, 32 ຫຼຽນເງິນ ແລະ 41 ຫຼຽນທອງ ລວມ 122 ຫຼຽນຄໍາ ຫວັງໃຫ້ຕິດ 1 ໃນ 9 ຂອງຕາຕະລາງຄະແນນສະຫຼຸບຫຼຽນ.
ຮຽບຮຽງໂດຍ: ສົງການ
ຂໍຂອບໃຈ
ພາບ : ນສພ ເສດຖະກິດ-ການຄ້າ