ເບິ່ງດວງລາຍວັນປະຈໍາວັນສຸກ ທີ 14 ກຸມພາ 2020 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ວຽກງານຫລາຍໃນຊ່ວງນີ້ ຈະພົບຄວາມກົດດັນຕ່າງໆ ຈຳເປັນຕ້ອງສ້າງຜົນງານໃຫ້ດີຂຶ້ນຢ່າງຕໍ່ເນື່ອງ
ການເງິນ ຈະໝຸນຫາເງິນໄດ້ຢ່າງຕໍ່ເນື່ອງ ໂຊກດີສະເໝີໃນຊ່ວງນີ້ ດວງທາງດ້ານການເງິນດີຂຶ້ນກວ່າແຕ່ກ່ອນ
ຄວາມຮັກ ສະຖານນະການດ້ານຄວາມຮັກນັ້ນ ຈະພົບໃຜທີ່ແມ່ນແລ້ວໃນຕອນນີ້ ການງານນຳພາມາໃຫ້ພົບກັນ
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນ ສີບົວ
ເລກນຳໂຊກ 2
ວັນຈັນ
ການງານ ງານທີ່ເຮັດກ່ຽວກັບຕົວເລກ ການຄິດໄລ່ ແລະ ບັນຊີ ຈະປະສົບຄວາມສຳເລັດໄດ້ດີ
ການເງິນ ມີໂຊກຈະໄດ້ເງິນກ້ອນໃຫຍ່ເຂົ້າມາດວງດີຫລາຍເປັນພິເສດ
ຄວາມຮັກ ແມ່ນຈະພົບໃຜບາງຄົນ ແຕ່ຈະເປັນການເຮັດຄວາມຮູ້ຈັກກັນແບບບໍ່ເປີດເຜີຍໃຫ້ສາທາລະນະໄດ້ຮັບຮູ້
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 2
ວັນອັງຄານ
ການງານ ເດີນທາງຕິດຕໍ່ງານເລື້ອຍຂຶ້ນ ງານຫລາຍ ມີເປົ້າໝາຍດ້ານການງານໃໝ່ໆ ໃຫ້ເກີດຄວາມທ້າທາຍໃນເລື່ອງຂອງການສ້າງຜົນງານໃຫ້ດີຂຶ້ນ
ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ໂຊກດີສະເໝີໃນຊ່ວງນີ້ ຈະໄດ້ເງິນກ້ອນໃຫຍ່ກໍເປັນໄປໄດ້
ຄວາມຮັກ ຄວາມສຳພັນຢູ່ໃນເກນທີ່ດີ ແລະ ລົງຕົວກັບຄົນຜິວຂາວ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີດໍາ
ເລກນຳໂຊກ 6
ວັນພຸດ
ການງານ ຊ່ວງນີ້ຈະພົບອຸປະສັກກ່ຽວກັບເລື່ອງຂອງການງານ ທີ່ຈະຕ້ອງໃຊ້ຄວາມພະຍາຍາມໃນເລື່ອງຂອງການສ້າງສັນຜົນງານໃຫ້ດີຂຶ້ນ
ການເງິນ ຈະຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ແຕ່ກໍມີເລື່ອງທີ່ຕ້ອງຈ່າຍອອກໄປ
ຄວາມຮັກ ຢູ່ໃນເກນສຸກສົມຫວັງ ແລະ ລົງຕົວໃນເລື່ອງຂອງຄວາມສຳພັນດ້ານຄວາມຮັກ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 1
ວັນພະຫັດ
ການງານ ເຮັດຕາມຫນ້າທີ່ຂອງຕົນເອງໃຫ້ດີທີ່ສຸດ ແລ້ວຜົນງານທຸກຢ່າງກໍຈະອອກມາດີເອງ
ການເງິນ ຈະຫາເງິນເຂົ້າມາໄດ້ ແຕ່ກໍມີເລື່ອງທີ່ຕ້ອງຈ່າຍອອກໄປ ກ່ຽວກັບການຊື້ຢາບຳລຸງມາດູແລຮັກສາສຸຂະພາບຂອງຕົນເອງ
ຄວາມຮັກ ໄລຍະທາງແລະເວລາຍັງເປັນອຸປະສັກລະຫວ່າງກັນ ຄວນທີ່ຈະເວົ້າສົນທະນາກັນໃຫ້ຫຼາຍຂຶ້ນ ຈະເກີດຄວາມສຳພັນດ້ານຄວາມຮັກທີ່ດີຂຶ້ນໄດ້
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີບົວ
ເລກນຳໂຊກ 6
ວັນສຸກ
ການງານ ຈະເຮັດທຸລະກິດຈະການງານສິ່ງໃດກໍຕ້ອງວາງແຜນໃນການລົງທຶນ ແຕ່ກໍຈະປະສົບຄວາມສຳເລັດ ແລະ ໄດ້ຜົນກຳໄລທີ່ດີໃນຊ່ວງນີ້
ການເງິນ ເກີດເລື່ອງສຸກເສີນທີ່ຕ້ອງຈ່າຍເງິນອອກໄປກ່ອນໃນຊ່ວງນີ້ ມີເລື່ອງເລັ່ງດ່ວນທີ່ຕ້ອງໃຊ້ຈ່າຍເງິນຢ່າງບໍ່ຄາດຄິດ
ຄວາມຮັກ ເປັນການທົບທວນເລື່ອງຕ່າງໆ ກ່ຽວກັບເລື່ອງຂອງຄວາມສຳພັນດ້ານຄວາມຮັກໃນອະດີດທີ່ຜ່ານມາ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີແດງ
ເລກນຳໂຊກ 3
ວັນເສົາ
ການງານ ຈະພົບອຸປະສັກດ້ວຍແຕ່ດ້ວຍຄວາມສະຫລາດຈະສາມາດແກ້ໄຂບັນຫາສະຖານນະການຕ່າງໆ ໃຫ້ຜ່ານພົ້ນໄປໄດ້
ການເງິນ ເລື່ອງທີ່ຕ້ອງຈ່າຍອອກໄປສະເໝີໃນຊ່ວງນີ້ ບໍ່ສາມາດຄວບຄຸມລາຍຈ່າຍໃດໆ ໄດ້ເລີຍ
ຄວາມຮັກ ຈະພົບຮັກກັບຄົົນທີ່ມີລັກສະນະຜິວຂາວເກັ່ງ ມີຄວາມສາມາດ ຊຶ່ງເປັນຄົົນທີ່ຊື່ກົງ ແລະ ເວົ້າກົງໆ ແບບບໍ່ອ້ອມ
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 5