"ໂຈໂຈ້ Miracle" cover ເພງ "ພາບເຄື່ອນໄຫວ" ຂອງ ຕ່າຍ ອາກາດ ບອກ "ສູງຈົນເຮັດໃຫ້ເອັນຄໍຂຶ້ນ"

ເພງ "ພາບເຄື່ອນໄຫວ" ຂອງ ຕ່າຍ ອາກາດ ft. ໂອລ້າ Black Eyes ກຳລັງໄດ້ຮັບການກ່າວເຖິງເປັນວົງກວ້າງ ແລະ ແນ່ນອນວ່າ ເມື່ອເປັນເພງດັງແບບນີ້ ກໍມັກຈະມີຄົນນຳເອົາຮ້ອງ cover ຕາມ ເຊິ່ງໜຶ່ງໃນນັ້ນກໍຄື ນັກຮ້ອງດັງຢ່າງ "ໂຈໂຈ້ Miracle" ກໍໄດ້ຮ່ວມຂະບວນການດັ່ງກ່າວນຳ.
ໂດຍເພງ "ພາບເຄື່ອນໄຫວ" ໃນແບບສະບັບຂອງ ໂຈໂຈ້ ມີຄົນເຂົ້າເບິ່ງຫຼາຍກວ່າ 8 ພັນຄັ້ງ ຫຼັງຈາກທີ່ເຜີຍແຜ່ລົງໃນເຟສບຸກສ່ວນຕົວເມື່ອວັນທີ 11 ກຸມພາ ທີ່ຜ່ານມາ.
ເນື່ອງຈາກເພງດັ່ງກ່າວ ເຈົ້າຂອງເພງຢ່າງ ໜຸ່ມຕ່າຍ ແລະ ໜຸ່ມໂອລ້າ ໄດ້ຮ້ອງໄວ້ດ້ວຍລະດັບສຽງທີ່ສູງແບບທີ່ໃຜກໍຮ້ອງຕາມໄດ້ຍາກ ໜຸ່ມໂຈໂຈ້ ຈຶ່ງໄດ້ເວົ້າຢອກໃນແຄັບຊັນຂອງວິດີໂອວ່າ "ຈັ່ງແມ່ນສູງຄັກເນາະພວກໂຕກະດາຍ ເອົາຈົນເອັນຄໍອ້າຍຂຶ້ນໄປນໍາ ຮາຮາ."
ເອົາເປັນວ່າ ເອັນຄໍຂອງໜຸ່ມໂຈໂຈ້ຈະຂຶ້ນແທ້ ຫຼື ບໍ່ນັ້ນ ໄປຟັງນຳກັນໄດ້ ໃນວິດີໂອລຸ່ມນີ້.
ສ່ວນເພງຕົ້ນສະບັບ ປັດຈຸບັນມີຜູ້ເຂົ້າເບິ່ງໃນ YouTube ແລ້ວຫຼາຍເກືອບ 70,000 ຄັ້ງ. ສາມາດຟັງໄດ້ດ້ານລຸ່ມນີ້.
ຂໍຂອບໃຈ
ຂໍ້ມູນ : FB: Chilasak JoJo Saysanith