ຜູ້ໃຊ້ Huawei ສາມາດຕິດຕັ້ງແອັບຍອດນິຍົມໄດ້ແລ້ວ ແລະ ນີ້ແມ່ນວິທີຕິດຕັ້ງແອັບໃນສະມາດໂຟນ Huawei

ສະບາຍດີທຸກຄົນ, ພວກເຮົາເຊື່ອວ່າຫຼາຍໆຄົນອາດຈະມີຄຳຖາມກ່ຽວກັບວິທິການຕິດຕັ້ງແອັບພລິເຄຊັນຕ່າງໆເມື່ອຊື້ HUAWEI ສະມາດໂຟນ ວ່າຕ້ອງເຮັດແບບໃດ ມີຂັ້ນຕອນແບບໃດແດ່. ບໍ່ຕ້ອງກັງວົນໄປ ເພາະພວກເຮົາໄດ້ທົດສອບມາຫຼາກຫຼາຍວິທີສຳລັບການຕິດຕັ້ງແອັບພລິເຄຊັນຄູ່ໃຈຂອງທຸກໆຄົນທີ່ສາມາດຕິດຕັ້ງໄດ້ງ່າຍ ພ້ອມໃຊ້ງານທັນທີ ໄປເບິ່ງວິທິ ແລະ ຂັ້ນຕອນແນະນຳດ້ານລຸ່ມກັນເລີຍ!
ແອັບຍອດນິຍົມເຫຼົ່ານີ້ ທີ່ຫຼາຍໆຄົນມັກຊົມໃຊ້ ສາມາດດາວໂຫຼດໄດ້ແລ້ວທີ່ HUAWEI AppGallery
ສໍາລັບການດາວໂຫຼດແອັບພລິເຄຊັນສາມາດເຮັດໄດ້ 3 ວິທີດັ່ງນີ້:
-
ໂອນຖ່າຍຂໍ້ມູນດ້ວຍ Phone Clone ເພື່ອຕິດຕັ້ງແອັບພລິເຄຊັນໄດ້ຢ່າງວ່ອງໄວ
-
ດາວໂຫຼດແອັບພລິເຄຊັນດ້ວຍ HUAWEI AppGallery
-
ດາວໂຫຼດຜ່ານຊ່ອງທາງຂອງບຸກຄົນທີສາມ ເຊັ່ນຈາກເວັບໄຊ APKPure, Aptoide, Apkmonk
ເຊິ່ງແຕ່ລະວິທີຈະເຮັດແນວໃດມາຕິດຕາມນໍາກັນເລີຍ:
1. ວິທີທີ່ໄວທີ່ສຸດຄືໂອນຖ່າຍຂໍ້ມູນຈາກສະມາດໂຟນເກົ່າຂອງທ່ານໄປຫາສະມາດໂຟນເຄື່ອງໃໝ່ ຜ່ານແອັບພລິເຄຊັນ Phone Clone (ສາມາດດາວໂຫຼດໃນ App Store ຫຼື ຫາກວ່າທ່ານເປັນຜູ້ໃຊ້ HUAWEI ສະມາດໂຟນຢູ່ແລ້ວຈະມີ HUAWEI Phone Clone ພ້ອມໃຫ້ໃຊ້ງານສໍາລັບການຍ້າຍແອັບທັງໝົດໄປຫາ HUAWEI ສະມາດໂຟນເຄື່ອງໃໝ່ໄດ້ທັນທີ.
ພາບຕົວຢ່າງການຍ້າຍຂໍ້ມູນດ້ວຍການໃຊ້ Phone Clone
2. ດາວໂຫຼດແອັບຜ່ານ HUAWEI AppGallery
ທ່ານສາມາດຄົ້ນຫາແອັບພລິເຄຊັນທີ່ທ່ານຕ້ອງການຕິດຕັ້ງລົງໃນສະມາດໂຟນໃໝ່ຂອງທ່ານຜ່ານ HUAWEI AppGallery ໄດ້ຢ່າງງ່າຍດາຍ ເຊິ່ງມີໜ້າຕາ ແລະ ການເຮັດວຽກໃນລັກສະນະດຽວກັນກັບແອັບສະຕໍ ອື່ນໆ.
HUAWEI AppGallery ເປັນ Platform ດາວໂຫຼດແອັບຢ່າງເປັນທາງການຂອງ HUAWEI ເຊິ່ງສາມາດຄົ້ນຫາ ແລະ ດາວໂຫຼດແອັບພລິເຄຊັນໄດ້ຫຼາກຫຼາຍແອັບເຊັ່ນ: Agoda, Booking.com, K PLUS, SCB, TikTok ແລະ ອື່ນໆອີກຫຼາກຫຼາຍ.
3. ເຂົ້າເຖິງແອັບ Version Web ຫຼື ດາວໂຫຼດຈາກເວັບໄຊ APK ຂອງບຸກຄົນທີສາມຜ່ານ Browser HUAWEI
ມາຮອດຕອນທີ່ສໍາຄັນແລ້ວກໍຄືເຮົາຈະສາມາດໃຊ້ບໍລິການຕ່າໆຂອງ G-suite ໄດ້ເທິງສະມາດໂຟນ HUAWEI ຂອງເຮົາໄດ້ໂດຍບໍ່ເພິ່ງ GMS ໄດ້ແນວໃດ, Browser ຂອງ HUAWEI ນັ້ນມາພ້ອມກັບ Function ທາງລັດໃນໜ້າເລີ້ມຕົ້ນ ເຊິ່ງຊ່ວຍໃຫ້ທ່ານສາມາດປັບແຕ່ງ ແລະ ຕັ້ງຄ່າບໍລິການເທິງໜ້າເລີ້ມຕົ້ນຕາມທີ່່ທ່ານຕ້ອງການເຊັ່ນ: ການຄົ້ນຫາ ແລະ YouTube.
ຫາກທ່ານນຳໃຊ້ Gmail ເປັນຫຼັກສາມາດເຮັດໄດ້ຜ່ານຕົວເລືອກ Mail ໃນໂຕເຄື່ອງເຊິ່ງຊ່ວຍໃຫ້ທ່ານອ່ານ, ຕອບກັບ, ສົ່ງຕໍ່ ແລະ ໃຊ້ອີເມວໄດ້ຕາມປົກກະຕິໂດຍບໍ່ມີຄວາມຫຍຸ້ງຍາກ.
ທ່ານສາມາດຕັ້ງຄ່າທາງລັດຜ່ານຊ່ອງທາງໃນໜ້າເລີ້ມຕົ້ນຂອງ Browser HUAWEI ໄປຫາເວັບໄຊດາວໂຫຼດ APK ຂອງບຸກຄົນທີສາມເຊັ່ນ: APKPure, APKMonk, AppTaken ແລະ ອື່ນໆ. ເວັບໄຊ APK ເຫຼົ່ານີ້ມີແອັບຫຼາກຫຼາຍໃຫ້ທ່ານເພີ່ມລົງໃນສະມາດໂຟນ HUAWEI ຂອງທ່ານ.
ຕົວຢ່າງເຊັ່ນຫາກທ່ານຕ້ອງການແອັບນໍາທາງທ່ານສາມາດດາວໂຫຼດ Maps APP ໄວ້ນໍາໃຊ້ໄດ້ເຊັ່ນກັນ ເຖິງວ່າຈະບໍ່ໄດ້ຮັບການຕິດຕັ້ງມາກ່ອນໜ້າໃນສະມາດໂຟນຂອງທ່ານ ແຕ່ທ່ານສາມາດດາວໂຫຼດ APK ແລະ ຕິດຕັ້ງໄດ້ງ່າຍດາຍ.
ຄຳແນະນໍາ: ບຣາວເຊີ HUAWEI ຄ້າຍຄືກັບ HUAWEI AppGallery ເຊິ່ງມັນຕິດຕັ້ງໄວ້ແລ້ວກັບ HUAWEI ສະມາດໂຟນແຕ່ທໍາອິດທ່ານສາມາດເລີ່ມໃຊ້ງານໃນສະມາດໂຟນໃໝ່ຂອງທ່ານໄດ້ເລີຍ.