ຂໍ້ດີຂອງການຢູ່ເປັນໂສດ ຂໍບອກເລີຍວ່າ ມັນມີຂໍ້ດີຢູ່ຫຼາຍຢ່າງ

ການຢູ່ເປັນໂສດເຖິງແມ່ນວ່າຈະມີຄວາມເຫງົາເຂົ້າມາແດ່ ແຕ່ມັນກໍມີຂໍ້ດີຢູ່ຫຼາຍຢ່າງ ຈົນສາມາດແນມຂ້າມຈຸດນີ້ໄປໄດ້ຢ່າງສະບາຍ… ມື້ນີ້ພວກເຮົາຈຶ່ງໄດ້ລວບລວມເອົາຂໍ້ດີຂອງການເປັນຄົນໂສດມາຝາກ ຊະນິດທີ່ແບບວ່າຄົນມີຄູ່ອາດຈະອິດສາເລີຍກໍໄດ້. ໄປເບິ່ງກັນວ່າເປັນໂສດມັນດີສໍໍ່າໃດ ແລະ ດີແນວໃດ.
ມີເວລາເປັນຂອງຕົວເອງ
ແນ່ນອນວ່າຄົນໂສດກໍຕ້ອງມີເວລາເປັນຂອງຕົວເອງຫຼາຍກວ່າຄົນມີຄູ່ ເພາະເຈົ້າຈະເຮັດຫຍັງຕອນໃດກໍໄດ້ ບໍ່ຕ້ອງຢ້ານວ່າໃຜຈະລໍຖ້າ ຫຼື ຕ້ອງລໍຖ້າໃຜ ແລະ ຍັງເປັນຂໍ້ດີທີ່ຈະໄດ້ໃຊ້ເວລາຢູ່ກັບຄອບຄົວຫຼາຍຂຶ້ນ ຫຼື ອອກໄປພົບປະສັງສັນກັບໝູ່ເພື່ອນໄດ້ຕາມທີ່ໃຈເຈົ້າຕ້ອງການ. ທີ່ສຳຄັນເຈົ້າຍັງສາມາດໃຊ້ເວລານີ້ ໃນການທົບທວນ ຫຼື ຄົ້ນຫາຕົວເອງໄດ້.
ໄດ້ເຮັດໃນສິ່ງທີ່ຕົວເອງມັກ ມີອິດສະຫຼະເຕັມທີ່
ບາງເທື່ອຕອນທີ່ມີຄູ່ ມີຄົນຮັກ ເຈົ້າອາດຈະບໍ່ໄດ້ເຮັດໃນສິ່ງທີ່ຕົວເອງມັກ ຫຼື ບາງຄົນຕ້ອງເຊົາເຮັດໃນສິ່ງທີ່ຮັກໄປກໍມີ. ແຕ່ຖ້າເຈົ້າເປັນຄົນໂສດ ແນ່ນອນວ່າ ເຈົ້າຈະມີອິດສະຫຼະຢ່າງເຕັມທີ່ ບໍ່ວ່າເຈົ້າຈະເຮັດຫຍັງກໍບໍ່ມີໃຜຫ້າມອີກຕໍ່ໄປ. ເຈົ້າຈະໄດ້ເຮັດໃນສິ່ງຕົວເອງມັກແບບບໍ່ມີເງື່ອນໄຂ ເພາະເຈົ້າສາມາດຕັດສິນໃຈມັນໄດ້ດ້ວຍຕົວເອງ ໂດຍບໍ່ຕ້ອງຂໍຄວາມຄິດເຫັນ ຫຼື ຄຳຕອບຈາກໃຜ.
ມີສິດໃນການເລືອກຫຼາຍຂຶ້ນ
ໃນເມື່ອເຮົາໂສດກໍຄວນມີສິດເລືອກຫຼາຍຂຶ້ນແນ່ນອນ. ແຕ່ກ່ອນທີ່ຈະລົມກັບໃຜນັ້ນ ຕ້ອງກວດກາໃຫ້ດີນຳວ່າ ເຂົາມີເຈົ້າຂອງ ຫຼື ຍັງ ເພາະບໍ່ຊັ້ນຈະກາຍເປັນວ່າ ເຮົາຄືມືທີສາມ ຫຼື ຕົວຕົ້ນເຫດທີ່ອາດຈະເຮັດໃຫ້ຄູ່ອື່ນຜິດໃຈກັນໄດ້. ສະນັ້ນຕ້ອງໂສດແລ້ວສະຫຼາດ ແລະ ທັນເກມພວກລົມໄປເລີຍນຳ. ສ່ວນຖ້າລົມແລ້ວຮູ້ສຶກຍັງບໍ່ໂອເຄປານໃດ, ເຮົາກໍສາມາດຖອຍຫ່າງອອກມາໄດ້ເລີຍອີກດ້ວຍ.
ບໍ່ຕ້ອງມີເລື່ອງໃຫ້ຜິດຖຽງກັບໃຜ
ຕອນທີ່ບໍ່ໂສດຫຼາຍຄົນຄົງປວດຫົວຢູ່ບໍ່ໜ້ອຍ ກັບການທີ່ຕ້ອງຜິດຖຽງກັບຄົນຮັກ. ແຕ່ຖ້າເຈົ້າເປັນຄົນໂສດເຈົ້າກໍບໍ່ຕ້ອງມີເລື່ອງໃຫ້ຜິດຖຽງກັບໃຜຊຶ່ງມັນດີຫຼາຍໆ ພ້ອມທັງຍັງບໍ່ຕ້ອງເສຍສຸຂະພາບຈິດ ແລະ ເຖິງແມ່ນວ່າການເປັນໂສດຈະມີຕອນທີ່ອາດເຫງົາແດ່ ແຕ່ມັນຢູ່ໄດ້ເພາະເຮົາກໍສາມາດຫາຄວາມສຸກໃຫ້ກັບຕົວເອງໃນດ້ານອື່ນໄດ້ ເຊັ່ນ: ການອອກໄປທ່ຽວກັບໝູ່ເພື່ອນ ພ້ອມທັງໄດ້ບໍລິຫານສະເໜ່ຕົວເອງແບບເຕັມທີ່ ໂດຍບໍ່ຕ້ອງຢ້ານວ່າໃຜຈະນ້ອຍໃຈ ຫຼື ຄຽດເລີຍ.
ປະຢັດເງິນຫຼາຍຂຶ້ນ
ຫຼາຍຄົນອາດຈະງົງກັບຂໍ້ນີ້ວ່າ ເປັນໂສດແລ້ວຈະປະຢັດເງິນຂຶ້ນໄດ້ແນວໃດ? ບໍ່ມີຄົນຫານແລ້ວບໍ່ເປືອງກວ່າ ຫຼື ຂໍຕອບໃຫ້ເລີຍວ່າ ແຟນແຕ່ລະຄົນບໍ່ຄືກັນ ຊຶ່ງຕອນມີແຟນກໍບໍ່ແມ່ນວ່າຈະຫານທຸກເທື່ອ ແລະ ຖ້າຍິ່ງເຈົ້າເປັນສາຍເປ (Pay) ເຈົ້າອາດຈະຕ້ອງໄດ້ຮັບຜິດຊອບໃນການຈ່າຍເງິນເລື້ອຍກວ່າ. ສະນັ້ນການຢູ່ຄົນດຽວມັນກໍເລີຍຂ້ອນຂ້າງທີ່ຈະປະຢັດໄປໄດ້ຫຼາຍ ກໍຍ້ອນບໍ່ມີແຟນຊວນກິນ, ຊວນທ່ຽວ ຊວນຊື້ເຄື່ອງນັ້ນເອງ.
ເປັນແນວທາງໃນການພັດທະນາຕົວເອງໃຫ້ເບິ່ງດີຂຶ້ນ
ຄົນໂສດແບ່ງໄດ້ຢູ່ 2 ປະເພດຄື: ຄົົນທີ່ບໍ່ເຄີຍມີແຟນເລີຍ ກັບໂສດແບບສົດໆໃໝ່ໆ ຫາກໍເລີກກັນ ຊຶ່ງຄົົນທີ່ບໍ່ເຄີຍມີແຟນມາກ່ອນ ເຂົາກໍຈະພັດທະນາຕົວເອງໃຫ້ດີຂຶ້ນຢູ່ແລ້ວເປັນປົກກະຕິ. ແຕ່ຖ້າເປັນຄົນໂສດໃໝ່ ພວກເຂົາກໍຈະຕ້ອງຮູ້ສຶກເສົ້າເສຍໃຈເປັນທຳມະດາໃນໄລຍະທຳອິດ ແຕ່ຫຼັງຈາກນັ້ນມັນຈະກາຍເປັນແຮງຊຸກຍູ້ເປັນຢ່າງດີ ທີ່ເຮັດໃຫ້ພັດທະນາຕົວເອງໃຫ້ດີຂຶ້ນ ງາມຂຶ້ນ ໄດ້ ເຊັ່ນ: ຫຼຸດນ້ຳໜັກ, ແຕ່ງໜ້າເລື້ອຍຂຶ້ນ, ປ່ຽນຮູບແບບການແຕ່ງຕົວ ຫຼື ເພີ່ມຄວາມໝັ້ນໃຈດ້ວຍການສັນຍະກຳຄວາມງາມກໍມີ.
ຂໍຂອບໃຈ
ຂໍ້ມູນ : tonkit via sanook